ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟິລິບ​ປິນ ປະນາມ ​​ຝ່າຍ​ຕໍ່ຕ້ານ ​ຊີ​ເຣຍ ກຸ່ມ​ນຶ່ງ ທີ່ຈັບໂຕປະກັນໄປ (ສະໄລດ໌)


ກໍາລັງຮັກສາສັນຕິພາບຢູເອັນ ຈາກຟິລິບປິນ ກ່ອນໜ້າຖືກຝ່າຍຕໍ່ຕ້ານ ຊີເຣຍຄວບຄຸມຕົວໄວ້.
ກໍາລັງຮັກສາສັນຕິພາບຢູເອັນ ຈາກຟິລິບປິນ ກ່ອນໜ້າຖືກຝ່າຍຕໍ່ຕ້ານ ຊີເຣຍຄວບຄຸມຕົວໄວ້.
ຟິລິບ​ປິນກໍາລັງ​ປະນາມ​ຢ່າງ​ແຂງ​ຂັນ​ຕໍ່​ຝ່າຍ​ຕໍ່ຕ້ານ​ຊີ​ເຣຍກຸ່ມ​ນຶ່ງ ທີ່​ຄຸມ​ຕົວ ​ກຳລັງ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ 21 ຄົນ ​ໃນ​ເຂດ Golan Heights ຊຶ່ງເປັນ​ເຂດຢຸດ​ເຊົາ​ການ​ສູ້​ລົບ​ລະຫວ່າງ​ຊີ​ເຣຍ​ແລະ​ອີສຣາ​ແອ​ລນັ້ນ.

ກະຊວງ​ຕ່າງປະ​ເທດ​ຟິລິບ​ປິນ ​ເວົ້າ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ເມື່ອ​ວັນ​ພະຫັດມື້​ນີ້​ວ່າ ການ​ກັກ​ຕົວ​ກຳລັງ​ຮັກສາ​ສັນຕິພາບ​ຟິລິບ​ປິນນັ້ນ ຖື​ວ່າເປັນ​ການລະ​ເມີດ​ກົດໝາຍ​ສາກົນ​ໂດຍ​ສິ້ນ​ເຊີງ ​ແລະ​ຟິລິບ​ປິນຍັງ​ເວົ້າ​ອີກ​ວ່າ ລັດຖະບານ​ຂອງຕົນ​ກໍາລັງ​ປະຕິບັດ​ງານ​ຮ່ວມ​ກັບ​ອົງການ​ສະຫະ​ປະ ຊາ​ຊາດ ສະຫະລັດ ອັງກິດ ຝຣັ່ງ​ແລະ​ເຢຍຣະມັນ ​ເພື່ອ​ຊ່ວຍ​ໃຫ້​ມີ​ການ ​ປ່ອຍ​ຕົວ​ພວກ​ທະຫານຈຸ​ດັ່ງກ່າວ.

ທ່ານ Vitaly Churkin ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ​ປະ​ຈໍາ​ອົງການ​ສະຫະປະຊາ​ຊາດ ບອກ​ພວກ​ນັກ​ຂ່າວ​ວ່າ ກໍາລັງ​ຮັກສາ​ສັນຕິພາບ​ໄດ້​ລໍາລຽງ​ສໍາພາລະ ​ໄປໃຫ້​ໜ່ວຍ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາຊດ ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເວລາ​ພວກ​ເຂົາ​ເຈົ້າຖືກ​ສັ່ງ​ໃຫ້​ຢຸດ ​ໂດຍ​ນັກ​ລົບ​ປະກອບ​ອາ​ວຸດ 30 ຄົນ.

ຮູບ​ວິ​ດີ​ໂອ ທີ່​ລົງ​ໃນ​ຢູທູບ ແມ່ນເຫັນ ພວກ​ຕໍ່ຕ້ານຊີ​ເຣຍກັບ​ລົດ​ລໍາລຽງ​ສໍາພາລະຂອງ​ສະຫະ​ປະຊາ​ຊາດ.

ການ​ກັກ​ຂັງ​ກຳລັງ​ຮັກສາ​ສັນຕິພາບ​ມີ​ຂື້ນໃນ​ມື້​ດຽວ​ກັບ​ທີ່ຫົວໜ້າ​ສະພາທະ ຫານ​ຂອງ​ຝ່າຍ​ຕໍ່ຕ້ານ ຮ້ອງ​ຂໍ​ໃຫ້​ນານາ​ຊາດ​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ໄປ​ໃຫ້ກອງທັບເສລີ​ຊີ​ເຣຍ​ເພີ່ມຂຶ້ນ.

ນາຍພົນ​ Salim Idriss ບອກ​ນັກ​ຂ່າວ​ທີ່​ນະຄອນຫຼວງ Brussels ປະ​ເທດ Belgium ວ່າ ລັດຖະບານ​ທ່ານ Assad ກໍາລັງ​ໃຊ້​ອາວຸດ​ໜັກ​ເຊັ່ນ​ປືນ​ໃຫຍ່​ໄລຍະ​ໄກ ລູ​ກສອນ​ໄຟທີ່​ຍິງຈາກ​ພາກພື້ນດິນຫາ​ພາກພື້ນດິນ​ແລະ ລູກ​ສອນ​ໄຟ Scud ນຳ​ດ້ວຍ. ​

ຮູບພາບຫລ້າສຸດ ກ່ຽວກັບຄວາມວຸ້ນວາຍຢູ່ຊີເຣຍ:

XS
SM
MD
LG