ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍຕ້ອງຕິ ສຫລ ທີ່ຮັບຮູ້ ແນວໂຮມຝ່າຍຄ້ານ ລັດຖະບານຊີເຣຍ (ສະໄລດ໌)


ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຕ້ອງຕິສະຫະລັດ ທີ່ຮັບຮູ້ ແນວໂຮມຂອງຝ່າຍທີ່​ຕໍ່ຕ້ານ ລັດຖະບານຊີເຣຍ
ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergei Lavrov ຕ້ອງຕິສະຫະລັດ ທີ່ຮັບຮູ້ ແນວໂຮມຂອງຝ່າຍທີ່​ຕໍ່ຕ້ານ ລັດຖະບານຊີເຣຍ
ຣັດເຊຍເວົ້າວ່າ ຕົນມີຄວາມປະຫລາດໃຈ ທີ່ສະຫະລັດຮັບຮູ້
ແນວໂຮມຂອງຝ່າຍທີ່​ຕໍ່ຕ້ານ ລັດຖະບານຊີເຣຍ ທີ່ຫາກໍ່ສ້າງ
ຕັ້ງຂຶ້ນໃໝ່ໆນັ້ນ ວ່າເປັນຜູ້ຕາງໜ້າໃຫ້ແກ່​ປະຊາຊົນຊີເຣຍ.

ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທ່ານ Sergi
Lavrov ກ່າວໃນວັນພຸດມື້ນີ້ ວ່າ ການເຄື່ອນໄຫວດັ່ງກ່າວ ເປັນ ການຕ້ານຢັນການດໍາເນີນຄວາມພະຍາຍາມໃນການສ້າງຕັ້ງ​
ໄລຍະ​ຂ້າມ​ຜ່ານທາງການເມືອງຂຶ້ນ ຢູ່ໃນຊີເຣຍ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ປະກາດ
ກ່ຽວກັບການເຄື່ອນໄຫວ ທີ່ ​ໄດ້​ມີ​ການຄາດໝາຍ​ກັນຢ່າງແຜ່
ຫລາຍຢູ່ໃນການໃຫ້ສໍາພາດ ທາງໂທລະພາບ ໃນວັນອັງຄານ
ວານນີ້. ມັນເປັນການ​ເຄື່ອນ​ໄຫວ​ທີ່ແນໃສ່ເພີ້ມຄວາມແຂງແກ່ນ
ໃຫ້ແກ່ໄມ້ມືຂອງກຸ່ມ​ກະ​ບົດຊີ​ເຣຍ ທີ່ຊອກຫາທາງໂຄ່ນລົ້ມລັດຖະບານຂອງປະທານາທິບໍ ດີ Bashar al-Assad ຂອງຊີເຣຍນັ້ນ. ແຕ່ວ່າສະຫະລັດບໍ່ໄດ້ໃຫ້ຄໍາໝັ້ນໝາຍໃດໆ ທີ່ຈະ
ປະກອບອາວຸດໃຫ້ແກ່ ຝ່າຍຄ້ານ ຊຶ່ງທາງລັດຖະບານສະຫະລັດເວົ້າວ່າ ແນວໂຮມດັ່ງກ່າວ ມີພວກກໍ່​ການ​ຮ້າຍ ຮວມຢູ່ນໍາດ້ວຍ.

​ລັດຖະບານມົສກູຄັດຄ້ານຕໍ່ຄໍາຮຽກຮ້ອງຂອງບັນດາອໍານາດຝ່າຍ​ຕາ​ເວັນຕົກ ທີ່ຢາກໃຫ້ ມີການປ່ຽນແປງລະບອບປົກຄອງຂອງປະທານາທິບໍດີຊີເຣຍ ຊຶ່ງເປັນພັນທະມິດຂອງ ຣັດເຊຍມາເປັນເວລາດົນນານນັ້ນ.
ພາບລວມຜູ້ແທນຈາກບັນດາປະເທດທີ່ເອີ້ນກັນວ່າ ກຸ່ມເພື່ອນ​ມິດ​ຂອງ​ຊີ​ເຣຍ ເຂົ້າຣ່ວມທີ່ກອງປະຊຸມໃນວັນ​ພຸດມື້​ນີ້ ​ຢູ່ລັດ Marrakesh ປະ​ເທດ Morocco
ພາບລວມຜູ້ແທນຈາກບັນດາປະເທດທີ່ເອີ້ນກັນວ່າ ກຸ່ມເພື່ອນ​ມິດ​ຂອງ​ຊີ​ເຣຍ ເຂົ້າຣ່ວມທີ່ກອງປະຊຸມໃນວັນ​ພຸດມື້​ນີ້ ​ຢູ່ລັດ Marrakesh ປະ​ເທດ Morocco

ໃນຂະນະດຽວກັນ ​ຜູ້ແທນຫລາຍກວ່າ 100 ທ່ານ ທີ່ມາຈາກ
ບັນດາປະເທດທີ່ເອີ້ນກັນວ່າ ກຸ່ມເພື່ອນ​ມິດ​ຂອງ​ຊີ​ເຣຍນັ້ນ ກໍາ ລັງເຂົ້າຮ່ວມກອງປະຊຸມໃນວັນ​ພຸດມື້​ນີ້ ​ຢູ່ປະ​ເທດ Morocco
ໂດຍມີ​ຈຸດປະສົງແນໃສ່​ໃຫ້​ມີການບັນລຸຂໍ້ຕົກລົງກັນ ກ່ຽວກັບ
ຍຸດທະສາດໃນ ການຫັນປ່ຽນທາງການເມືອງ ຖ້າຫາກ​ປະ
ທານາທິບໍດີ Bashar al-Assad ຕົກຈາກ ຕໍາແໜ່ງໄປ.

ສະໄລດ໌ປະມວນພາບ ການສູ້ລົບກັນຢູ່ໃນຊີເຣຍ ຮອດວັນທີ 11 ທັນວາ:
XS
SM
MD
LG