ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ວ່າ ນະ​ໂຍບາຍ​ຂອງຕົນ ກ່ຽວ​ກັບ​ຊີ​ເຣຍ ຍັງ​ຄືເກົ່າ


ທະຫານຝ່າຍກະບົດຊີເຣຍຈຸນຶ່ງ ໃນຂະນະທໍາການສູ້ລົບຕໍ່ຕ້ານ ທະຫານຂອງທ່ານ Bashar al-Assad ຢ່າງບໍ່ລົດລະ.
ທະຫານຝ່າຍກະບົດຊີເຣຍຈຸນຶ່ງ ໃນຂະນະທໍາການສູ້ລົບຕໍ່ຕ້ານ ທະຫານຂອງທ່ານ Bashar al-Assad ຢ່າງບໍ່ລົດລະ.
ກະຊວງ​ຕ່າງປະ​ເທດ​ຂອງຣັດ​ເຊຍ ​ເວົ້າ​ວ່າ ນະ​ໂຍບາຍ​ຂອງ
Moscow ກ່ຽວ​ກັບ​ຊີ​ເຣຍ ຍັງ​ບໍ່​ໄດ້ປ່ຽນ​ແປງ​ ຫຼັງຈາກ​ໄດ້​ມີ
​ການ​ອ້າງຄໍາ​ເວົ້າ​ຂອງນັກ​ການ​ທູດ​ລະດັບ​ສູງ​ທີ່ວ່າ ຝ່າຍ​ຄ້ານ​
ຂອງ​ຊີ​ເຣຍອາດ​ຊະນະ​ການ​ສູ້​ລົບ​ຕໍ່ຕ້ານ​ປະ ທາ​ນາ​ທິບໍດີ
Bashar al-Assad ​ແລ້ວ.

​ເມື່ອ​ວັນ​ສຸກ​ມື້​ນີ້ ກະຊວງ​ຕ່າງປະ​ເທດ ​ເວົ້າ​ວ່າ ທ່ານ Mikhail
Bogdanov ຮອງ​ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ບໍ່​ໄດ້​ອອກ
​ຖະ​ແຫຼງການ​ໃດ​ໆ ຫຼື​ແມ່ນ​ແຕ່ໄດ້ໃຫ້​ສໍາພາດ​ພິ​ເສດ ກັບ​ພວກ​
ນັກ​ຂ່າວ ໃນໄລຍະບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ກ່ຽວ​ກັບ​ເລຶ່ອງຊີ​ເຣຍ​ເລີຍ.

​ເມື່ອ​ວັນ​ພະຫັດ​ວານ​ນີ້ ສື່​ມວນ​ຊົນ​ຂອງຣັດ​ເຊຍ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ​ຂອງ ຮອງ​ລັດຖະມົນຕີ​ທີ່​ເວົ້າ​ວ່າ ທ່ານ Assad ກໍາລັງ​ສູນ​ເສຍ​ການ​ຄວບ​ຄຸມ ອານາ​ເຂດ​ຂອງ​ປະ​ເທດ​ຂຶ້ນ​ໄປ​ນັບ​ມື້ ​ແລະ​ວ່າໃຊຊະນະ​ຂອງ​ຝ່າຍ​ຄ້ານ​ບໍ່ ສາມາດທີ່​ຈະ​ປະຕິ​ເສດ​ໄດ້. ນັບວ່າ​ເປັນ​ເທື່ອ​ທໍາ​ອິດ​ທີ່​ໄດ້​ເຫັນ​ວ່າ ຣັດ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ພັນທະ​ມິດ​ມະຫາ​ອໍານາດ​ຂອງ​ຊີ​ເຣຍນັ້ນ ​ທີ່ໄດ້​ຮັບ​ຮູ້​ວ່າ ລັດຖະບານ​ຊີ​ເຣຍກໍາລັງ​ເລີ່​ມພັງ​ທະລາ​ຍລົງໄປ​ ​ໃນ​ການ​ສູ້​ລົບ​ຕໍ່ຕ້ານ ລັດຖະບານ​ທີ່​ຍືດ​ເຍື້ອມາ​ໄດ້​ເກືອບ​ສອງ​ປີ​ແລ້ວ​ນັ້ນ.

​ແຕ່​ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ເວົ້າ​ວ່າ ຮອງ​ລັດຖະມົນຕີ Bogdanov ​ໄດ້​ອ້າງ​ເຖິງ​ການ​ອ້າງເອົາຂອງ​ຝ່າຍ​ຄ້ານ​ຊີ​ເຣຍ ​ແລະ​ກຸ່ມ​ອຸບປະຖໍາ​ຕ່າງປະ​ເທດ​ຂອງຕົນ ທີ່ທໍານາຍເຖິງ​ໄຊຊະນະ​ຢ່າງໄວ​ໃນ​ເມືອງຫຼວງດາ​ມັສກັສ. ກະຊວງ​ຕ່າງປະ​ເທດ​ຣັດ​ເຊຍ​ເວົ້າ​ອີກ​ວ່າ ທ່ານ Bogdanov ​ໄດ້​ໃຫ້​ຄໍາ​ເຫັນ​ດັ່ງກ່າວ​ຕໍ່​ຄະນະ​ທີ່​ປຶກສາ​ວັງ​ເຄຣມລິນ ທີ່​ໄດ້​ປຶກສາ​ຫາລື​ກັນ​ເຖິງ​ບັນ ຫາ​ຕ່າງໆ​ໃນ​ຂົງ​ເຂດ​ຕາ​ເວັນ​ອອກກກາງ ​ແລະ​ອາ​ຟຣິກາ​ເໜືອ.

ຕະຫຼອດ​ໄລຍະ​ເວລາ​ດັ່ງກ່າວ​ນີ້ ທັງຣັດ​ເຊຍ ​ແລະ​ຈີນໄດ້​ກີດ​ກັ້ນຊໍ້າ​ແລ້ວຊໍ້າ​ອີກ​ໃນ​ຄວາມ ພະຍາຍາມຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດໃນ​ການແກ້​ໄຂ​ວິ​ກິດ​ການ
ຊີ​ເຣຍ.
XS
SM
MD
LG