ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ປະນາມ ການໂຈມຕີ ຂອງຊີເຣຍ ຕໍ່ເທີກີ (ສະໄລດ໌)


A woman kneels as she appeals to Ukrainian police troops at the site of clashes with anti-government protesters in Kyiv. Protesters erected more street barricades and occupied a government ministry building on Friday after the failure of crisis talks.
A woman kneels as she appeals to Ukrainian police troops at the site of clashes with anti-government protesters in Kyiv. Protesters erected more street barricades and occupied a government ministry building on Friday after the failure of crisis talks.
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ປະນາມການ
ໂຈມຕີຂອງຊີເຣຍຕໍ່ຫົວເມືອງຊາຍແດນເທີກີ ທີ່ເປັນເຫດໃຫ້ມີ
ຜູ້ເສຍຊີວິດ 5 ຄົນ ໃນອາທິດນີ້.

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດ
ວານນີ້ ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວວ່າ ເຫດ
ຮ້າຍດັ່ງກ່າວແມ່ນໄດ້ເນັ້ນໃຫ້ເຫັນວ່າວິກິດການໃນຊີເຣຍໄດ້
ມີຜົນກະທົບ ຢ່າງຮ້າຍແຮງ ຕໍ່ຄວາມໝັ້ນຄົງ ຂອງບັນດາປະ
ເທດເພື່ອນບ້ານຕະຫຼອດທັງສັນຕິພາບແລະສະຖຽນລະພາບ
ໃນພູມີພາກນຳດ້ວຍ. ສະພາຄວາມໝັ້ນຄົງທີ່ມີສະມາຊິກ 15
ປະເທດ ໄດ້ຮຽກຮ້ອງໃຫ້ລັດຖະບານຊີເຣຍ ຍຸຕິການລ່ວງລະ
ເມີດໃນທຳນອງນີ້ ຕໍ່ກົດໝາຍຂອງນາໆຊາດ ແລະ ໃຫ້ການ
ເຄົາລົບຕໍ່ອະທິປະໄຕແລະບຸລະນະພາບຂອງຜືນແຜ່ນດິນອັນຄົບຖ້ວນຂອງປະເທດເພື່ອນ ບ້ານ.
(ຄລິກໃຫ້ຂະຫຍາຍ) ຫົວເມືອງຊາຍແດນຂອງເທີກີແລະຊີເຣຍ
(ຄລິກໃຫ້ຂະຫຍາຍ) ຫົວເມືອງຊາຍແດນຂອງເທີກີແລະຊີເຣຍ

ທະຫານຊີເຣຍໄດ້ຍິງປືນຄົກໃສ່ຄຸ້ມທີ່ປະຊາຊົນອາໄສຢູ່ຂອງເມືອງ Akcakale ຂອງເທີກີ ໃນມື້ວັນພຸດຜ່ານມາ ໂດຍໄດ້ສັງຫານແມ່ຍິງ 2 ຄົນ ແລະເດັກນ້ອຍ 3 ຄົນ. ເພື່ອເປັນການ ຕອບໂຕ້ ເທີກີໄດ້ຍິງປືນໃຫຍ່ໂຈມຕີເປົ້າໝາຍຕ່າງໆຂອງຊີເຣຍແລະອະນຸມັດໃຫ້ທຳການ ປະຕິບັດງານທາງທະຫານຢູ່ນອກຊາຍແດນຂອງຕົນໄດ້ ຖ້າຫາກມີຄວາມຈຳເປັນ. ເວລາ
ນີ້ ທະຫານເທີກີພວມທຳການລາດຕະເວນຢູ່ຕາມບໍລິເວນຊາຍແດນ.

ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip Erdogan ກ່າວວ່າ ເທີກີບໍ່ມີຈຸດປະສົງ
ທີ່ຈະເປັນຜູ້ກໍ່ສົງຄາມ ແຕ່ໄດ້ຕັດສິນໃຈຢ່າງແນ່ວແນ່ແລ້ວວ່າ ຈະປ້ອງກັນຊາຍແດນແລະ ປະຊາຊົນຂອງຕົນ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ຮຽກຮ້ອງໃຫ້ທຸກ ພັກຝ່າຍກ່ຽວຂ້ອງຢູ່ໃນຂົງເຂດຈົ່ງໃຊ້ຄວາມຢັບຢັ້ງຫຼາຍທີ່ສຸດ ແລະໃຊ້ຄວາມພະຍາຍາມ ທັງໝົດ ເພື່ອໃຫ້ມີການເຄື່ອນໄຫວໄປສູ່ການແກ້ໄຂທາງດ້ານການເມືອງ.

XS
SM
MD
LG