ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກວ່າ 1 ແສນຄົນ ໃນຊີເຣຍ ຖືກສັງຫານ ນັບແຕ່ປີ 2011 ເປັນຕົ້ນມາ (ສະໄລດ໌/ວີດິໂອ)


ທະຫານຂອງກອງທັບລັດຖະບານຊີເຣຍ ທີ່ໂຕນໜີໄປຢູ່ກັບກອງທັບປົດປ່ອຍຊີເຣຍ, ຝ່າຍຕໍ່ຕ້ານລັດຖະບານນັ້ນ ປະກົດຕົວຢູ່ໃນການປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ໃນເມືອງ Kafranbel ໃຫ້ກັບນະຄອນ Idlib ໃນວັນທີ 29 ມັງກອນ 2012.
ທະຫານຂອງກອງທັບລັດຖະບານຊີເຣຍ ທີ່ໂຕນໜີໄປຢູ່ກັບກອງທັບປົດປ່ອຍຊີເຣຍ, ຝ່າຍຕໍ່ຕ້ານລັດຖະບານນັ້ນ ປະກົດຕົວຢູ່ໃນການປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ໃນເມືອງ Kafranbel ໃຫ້ກັບນະຄອນ Idlib ໃນວັນທີ 29 ມັງກອນ 2012.
ພວກນັກເຄື່ອນໄຫວຊາວຊີເຣຍເວົ້າວ່າ ມີຫລາຍກວ່າ 1 ແສນ
ຄົນໄດ້ຖືກສັງຫານ ນັບແຕ່ໄດ້ມີການລຸກຮືຂຶ້ນຕໍ່ຕ້ານປະທານາ
ທິບໍດີ Bashar al-Assad ເລີ້ມແຕ່ເດືອນມີນາ ປີ 2011 ເປັນ
ຕົ້ນມາ.

ກຸ່ມ​ສິ້ງຊອມສິດທິມະນຸດ​ໃນຊີເຣຍ ທີ່ຕັ້ງຢູ່ອັງກິດ ໄດ້ປະກາດ
ການນັບຈໍານວນຜູ້​ເສຍ​ຊີວິດຄັ້ງຫລ້າສຸດໃນວັນພຸດມື້ນີ້ທີ່ເວົ້າວ່າ ຕົວເລກດັ່ງກ່າວແມ່ນລວມທັງນັກລົບຂອງຝ່າຍຕໍ່ຕ້ານລັດຖະ
ບານ 18 ພັນຄົນແລະຜູ້ສະໜັບສະໜຸນທ່ານ Assad ປະມານ
40 ພັນຄົນ.



ທາງດ້ານອົງການສະຫະປະຊາຊາດກໍກ່າວໃນຕົ້ນເດືອນນີ້ວ່າ ມີເກືອບຮອດ 93 ພັນຄົນ ໄດ້ຮັບ​ການຢືນຢັນວ່າເສຍຊີວິດໄປແລ້ວ ແຕ່ວ່າຈໍານວນຕົວຈິງອາດຈະ ມີຫລາຍກວ່ານັ້ນ.

ໃນວັນອັງຄານວານນີ້ ຢູ່ທີ່ Saudi Arabia ນັ້ນ ທ່ານ John Kerry ລັດຖະມົນຕີການ
ຕ່າງປະເທດສະຫະລັດ ໄດ້ພົບປະ ແລະສົນທະນາກ່ຽວກັບບັນຫາຂັດແຍ້ງໃນຊີເຣຍກັບ​
ເຈົ້າຊາຍ Saud al-Faisal ລັດຖະມົນຕີການຕ່າງປະ ເທດຂອງ Saudi Arabia ທີ່
ເວົ້າວ່າ ໂລກບໍ່ຄວນອະນຸຍາດໃຫ້ອີຣ່ານ ແລະ ກຸ່ມຫົວຮຸນແຮງ Hezbollah ມາສະໜັບ
ສະໜຸນລັດຖະບານຂອງທ່ານ Assad.

​ເຈົ້າຊາຍໄດ້ຮຽກຮ້ອງໃຫ້ນາໆ​ຊາດ ບໍ່​ໃຫ້​ຂາຍ​ອາວຸດ​ໃຫ້​ແກ່​ລັດຖະບານ​ຊີ​ເຣຍ ໂດຍຕໍາ
ນິຣັດເຊຍວ່າ ໃຫ້ການສະໜັບສະໜຸນແກ່ລະບອບປົກຄອງຂອງທ່ານ Assad.

Saudi Arabia ໄດ້ສະໜອງອາວຸດໃຫ້ແກ່ນັກລົບຕໍ່ຕ້ານລັດຖະບານຊີເຣຍ ໃນຂະນະທີ່
ສະຫະລັດ ເມື່ອມໍ່ໆມານີ້ເວົ້າວ່າ ນອກຈາກການຊ່ວຍເຫລືອອື່ນໆທີ່ບໍ່ແມ່ນອາວຸດແລ້ວ ຕົນຍັງຈະສົ່ງອາວຸດໄປໃຫ້ແກ່ກຸ່ມດັ່ງກ່າວອີກດ້ວຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ທ່ານ Kerry ເວົ້າວ່າການເຈລະຈາກັນ ແມ່ນເປັນວິທີທາງທີ່ດີທີ່ສຸດໃນການແກ້ໄຂບັນຫາ
ຄວາມວຸ້ນວາຍ ທີ່ດໍາເນີນມາ ໄດ້ກວ່າສອງປີແລ້ວຢູ່ໃນຊີເຣຍ. ທ່ານຍັງມີກໍານົດທີ່ຈະພົບ
ກັບລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ໃນອາທິດໜ້າ ​ເພື່ອຊຸກຍູ້
ໃຫ້​ເປີດການເຈລະຈາດັ່ງກ່າວ.

ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບຂ່າວນີ້:

XS
SM
MD
LG