ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Assad ຂອງຊີເຣຍ ປະກາດ ຈະບໍ່ຍອມລົງຈາກ ອໍານາດເດັດຂາດ


ປະທານາທິບໍດີ Bashar al-Assad ຂອງຊີເຣຍ
ປະທານາທິບໍດີ Bashar al-Assad ຂອງຊີເຣຍ
ທ່ານ Bashah al-Assad ປະທານາທິບໍ​ດີຊີ​ເຣຍ ​ເວົ້າ​ວ່າ ​ທ່ານ​ພ້ອມ​ທີ່​ຈະ​ເຈລະຈາ​ຕໍ່​ຮອງ​ກັບ​ຝ່າຍ​ຄ້ານ ​ແຕ່​ເດັດຂາດ​ຈະ​ບໍ່​ລົງ​ຈາກ​ການ​ເປັນຜູ້​ນໍາ​ຂອງ​ປະເທດ.

​ໃນ​ການ​ໃຫ້​ສໍາພາດ​ທີ່​ບໍ່​ຄ່ອຍ​ປາກົດ​ເຫັນ​ນັ້ນ ທ່ານ Assad ບອກ​ໜັງສື ພິມ Sunday Times ຂອງ​ອັງກິດ​ວ່າ ​ແນວ​ຄິດ​ໃດໆທີ່​ວ່າ ການ​ທີ່​ທ່ານ​ ຍັງ​ສືບ​ຕໍ່​ຢູ່​ໃນ​ຕໍາ​ແໜ່​ງ​ປະທາ ນາທິບໍດີ​ ​ແມ່ນເຊື່ອມ​ໂຍງ​ກັບ​ຂໍ້​ຂັດ​ແຍ້​ງທີ່ ຍືດ​ເຍື້ອມາ​ໄດ້​ເກືອບ​ສອງ​ປີ​ ທີ່​ໄດ້​ທໍາລາຍ​ປະ​ເທດ​ຊາດ​ນັ້ນ ​ເປັນ​ເລຶ່ອງ​ໄຮ້​ສາລະ ຊຶ່ງ​ທ່ານ ອັດ​ຊັດ ​ເວົ້າ​ວ່າ ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ໃນ ລີ​ເບຍ ​ເຢ​ເມັນ ​ແລະ​ອີ​ຈິບ ​ແມ່ນ​ເປັນ​ສັກຂີ​ພະຍານ​ໃນ​ເລຶ່ອງນີ້.

ປະທານາທິບໍດີ ອັດ​ຊັດ ​ເວົ້າໃນ​ບົດສໍາພາດ​ທີ່ບັນທຶກ​ວີ​ດີ​ໂອ​ໄວ້ ຂອງໜັງສືພິມ Times ​ເມື່ອ​ອາທິດ​ຜ່ານ​ມາ ທີ່​ບ້ານ​ພັກ​ຂອງ​ທ່ານ​ໃນ​ນະຄອນຫຼວງ ດາ​ມັສກັສ ວ່າ ທ່ານ​ພ້ອມ​ທີ່​ຈະ​ເຈລະຈາ​ກັບ​ໃຜ​ກໍ​ຕາມ​ທີ່​ວາງອາວຸດ ​ຊຶ່ງ​ສະ​ແດງ​ເຖິງ​ຄວາມ​ແຕກ​ຕ່າງ​ ​ລະຫວ່າງກຸ່ມ​ການ​ເມືອງ ​ແລະ ພວກ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ.

ຜູ້​ນໍາ​ຊີ​ເຣຍຍັງ​ກ່າວ​ຫາ​ອັງກິດວ່າ ຕ້ອງການ​ຢາກ​ໃຫ້ຄວາມ​ຮຸນ​ແຮງເພີ່ມ​ທະ ວີຂຶ້ນ​ໃນ​ຊີ​ເຣຍ ​ເພາະວ່າ​ອັງກິດ​ຢາກ​ປ້ອນ​ອຸບປະກອນ​ທະຫານ​ໃຫ້​ແກ່​ກຸ່ມ​ກະບົດ​. ທ່ານ ອັດ​ຊັດ ​ເວົ້າ​ອີກ​ວ່າ ແມ່ນໃຜຈະສາມາດຄາດ​ຫວັງ​ໄດ້​ວ່າ​ຈະ​ຂໍ​ຮ້ອງ​ໃຫ້​ອັງກິດ​ຫຼິ້ນບົດບາດ​ໄດ້​ຢ່າງ​ໃດ ​ໃນ​ເມື່ອ​ອັງກິດກໍາລັງ​ເຮັດໃຫ້​ ບັນຫາກາຍ​ເປັນ​ເລື້ອງທະຫານໄປ.
XS
SM
MD
LG