ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຈະຂາຍ ລູກ​ສອນ​ໄຟ ​ຕໍ່ຕ້ານ​ເຮືອບິນ ໃຫ້ແກ່ ຊີເຣຍ (ວີດິໂອ)


ລະບົບປ້ອງກັນທາງອາກາດ S-300 ທີ່ກ້າວໜ້າທັນສະໄໝ ຂອງຣັດເຊຍ ທີ່ຖືກປະກາດວ່າ ຈະສົ່ງມອບໃຫ້ແກ່ລັດຖະບານຊີເຣຍ ໂດຍທ່ານ Sergei Ryabkov ໃນວັນທີ 28 2013
ລະບົບປ້ອງກັນທາງອາກາດ S-300 ທີ່ກ້າວໜ້າທັນສະໄໝ ຂອງຣັດເຊຍ ທີ່ຖືກປະກາດວ່າ ຈະສົ່ງມອບໃຫ້ແກ່ລັດຖະບານຊີເຣຍ ໂດຍທ່ານ Sergei Ryabkov ໃນວັນທີ 28 2013
ພວກນັກວິເຄາະເວົ້າວ່າ ມັນຈະເປັນການຍາກຍິ່ງ​ຂຶ້ນສໍາລັບ
ສະຫະລັດ ຫລືປະເທດມະຫາອໍານາດຕາເວັນຕົກອື່ນໆ ທີ່
ຈະສ້າງຕັ້ງ​ເຂດ​ຫ້າມ​ບິນ ຢູ່ເທິງນ່ານຟ້າຂອງຊີເຣຍ ຖ້າຫາກ
ຣັດເຊຍຍັງເດີນໜ້າໃນການຂາຍລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອບິນ
ໃຫ້ແກ່ກຸງ Damascus ຊຶ່ງເປັນພັນທະມິດນັ້ນ.

ກຸງມົສກູເວົ້າໃນອາທິດນີ້ວ່າ ຕົນມີແຜນທີ່ຈະສົ່ງມອບລະບົບ
ປ້ອງກັນທາງອາກາດ S-300 ທີ່ກ້າວໜ້າທັນສະໄໝໃຫ້ແກ່
ລັດລະຖານຂອງປະທານາທິບໍດີ Bashar al-Assad ທີ່ທໍາ
ການສູ້ລົບຢູ່ນັ້ນ ເຖິງແມ່ນວ່າຈະມີການຄັດຄ້ານຈາກສະຫະລັດ,
ຝຣັ່ງ ແລະອິສຣາແອລ ກໍຕາມ.

ທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດຣັດເຊຍ ກ່າວໃນວັນອັງ
ຄານວານນີ້ວ່າ ການມອບໂອນລະບົບດັ່ງກ່າວຈະເປັນ “ປັດ​ໄຈທີ່ພາໃຫ້ມີສະຖຽນລະ
ພາບ” ແລະຈະຢັບຢັ້ງ​ໃນສິ່ງທີ່ທ່ານເອີ້ນວ່າພວກ “ຫົວຮອ້ນ” ບາງຄົນບໍ່ໃຫ້ຄິດ​ທີ່​ຈະສົ່ງ
ກໍາລັງທະຫານຕ່າງປະເທດເຂົ້າໄປແຊກແຊງໃນບັນຫາຂັດ ແຍ້ງຂອງຊີເຣຍ.

ທ່ານ Ben MacQueen ນັກວິເຄາະເຫດການໃນພາກຕາເວັນອອກກາງ ທີ່ມະຫາວິທະ
ຍາໄລ Monash ຂອງອອສເຕຣເລຍ ກ່າວຕໍ່ວີໂອເອວ່າ ລູກ​ສອນ​ໄຟ ທີ່ຍິງຈາກພື້ນດິນ
ສູ່ອາກາດດັ່ງກ່າວ ຈະເປັນການສະແດງ​ໃຫ້​ເຫັນເຖິງການປັບປຸງຄັ້ງໃຫຍ່ ກ່ຽວ​ກັບການ
ປ້ອງກັນທາງອາກາດໃນປັດຈຸບັນຂອງຊີເຣຍ ແລະ ສາມາດທີ່ຈະທ້າທາຍຕໍ່ເຮືອບິນ
ຂອງບັນດາປະເທດຕາເວັນຕົກ​ໄດ້. ທ່ານໃຫ້ຄໍາເຫັນວ່າ:

“ລະບົບ S-300 ມີຄວາມສາມາດທີ່ຈະຍິງທຳລາຍ​ລູກ​ສອນ​ໄຟ​ນຳ​ວິຖີ​ຕະ
ຫລອດທັງເຮືອບິນທີ່ບິນໃນລະດັບສູງໆໄດ້. ສະນັ້ນ ການມີລະບົບ S-300
ຢູ່ໃນຄອບຄອງແມ່ນແນ່ນອນ ຈະພາໃຫ້ມີຄວາມຫຍຸ້ງຍາກເພີ້ມຂຶ້ນໃນການ
ສ້າງຕັ້ງເຂດຫ້າມບິນ.”


ຜູ້ແທນສະຫະລັດຂັ້ນສູງບາງທ່ານ ໄດ້ຊຸກຍູ້ໃຫ້ລັດຖະບານຂອງທ່ານໂອບາມາ ພິຈາ
ລະນາ ສ້າງຕັ້ງ​ເຂດ​ຫ້າມບິນຂຶ້ນ ເພື່ອຍຸຕິກອງທັບລັດຖະບານຊີເຣຍບໍ່ໃຫ້ທຳການ
ໂຈມຕີທາງອາກາດ ທີ່ໄດ້ສັງຫານທັງພວກຕໍ່ຕ້ານລັດຖະບານແລະພົນລະເຮືອນຈໍາ
ນວນຫລວງຫລາຍ ໃນລະຫວ່າງທີ່​ເກີດບັນຫາຂັດແຍ້ງກັນສອງປີ ຜ່ານມານີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Arms Debate Heats Up as Syria War Widens
please wait

No media source currently available

0:00 0:02:58 0:00
ລິງໂດຍກົງ
XS
SM
MD
LG