ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເທີກີ ຮຽກຮ້ອງໃຫ້ ມີການຢຸດຍິງ ໃນຊີເຣຍ (ສະໄລດ໌ກັບວີດີໂອ)


ລັດຖະມົນຕີການຕ່າງປະເທດເທີກີ ທ່ານ Ahmet Davutoglu
ລັດຖະມົນຕີການຕ່າງປະເທດເທີກີ ທ່ານ Ahmet Davutoglu
ລັດຖະມົນຕີການຕ່າງປະເທດເທີກີໄດ້ຮ້ອງຂໍ ໃຫ້ກຳລັງທະຫານ
ຊີເຣຍ ແລະກຸ່ມກະບົດໃນປະເທດດັ່ງກ່າວທຳການຢຸດຍິງໃນລະ
ຫວ່າງວັນບຸນ ຊຶ່ງເປັນມື້ພັກຂອງສາສະໜາອິສລາມ ໃນອາທິດ
ໜ້າ.

ທ່ານ Ahmet Davutoglu ກ່າວຕໍ່ພວກນັກຂ່າວ ໃນວັນສຸກມື້ນີ້
ວ່າທັງສອງຝ່າຍຄວນຈະໂຈະການເປັນປໍລະປັກ ຢ່າງນ້ອຍໃນ
ລະຫວ່າງການສະຫຼອງບຸນ Eid al-Adha ເປັນເວລາ 4 ມື້ ຊຶ່ງຈະ
ເລີ້ມຂຶ້ນໃນວັນທີ 26 ຕຸລານີ້.

ທູດສັນຕິພາບນາໆຊາດ ທ່ານ Lakhkar Brahimi ມີກຳນົດທີ່
ຈະເດີນທາງໄປ ຢ້ຽມຢາມນະຄອນຫຼວງດາມັສກັສ ບ່ອນທີ່ຄາດ
ກັນວ່າ ທ່ານຈະໄດ້ພົບປະ ກັບລັດຖະມົນຕີການຕ່າງປະເທດຊີ
ເຣຍທ່ານ Walid Muallem ໃນວັນເສົາມື້ອື່ນ. ນອກນັ້ນທ່ານ Brahimi ຍັງຮຽກຮ້ອງໃຫ້ ມີການຢຸດຍິງ ໃນອາທິດໜ້າ.



ໃນວັນພະຫັດວານນີ້ ພວກນັກເຄື່ອນໄຫວແລະເຈົ້າໜ້າທີ່ການແພດຊີເຣຍກ່າວວ່າ ການ ໂຈມຕີທາງອາກາດທີ່ມີມາເປັນລຳດັບຂອງລັດຖະບານ ຕໍ່ເຂດຄວບຄຸມຂອງພວກກະບົດ ຢູ່ໃນພາກເໜືອຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 43 ຄົນ ຮວມທັງພວກເດັກ ນ້ອຍຈຳນວນນຶ່ງ.

ພວກນັກເຄື່ອນໄຫວ ກ່າວວ່າ ການໂຈມຕີທີ່ວ່ານີ້ ມີຂຶ້ນໃນຕອນແລງຂອງມື້ວັນພຸດ ແລະ ຕອນເຊົ້າຂອງວັນພະຫັດ ຢູ່ໃນ 5 ເຂດຂອງແຂວງ Idlib ແລະແຂວງ Aleppo ຮວມທັງ
ເມືອງ Maaret al-Numan ທີ່ພວກກະບົດຄວບຄຸມ ຊຶ່ງເປັນຫົວເມືອງຍຸດທະສາດຕັ້ງຢູ່ ເທິງທາງຫຼວງທີ່ເນັ່ງແຕ່ນະຄອນຫຼວງດາມັສກັສຫາເມືອງ Aleppo. ເສັ້ນທາງດັ່ງກ່າວນີ້ ເຊື່ອມຕໍ່ສອງຫົວເມືອງທີ່ໃຫຍ່ທີ່ສຸດຂອງຊີເຣຍ.

XS
SM
MD
LG