ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 15 ຄົນ ໃນການໂຈມຕີ ທາງອາກາດ ໂດຍຝ່າຍລັດຖະບານຊີເຣຍ (ວີດິໂອ)


ທ່ານ Bashar al-Assad ປະທານາທິບໍດີຊີເຣຍ
ທ່ານ Bashar al-Assad ປະທານາທິບໍດີຊີເຣຍ
ບັນດາ​ນັກ​ເຄຶ່ອນ​ໄຫວ​ເວົ້າ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ນຶ່ງ​ຂອງ​ລັດຖະບານຊີເຣຍຕໍ່​ເຂດ​ນຶ່ງ​ທີ່​ມີ​ຊາວ​ເຄິດ​ອາ​ໃສ​ຢູ່​ເປັນ​ສ່ວນ​ໃຫຍ່ ​ໃນ​ເມືອງ Aleppo ພາກ​ເໜືອ​ຂອງ​ປະ​ເທດນັ້ນ ​ໄດ້​ສັງຫານ 15 ຄົນ.

ກຸ່ມ​ສັງ​ເກດການ​ດ້ານ​ສິດທິ​ມະນຸດຊີ​ເຣຍ​ເວົ້າ​ວ່າ ​ເດັກນ້ອຍ​ເກົ້າ​ຄົນ ​ແລະ​ແມ່ຍິງ​ອີກສາມ​ຄົນ ​ແມ່ນ​ຢູ່​ໃນ​ຈໍານວນຜູ້ເສຍ​ຊີວິດ​ໃນ​ເຫດການ​ໂຈມ​ຕີ​ເມື່ອ​ວັນ​ເສົາວານ​ນີ້ ຕໍ່​ຄຸ້ມ Sheikh Maksoud ຊານເມືອງ Aleppo.

ນັກ​ເຄຶ່ອນ​ໄຫວໃນ​ບໍລິ​ເວນ​ນັ້ນ​ລາຍ​ງານ​ວ່າ ​ຈໍານວນ​ຜູ້​ເສຍ​ຊີວິດ​ເບິ່ງ​ຊົງວ່າ​ຈະ​ເພີ່ມ​ສູງ​ຂຶ້ນ ຍ້ອນມີ​ຜູ້​ໄດ້​ຮັບບາດ​ເຈັບສາຫັດ ​ເປັນ​ຈໍານວນຫຼວງຫຼາຍ.

ກຸ່ມ​ສັງ​ເກດການ​ສິດທິ​ມະນຸດ​ເວົ້າ​ວ່າ ຫຼັງຈາກ​ການ​ໂຈມ​ຕີ​ທາງ​ອາກາດ ພວກ​ນັກ​ລົບ​ຊາວ​ເຄິດ​ທີ່ປະຕິບັດ​ການຢູ່​ໃນ​ຊີ​ເຣຍ ​ໄດ້ສັງຫານ​ທະຫານ
​ຫ້າ​ຄົນ ​ໃນ​ການ​ໂຈມ​ຕີຕໍ່ດ່ານ​ກວດ​ຂອງທະຫານ​ແຫ່ງນຶ່ງ ​ຢູ່ຄຸ້ມ Sheikh Maksoud ເຂດຊານ​ເມືອງຂອງ Aleppo ນັ້ນ.

​ເມືອງ Aleppo ​ແມ່ນ​ນຶ່ງ​ໃນ​ບັນດາ​ເຂດ​ແນວ​ໜ້າ​ທີ່​ສໍາຄັນ​ໃນ​ສົງຄາມ​ກາງ​ເມືອງ​ ລະຫວ່າງ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ​ແລະ​ຝ່າຍ​ຕໍ່ຕ້ານ ທີ່​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​.

ເສຍຊີວິດ 15 ຄົນ
please wait

No media source currently available

0:00 0:00:23 0:00
XS
SM
MD
LG