ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກເທີກີ ກ່າວວ່າ ເຮືອບິນຊີເຣຍ ລຳລຽງອາວຸດ ແລະລູກກະສຸນ (ສະໄລດ໌)


ນາຍົກລັດຖະມົນຕີ Recep Tayyip Erdogan ແຫ່ງເທີກີ
ນາຍົກລັດຖະມົນຕີ Recep Tayyip Erdogan ແຫ່ງເທີກີ
ເທີກີໄດ້ກ່າວປ້ອງກັນການຕັດສິນໃຈຂອງຕົນທີ່ໄດ້ບັງຄັບໃຫ້ເຮືອ
ບິນລຳນຶ່ງທີ່ພວມມຸ່ງໜ້າໄປຊີເຣຍລົງຈອດທີ່ເທີກີເວົ້າວ່າ ລຳລຽງ ອຸບປະກອນທາງທະຫານ ແລະ ລູກກະສຸນ ໄປໃຫ້ລັດຖະບານຊີ
ເຣຍນັ້ນ.

ນາຍົກລັດຖະມົນຕີເທີກີທ່ານ Recep Tayyip Erdogan ກ່າວ
ວ່າ ເຮືອບິນອາຍພົ່ນໂດຍສານຊຶ່ງເດີນທາງມາແຕ່ກຸງມົສກູໄປນະ
ຄອນຫຼວງດາມັສກັສ ໃນຕົ້ນອາທິດນີ້ ໄດ້ລຳລຽງສິນຄ້າ ທີ່ຜິດກົດ
ໝາຍທີ່ຈັດສົ່ງໃຫ້ໂດຍພວກພໍ່ຄ້າຣັດເຊຍ. ທ່ານ Erdogan ບໍ່ໄດ້
ໃຫ້ລາຍລະອຽດເພີ້ມຕື່ມກ່ຽວກັບວ່າ ເທີກີຮູ້ຂ່າວລັບນີ້ມາຈາກໃສ ຫຼືກຸ່ມໃດຢູ່ໃນຣັດເຊຍທີ່ເປັນຜູ້ຈັດສົ່ງສິນຄ້າເຫຼົ່ານີ້.

ເຈົ້າໜ້າທີ່ຊີເຣຍໄດ້ປະຕິເສດວ່າ ເຮືອບິນລຳນີ້ບໍ່ໄດ້ລຳລຽງອຸບ
ປະກອນທາງທະຫານ. ຣັດເຊຍ ຊຶ່ງເປັນປະເທດພັນທະມິດທີ່ສຳຄັນສຸດ ຂອງຜູ້ນຳຊີເຣຍ ທ່ານ Bashar al-Assad ໄດ້ທວງໃຫ້ເທີກີ ໃຫ້ການອະທິບາຍກ່ຽວກັບເລື່ອງນີ້ໂດຍເວົ້າ ວ່າ ການກະທຳຂອງເທີກີຂົ່ມຂູ່ຕໍ່ຊີວິດແລະຄວາມປອດໄພຂອງຜູ້ໂດຍສານ ທີ່ຢູ່ເທິງເຣືອ ບິນລຳນັ້ນ.

ຖ້ຽວບິນຂອງສາຍການບິນຊີເຣຍ ໄດ້ຖືກບັງຄັບ ໂດຍເຮືອບິນລົບຂອງເທີກີ ໃນຕອນແລງ ຂອງມື້ວັນພຸດຜ່ານມາໃຫ້ລົງຈອດທີ່ນະຄອນຫຼວງອັງກາຣາຂອງເທີກີ. ເຮືອບິນລຳດັ່ງກ່າວ ໄດ້ຮັບອະນຸຍາດໃຫ້ເກີນທາງຕໍ່ໄປຍັງຊີເຣຍໃນຕອນເຊົ້າຂອງວັນພະຫັດໂດຍປາດສະຈາກ ອຸບປະກອນຕ່າງໆທີ່ສົ່ງມາແຕ່ຣັດເຊຍ.

ເຫດການດັ່ງກ່າວໄດ້ເພີ້ມທະວີຄວາມເຄັ່ງຕຶງລະຫວ່າງເທີກີແລະຊີເຣຍຊຶ່ງໃນໄລຍະສອງ ສາມອາທິດຜ່ານມານີ້ ໄດ້ຍິງປືນໃຫຍ່ໂຈມຕີກັນຂ້າມຊາຍແດນ.

ຂະນະດຽວກັນ ຢູ່ໃນປະເທດຊີເຣຍ ພວກນັກເຄື່ອນໄຫວກ່າວວ່າ ກະບົດ 6 ຄົນໄດ້ຖືກຂ້າ ຕາຍໃນການໂຈມຕີຕໍ່ດ່ານກວດທະຫານແຫ່ງນຶ່ງ ທີ່ແຂວງ Dera’a ທີ່ຍັງຜົນໃຫ້ທະຫານ 14 ຄົນເສຍຊີວິດໄປນັ້ນ. ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ມີສຳນັກງານຢູ່ອັງກິດ ກ່າວ ຕື່ມວ່າ ການໂຈມຕີທາງອາກາດແລະການປະທະກັນຢ່າງໜັກ ພວມມີຂຶ້ນທີ່ແຂວງ Idlib, Deir Izzour ແລະ Aleppo.

ກ່ຽວຂ້ອງກັນ

XS
SM
MD
LG