ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ທູດສັນຕິພາບ ນາໆຊາດ ໄປຊີເຣຍ ເພື່ອຊຸກຍູ້ ໃຫ້ມີ ການຢຸດຍິງ ຊົ່ວຄາວ (ສະໄລດ໌)


ທ່ານ Walid Muallem, ລັດຖະມົນຕີກະຊວງການຕ່າງປະເທດຊີເຣຍ (ຂວາ) ພົບປະກັບທ່ານ Lakhdar Brahimi ທູດສັນຕິພາບນາໆຊາດ ສໍາລັບຊີເຣຍ ທີ່ນະຄອນ Damascus ໃນວັນທີ 20 ຕຸລາ, 2012.
ທ່ານ Walid Muallem, ລັດຖະມົນຕີກະຊວງການຕ່າງປະເທດຊີເຣຍ (ຂວາ) ພົບປະກັບທ່ານ Lakhdar Brahimi ທູດສັນຕິພາບນາໆຊາດ ສໍາລັບຊີເຣຍ ທີ່ນະຄອນ Damascus ໃນວັນທີ 20 ຕຸລາ, 2012.
ທ່ານ Lakhdar Brahimi ທູດສັນຕິພາບນາໆຊາດ ໄດ້ພົບ
ປະກັບລັດຖະມົນ ຕີກະຊວງການຕ່າງປະເທດຊີເຣຍ ໃນວັນ
ເສົາມື້ນີ້ ທີ່ນະຄອນຫຼວງດາມັສກັສ ເພື່ອປຶກສາຊອກຫາ ຊ່ອງ
ທາງ ໃຫ້ມີການຢຸດຍິງຊົ່ວຄາວ ຢູ່ໃນບັນຫາຂັດແຍ່ງລະຫວ່າງ ກໍາລັງທະຫານລັດຖະບານຊີເຣຍ ແລະກຸ່ມກະບົດນັ້ນ.

ຍັງບໍ່ມີລາຍລະອຽດເປີດເຜີຍໃຫ້ຮູ້ ກ່ຽວກັບການພົບປະດັ່ງກ່າວ
ກັບທ່ານ Walid Muallem, ລັດຖະມົນຕີກະຊວງການຕ່າງ
ປະເທດຊີເຣຍ.

ນອກນັ້ນ ທູດພິເສດສະຫະປະຊາຊາດ ແລະສັນນິບາດຊາດ
ອາຣັບທ່ານນີ້ ຍັງມີໝາຍກໍານົດທີ່ຈະພົບປະກັບປະທານາ
ທິບໍດີ Bashar al-Assad ແລະພວກຜູ້ ນໍາຝ່າຍຄ້ານໃນໄລ ຍະທີ່ທ່ານຢ້ຽມຢາມປະເທດ ດັ່ງກ່າວ.

ທ່ານ Brahimi ກໍາລັງຊຸກຍູ້ພວກເຈົ້າໜ້າທີ່ຊີເຣຍ ໃຫ້ສະໜັບສະໜຸນການຢຸດຍິງ ໃນໄລ ຍະບຸນ Eid al-Adha ຂອງຊາວມຸສລິມ ຊຶ່ງຈະດໍາເນີນໄປ ເປັນເວລາ 4 ວັນ ເລີ້ມແຕ່
ວັນທີ 26 ຕຸລາເປັນຕົ້ນໄປ. ເລຂາທິການໃຫຍ່ຂອງສະຫະປະຊາຊາດ ແລະສັນນິບາດ ຊາດອາຣັບ ໄດ້ອອກຖະແຫລງການໃນ ວັນສຸກວານນີ້ ຮຽກຮ້ອງໃຫ້ມີການຢຸດເຊົາການ ກໍ່ຄວາມຮຸນແຮງ ຢູ່ໃນໄລຍະ ວັນບຸນທາງສາສະໜາດັ່ງກ່າວ.

ທ່ານ Brahimi ກ່າວຕໍ່ນັກຂ່າວໃນວັນພະຫັດຜ່ານມາ ລຸນຫລັງທີ່ໄດ້ພົບກັບລັດຖະມົນຕີ ກະຊວງການຕ່າງປະເທດຈໍແດນວ່າ ການຢຸດຍິງ ໃນບັນຫາຂັດແຍ້ງທີ່ຍືດເຍື້ອມາເປັນເວ ລາ 19 ເດືອນດັ່ງກ່າວນັ້ນອາດນໍາມາຊຶ່ງຄວາມໄວ້ ເນື້ອເຊື່ອໃຈຊຶ່ງກັນແລະກັນ ແລະ ອາດຈະຊ່ວຍໃຫ້ມີການຢຸດຍິງ ໄລຍະຍາວຂຶ້ນກໍເປັນໄດ້.

XS
SM
MD
LG