ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງເວົ້າວ່າ ການສູ້ລົບກັນລະຫວ່າງ
ກໍາລັງຂອງ ລັດຖະບານແລະຝ່າຍຕໍ່ຕ້ານ ໄດ້ເພີ້ມຄວາມຮຸນ
ແຮງຂຶ້ນ ຢູ່ໃນເຂດຍຸດທະສາດເຂດນຶ່ງຂອງເມືອງ Aleppo, ຊຶ່ງ
ເປັນສູນກາງການຄ້າຂອງປະເທດ ໂດຍທີ່ລູກປືນໃຫຍ່ໄດ້ສັງ
ຫານພົນລະເຮືອນ 4 ຄົນ ແລະບັງຄັບໃຫ້ອີກຫລາຍຄົນ ຕ້ອງ
ອົບພະຍົບຫລົບໜີໄປ.
ກຸ່ມສັງເກດການດ້ານສິດທິມະນຸດຊີເຣຍທີ່ຕັ້ງຢູ່ອັງກິດເວົ້າວ່າ ຝ່າຍລັດຖະບານໄດ້ລະດົມຍິງປືນໃຫຍ່ໃສ່ເຂດຄຸ້ມ Sheikh
Maqsoud ໃນວັນອາທິດວານນີ້ ໃນຂະນະທີ່ທະຫານຂອງ
ລັດຖະບານພະຍາຍາມຂັດຂວາງບໍ່ໃຫ້ພວກຕໍ່ຕ້ານ ເຂົ້າຍຶດ
ເອົາເຂດຈອມໂພນ. ການຄວບຄຸມເອົາເມືອງ Alepp ໄດ້ຖືກແບ່ງແຍກລະຫວ່າງສອງ ຝ່າຍ ມາໄດ້ຫລາຍເດືອນແລ້ວ ໂດຍທີ່ບໍ່ມີຝ່າຍໃດ ສາມາດຕີໃຫ້ຝ່າຍອື່ນເສຍໄຊໄດ້.
ກຸ່ມສັງເກດການດ້ານສິດທິມະນຸດຍັງເວົ້າອີກວ່າ ການລະດົມຍິງໄດ້ທໍາລາຍບ້ານ ເຮືອນ ແລະສັງຫານເດັກນ້ອຍຫລາຍຄົນ ແລະໄດ້ເຮັດໃຫ້ຄົນຢູ່ອາໄສໃນເມືອງນັ້ນ ຕ້ອງອົບພະ ຍົບຫລົບໜີຢ່າງໄວວາ.
ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
ວີດິໂອຂອງນັກເຄື່ອນໄຫວອັນນຶ່ງ ທີ່ເອົາລົງທາງ Internet ສະແດງໃຫ້ເຫັນພາບ ພວກ
ຕໍ່ຕ້ານລັດຖະບານທໍາການຍິງສູ້ກັນ ກັບກໍາລັງຂອງລັດຖະບານຢູ່ ເຂດອ້ອມແອ້ມເດີ່ນ
ບິນສາກົນເຊັ່ນກັນ. ພວກຕໍ່ຕ້ານໄດ້ນໍາພາການລຸກຮືຂຶ້ນ ຕ້ານການປົກຄອງທີ່ໃຊ້ອໍານາດ
ຜະເດັດການຂອງປະທານາທິບໍດີ Bashar al-Assad ມາເປັນເວລາສອງປີແລ້ວ.
ປະມວນພາບຫລ້າສຸດຈາກຊີເຣຍ: