ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຂໍເງິນເກືອບ 5 ແສນໂດລາ ເພື່ອຊ່ວຍ ອົບພະຍົບ ຊີເຣຍ (ວີດິໂອ)


ຄອບຄົບຊາວອົບພະຍົບຊີເຣຍຫາກໍ່ຂ້າມຊາຍແດນທີ່ເມືອງ Tal Shehab ຂອງຊີເຣຍ ໄປຫາຮ່ອມພູ Al Yarmouk River ໃກ້ກັບເມືອງ Ramtha ປະເທດຈໍແດນໃນວັນທີ 15 ກັນຍາ, 2012.
ຄອບຄົບຊາວອົບພະຍົບຊີເຣຍຫາກໍ່ຂ້າມຊາຍແດນທີ່ເມືອງ Tal Shehab ຂອງຊີເຣຍ ໄປຫາຮ່ອມພູ Al Yarmouk River ໃກ້ກັບເມືອງ Ramtha ປະເທດຈໍແດນໃນວັນທີ 15 ກັນຍາ, 2012.
ອົງການຊ່ວຍເຫລືອອົບພະຍົບຂອງສະຫະປະຊາຊາດ ຫລື
UNHCR ເວົ້າວ່າ ອາດມີຊາວຊີເຣຍ ຫລາຍເຖິງ 7 ແສນຄົນ ຈະໜີອອກຈາກປະເທດເຂົາເຈົ້າ ພາຍໃນທ້າຍປີນີ້.

ອົງການ UNHCR ໄດ້ທໍາການຮ້ອງຮຽນໃນວັນພະຫັດມື້ນີ້ເພື່ອຂໍ
ເງິນເກືອບ 5 ແສນໂດລາ ເພື່ອຊ່ວຍອົບພະຍົບທີ່ມີຈໍານວນ “ເພີ້ມ
ຂຶ້ນຢ່າງໄວວາ ” ຫລົບໜີ ອອກຈາກປະເທດເຂົາເຈົ້າໄປຍັງຈໍ
ແດນ,ເລບານອນ, ອີຣັກ ແລະເທີກີ ຊຶ່ງ ເປັນປະເທດໃກ້ຄຽງນັ້ນ.

ອົງການດັ່ງກ່າວເວົ້າອີກວ່າ ແຕ່ລະມື້ມີພວກອົບພະຍົບຂ້າມຊາຍ
ແດນໄປຫາປະ ເທດເຫລົ່ານັ້ນ ປະມານ 2 ພັນ ຫາ 3 ພັນຄົນແລະ ວ່າມີຈໍານວນອົບພະຍົບທີ່ ໄດ້ຈົດຊື່ລົງທະບຽນ ແລະພວກທີ່ລໍຖ້າ ຈົດຊື່ເພີ້ມຂຶ້ນຫລາຍກວ່າ 600% ນັບແຕ່ ເດືອນມີນາເປັນຕົ້ນມາ.

ການຮ້ອງຂໍຄວາມຊ່ວຍເຫລືອ ໄດ້ມີຂຶ້ນລຸນຫລັງໃນອັນທີ່ກຸ່ມປົກປ້ອງສິດທິມະນຸດຊີເຣຍ ເອີ້ນວ່າ ວັນແຫ່ງການນອງເລືອດ ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ເລີ້ມມີການຂັດແຍ່ງກັນມາ ເປັນເວລາ 18 ເດືອນໃນປະເທດດັ່ງກ່າວ.

ອົງການສິ້ງຊອມສິດທະມະນຸດໃນຊີເຣຍທີ່ມີສໍານັກງານຕັ້ງຢູ່ໃນອັງກິດເວົ້າວ່າ ຫຼາຍກວ່າ 300 ຄົນ ຊຶ່ງສ່ວນໃຫຍ່ແມ່ນພົນລະເຮືອນໄດ້ເສຍຊີວິດ ໃນວັນພຸດວານນີ້ ຢູ່ໃນຊີເຣຍ.

ພວກກະບົດ ໄດ້ບີບຄະນວນລະເບີດສະລະຊີບ ທີ່ຫ້າງໃສ່ລົດ 2 ຄັນໃຫ້ແຕກຂຶ້ນ ຢູ່ທີ່ ກອງບັນຊາການທະຫານຂອງປະທານາທິບໍດີ Bashar al-Assad ທີ່ມີການຍາມຮັກສາ ການຢ່າງແໜ້ນໜາ ໃນນະຄອນຫຼວງດາມັສກັສ ໃນວັນພຸດວານນີ້ ຊຶ່ງ ໄດ້ເຮັດໃຫ້ຕໍາ ຫລວດຍາມຮັກສາຄວາມສະຫງົບເສຍຊີວິດໄປ 4 ຄົນ ແລະໄດ້ເຮັດ ໃຫ້ເກີດການຍິງຕໍ່ ສູ້ກັນຂຶ້ນ ຊຶ່ງເຮັດໃຫ້ນັກຂ່າວຊາວອີຣ່ານຜູ້ນຶ່ງ ເສຍຊີວິດໄປເຊັ່ນກັນ.

ທ່ານ Omran Zoubi ລັດຖະມົນຕີກະຊວງຖະແຫຼງຂ່າວຊີເຣຍ ໄດ້ຖິ້ມໂທດການໂຈມ ຕີນີ້ ໃສ່ພວກກໍ່ການຮ້າຍ ຊຶ່ງເປັນຄໍາສັບທີ່ລັດຖະບານ ໃຊ້ເອີ້ນພວກກະບົດທີ່ຕໍ່ຕ້ານທ່ານ Assad ນັ້ນ.

ເບິ່ງວີດິໂອລາຍງານການໂຈມຕີຂອງພວກກະບົດໃນວັນພຸດທີ 26 ກັນຍາ

XS
SM
MD
LG