ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບວດມຸສລິ​ມ ນິກາຍ Sunni ປຸກລະດົມ ໃຫ້ຕໍ່ສູ້ກັບ ລັດຖະບານ ຊີເຣຍ


ທ່ານ Sheikh Yusuf al-Qaradawi ຊາວອີຈິບທີ່ນັກບວດມຸສລິ​ມນິກາຍ Sunni, ປະທານຂອງສະຫະພາບນັກປັນຍາຊົນມຸສລິມສາກົນ ກ່າວຄໍາປາໄສ ໃນໄລຍະ ທີ່ມີການໄຫວ້ພະໃນວັນສຸກ ກ່ອນຈະມີການປະທ້ວງຕໍ່ຕ້ານ ປະທານາທິບໍດີ Assad ທີ່ວັດອິສລາມແຫ່ງນຶ່ງ ໃນກຸງໄຄໂຣຂອງອີ່ຈິບ ໃນວັນທີ 28 ທັນວາ 2012.
ທ່ານ Sheikh Yusuf al-Qaradawi ຊາວອີຈິບທີ່ນັກບວດມຸສລິ​ມນິກາຍ Sunni, ປະທານຂອງສະຫະພາບນັກປັນຍາຊົນມຸສລິມສາກົນ ກ່າວຄໍາປາໄສ ໃນໄລຍະ ທີ່ມີການໄຫວ້ພະໃນວັນສຸກ ກ່ອນຈະມີການປະທ້ວງຕໍ່ຕ້ານ ປະທານາທິບໍດີ Assad ທີ່ວັດອິສລາມແຫ່ງນຶ່ງ ໃນກຸງໄຄໂຣຂອງອີ່ຈິບ ໃນວັນທີ 28 ທັນວາ 2012.
ນັກບວດມຸສລິ​ມນິກາຍ Sunni ລະດັບນໍາໜ້າທ່ານນຶ່ງ ໄດ້ຮຽກ
ຮ້ອງຊາວ Sunni ທັງຫລາຍ ຢູ່ທົ່ວເຂດຕາເວັນອອກກາງໃຫ້
ໄປຍັງຊີເຣຍ ເພື່ອຕໍ່ສູ້ກັບລັດຖະບານຂອງປະທານາທິບໍດີ
Bashar al-Assad.

ທ່ານ Sheikh Yusuf al-Qaradawi ຊາວອີຈິບທີ່ຖືສາສະ
ໜາອິສລາມ ຢູ່ໃນປະເທດກາຕາ ໄດ້ວີໄຟແບ່ງແຍກສາສະໜາ
ໃຫ້​ແຜ່​ລາມ​ອອກ​ໄປ​ ໃນຂົງເຂດດັ່ງກ່າວ ໂດຍການ ບອກໃຫ້
ຜູ້ທີ່ເຊື່ອຖືທ່ານ ສະໜັບສະໜຸນພວກຕໍ່ຕ້ານລັດຖະບານ ທີ່
ພະຍາຍາມຈະໂຄ່ນລົ້ມລັດຖະບານຂອງທ່ານ Assad ນັ້ນ.

ທ່ານ Al-Qaradawi ທີ່ຖ່າຍ​ທອດ​ຄໍາ​ຮຽກຮ້ອງ​ຂອງ​ທ່ານ​ ອອກ​ທາງໂທລະພາບ ທີ່ມີຄົນ ​ເຫັນເປັນລ້ານໆຄົນ ໄດ້ປະນາມນິກາຍ Alawite ຂອງທ່ານ Assad ທີ່​ແຕກໜໍ່ແໜງ ອອກມາຈາກ ສາສະໜາອິສລາມນິກາຍ Shi’ite ແລະ​ເອີ່ຍ​ເຕື້ອງເຖິງກອງກໍາລັງທະຫານ Hezbollah ຂອງຊາວ Shi’ite ທີ່ໜູນຫລັງໂດຍອີຣ່ານ​ ແລະກໍາລັງຕໍ່ສູ້ຄຽງບ່າຄຽງໄຫລ່ ກັນກັບພວກຈົງຮັກພັກດີຕໍ່ທ່ານ Assad ນັ້ນ ວ່າ​ເປັນ​ກໍາລັງຂອງ “ພັກຊາຕາ​ນ.”

ຄໍາຮຽກຮ້ອງຂອງທ່ານ Al-Qaradawi ມີຂຶ້ນ ໃນຂະນະທີ່ພວກນັກເຄື່ອນໄຫວໄດ້ລາຍ ງານວ່າ ມີການສູ້ລົບກັນຄັ້ງໃໝ່ລະຫວ່າງ ພວກຕໍ່ຕ້ານລັດຖະບານ ກັບກໍາລັງຂອງຝ່າຍ ລັດຖະບານ ຢູ່ເມືອງ Qusair ໃນເຂດຊາຍແດນທາງຕາເວັນຕົກຂອງຊີເຣຍ.

ການສູ້ລົບກັນທີ​ທດໍາ​ເນີນ​ມາ​ໄດ້​ສອງ​ອາທິດ​ແລ້ວ ເພື່ອຍາດເອົາຫົວເມືອງທີ່ຖືກປິດລ້ອມ
ນັ້ນ ໄດ້ເຮັດໃຫ້ມີຄໍາເຕືອນໃໝ່ອອກມາ ໃນວັນເສົາວານນີ້ ຈາກເລຂາທິການໃຫຍ່ສະ
ຫະປະຊາຊາດ ທ່ານ ພັນ ກິມູນ ທີ່ເຕືອນວ່າ ທຸກພັກຝ່າຍຈະຕ້ອງ​ເປັນຜູ້ຮັບຜິດຊອບຕໍ່
ການກໍ່ຄວາມໂຫດຮ້າຍປ່າເຖື່ອນ ຕ້ານພົນລະເຮືອນ ຢູ່ໃນຂົງເຂດດັ່ງກ່າວ.

ໃນວັນເສົາວານນີ້, ອົງການຂ່າວຝ່າຍຕາເວັນຕົກ ແລະເລບານອນ ໄດ້ລາຍງານວ່າ
ມີການຍິງຈະຫລວດຕໍ່ສູ້ກັນ ຢູ່ໃກ້ເມືອງ Qusair ຂ້າມຊາຍແດນໄປໃສ່ຖານທີ່ໝັ້ນຂອງ
ກຸ່ມ Hezbollah ຢູ່ໃນເຂດ Baalbek ຂອງ​ປະ​ເທດ​ເລ​ບາ​ນອນ.
XS
SM
MD
LG