ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ຊີເຣຍ ຍິງຈະຫຼວດ ໂຈມຕີຄຸ້ມນຶ່ງ ໃນນະຄອນຫຼວງ (ສະໄລດ໌)


ເດັກນ້ອຍຄົນນຶ່ງ ຍ່າງກາຍຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ເມືອງ Deir al-Zor (4 ເມສາ 2013)
ເດັກນ້ອຍຄົນນຶ່ງ ຍ່າງກາຍຕຶກອາຄານ ທີ່ໄດ້ຮັບຄວາມເສຍຫາຍ ຢູ່ເມືອງ Deir al-Zor (4 ເມສາ 2013)
ພວກນັກເຄື່ອນໄຫວກ່າວວ່າ ທະຫານລັດຖະບານຊີເຣຍ ໄດ້ຍິງ ໂຈມຕີຄຸ້ມສຳຄັນຄຸ້ມນຶ່ງ ໃນນະຄອນຫຼວງດາມັສກັສ ເຮັດໃຫ້ປະ ຊາຊົນຈຳນວນຫຼວງຫຼາຍ ຍັງຕົກຄ້າງຢູ່ຕາມຊາກຫັກພັງ.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ອັງກິດກ່າວ
ວ່າທະຫານລັດຖະບານໄດ້ຍິງຖະຫຼົ່ມຄຸ້ມ Barzeh ຊຶ່ງເປັນບ່ອນ
ທີ່ຮູ້ກັນດີວ່າ ພວກຕໍ່ຕ້ານລັດຖະບານທີ່ພະຍາຍາມຫາທາງໂຄ່ນ
ລົ້ມປະທານາທິບໍດີ Bashar al-Assad ກຳລັງປະຕິບັດງານຢູ່ທີ່
ນັ້ນ.

ອົງການຂ່າວເອພີລາຍງານວ່າ ມີຫລາຍໆຄົນເສຍຊີວິດໃນການ
ຍິງຈະຫຼວດໂຈມຕີ ທີ່ໄດ້ແຕກຂຶ້ນໃສ່ບ່ອນທີ່ມີປະຊາຊົນອາໄສຢູ່. ຊີເຣຍບໍ່ໄດ້ອະນຸຍາດໃຫ້
ພວກນັກຂ່າວຕ່າງປະເທດເຂົ້າໄປເກັບກຳຂ່າວຢູ່ໃນເຂດສ່ວນໃຫຍ່ຂອງປະເທດດັ່ງນັ້ນຈຶ່ງ
ເຮັດໃຫ້ເປັນການຍາກທີ່ຈະໃຫ້ການຢືນຢັນຕໍ່ລາຍງານຂ່າວການກໍ່ຄວາມຮຸນແຮງນີ້ໄດ້.

ໃນຂະນະທີ່ພວກຕໍ່ຕ້ານໄດ້ປະສົບກັບຄວາມສຳເລັດໃນການບຸກເຂົ້າຢຶດເອົາເຂດທີ່ສຳຄັນໆ ນັ້ນທະຫານຂອງທ່ານ Assad ແມ່ນຍັງສືບຕໍ່ເປັນຜູ້ຄວບຄຸມນະຄອນຫຼວງຂອງຊີເຣຍຢູ່.

ບັນຫາຂັດແຍ້ງໃນຊີເຣຍ ຊຶ່ງເລີ້ມຂຶ້ນໃນເດືອນມີນາປີ 2011 ດ້ວຍການໂຮມຊຸມນຸມປະທ້ວງ ແບບສັນຕິ ແຕ່ນັບແຕ່ນັ້ນມາໄດ້ທະວີຄວາມຮ້າຍແຮງຂຶ້ນກາຍເປັນສົງຄາມກາງເມືອງ ໂດຍ ທີ່ອົງການສະຫະປະຊາຊາດກະປະມານວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 70,000 ຄົນ.

XS
SM
MD
LG