ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານລັດຖະບານ ຫຍັບເຂົ້າໃກ້ ທີ່ໝັ້ນ ຂອງຝ່າຍຕໍ່ຕ້ານ ຢູ່ຊີເຣຍ (ວີດິໂອ/ສະໄລດ໌)


ທະຫານລັດຖະບານຊີເຣຍ ພາກັນຮ້ອງໂຮດີໃຈ ລຸນຫລັງສູ້ລົບ ກັບພວກຕໍ່ຕ້ານ ໃນຂະນະທີ່ມີນັກຂ່າວຕ່າງປະເທດໄປເບິ່ງ ເຫດການ ທີ່ຈັດຂຶ້ນໂດຍກະຊວງຖະແຫລງຂ່າວ ຂອງຊີເຣຍ ໃນເມືອງ Jobar ເຂດຊານເມືອງຂອງນະຄອນ Damascus, ໃນວັນທີ 14 ກໍລະກົດ 2013.
ທະຫານລັດຖະບານຊີເຣຍ ພາກັນຮ້ອງໂຮດີໃຈ ລຸນຫລັງສູ້ລົບ ກັບພວກຕໍ່ຕ້ານ ໃນຂະນະທີ່ມີນັກຂ່າວຕ່າງປະເທດໄປເບິ່ງ ເຫດການ ທີ່ຈັດຂຶ້ນໂດຍກະຊວງຖະແຫລງຂ່າວ ຂອງຊີເຣຍ ໃນເມືອງ Jobar ເຂດຊານເມືອງຂອງນະຄອນ Damascus, ໃນວັນທີ 14 ກໍລະກົດ 2013.
ພວກກຸ່ມຕໍ່ຕ້ານລັດຖະບານຊີເຣຍເວົ້າວ່າ ການສູ້ລົບກັນລະ
ຫວ່າງກໍາລັງທະຫານຂອງຝ່າຍລັດຖະບານ ແລະຝ່າຍຕໍ່ຕ້ານ
ຢູ່ເຂດ Qaboun, ຊານເມືອງຫລວງ Damascus ນັ້ນ ໄດ້ເຮັດ
ໃຫ້ພົນລະເຮືອນຖືກຕົກຄ້າງຢູ່ໃນວັດອິສລາມແຫ່ງນຶ່ງໄປໃສ
ບໍ່ໄດ້.

ແນວໂຮມແຫ່ງຊາດຂອງຊີເຣຍຊຶ່ງເປັນກຸ່ມຕໍ່ຕ້ານໃຫຍ່ນັ້ນ
ໄດ້ອອກຄໍາຮ້ອງຮຽນ ໃນວັນ​ອາທິດ​ວານ​ນີ້ ຂໍໃຫ້ປະຊາຄົມ
ສາກົນດໍາ​ເນີນການ ເພື່ອໃຫ້ການປົກປ້ອງແກ່ພວກເຂົາເຈົ້າ.

ທະຫານຂອງຝ່າຍລັດຖະບານ ໄດ້ທໍາການສູ້ລົບມາໄດ້ຫລາຍ
ເດືອນແລ້ວ ເພື່ອຍຶດເອົາເຂດຊານເມືອງຕ່າງໆ ຂອງນະຄອນຫລວງ Damascus ຄືນມາ.

ຝ່າຍລັດຖະບານຊີເຣຍ ໄດ້ພາພວກນັກຂ່າວຂອງອົງການສື່ມວນຊົນຕາເວັນຕົກ ໄປຍັງ ເມືອງ Jobar ທາງທິດໃຕ້ຂອງເຂດ Qaboun ບ່ອນທີ່ທະຫານຂອງຝ່າຍລັດຖະບານ ຍິງ​ໃສ່ຝ່າຍຕໍ່ຕ້ານ.

ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານເວົ້າວ່າ ເຂດຊານເມືອງອື່ນໆຂອງນະຄອນຫລວງ Damascus ກໍໄດ້ຕົກຢູ່ພາຍໃຕ້ການໂຈມຕີຂອງຍົນລົບ ເຊັ່ນກັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ພາບວີດິໂອຂອງຝ່າຍຕໍ່ຕ້ານລັດຖະບານ ສະແດງໃຫ້ເຫັນວ່າ ຮູບຄວັນ​ໄຟພຸ້ງຂຶ້ນສູ່ທ້ອງ
ຟ້າ ຢູ່ເຂດ Erbin ຊຶ່ງເປັນເຂດຊານນະຄອນຫລວງອີກແຫ່ງນຶ່ງ.

ພາບວີດິໂອອີກພາບນຶ່ງ ສະແດງ​ໃຫ້​ເຫັນ​ສະພາບ​ການ ຫລັງການ​ໂຈມ​ຕີທາງອາກາດໃນ
ວັນເສົາຜ່ານມາ ຢູ່ຕາມຖະໜົນຕ່າງໆ ຂອງເຂດ Douma ບ່ອນທີ່ຄວັນໄດ້ພຸ້ງຂຶ້ນ ເຕັມ
ທ້ອງຟ້າ ໃນຂະນະທີ່ຜູ້ຄົນພາກັນຟ້າວຟັ່ງໄປຊ່ວຍຜູ້ໄດ້ຮັບບາດເຈັບ.

ປະມວນພາບຫລ້າສຸດຈາກຊີເຣຍ

XS
SM
MD
LG