ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສປຊ ພົບປະທານາທິບໍດີ ຊີເຣຍ


ໃນຮູບ ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ປະທານາທິບໍດີ Bashar Assad (ຂວາ) ພວມພົບປະກັບທູດພິເສດນາໆຊາດ ທ່ານ Lakhdar Brahimi ທີ່ນະຄອນຫຼວງດາມັສກັສ (15 ກັນຍາ 2012)
ໃນຮູບ ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ປະທານາທິບໍດີ Bashar Assad (ຂວາ) ພວມພົບປະກັບທູດພິເສດນາໆຊາດ ທ່ານ Lakhdar Brahimi ທີ່ນະຄອນຫຼວງດາມັສກັສ (15 ກັນຍາ 2012)
ທ່ານ Lakhdar Brahimi ທູດພິເສດຂອງນາໆຊາດກ່າວວ່າ ບັນ
ຫາຂັດແຍ້ງໃນຊີເຣຍ ໄດ້ຊຸດໂຊມລົງຕື່ມອີກແລະກໍເປັນໄພຂົ່ມຂູ່
ຕໍ່ໝົດທັງຂົງເຂດ ແລະຕໍ່ໂລກນຳດ້ວຍ.

ທ່ານໃຫ້ຄວາມເຫັນດັ່ງກ່າວ ໃນວັນເສົາມື້ນີ້ ທີ່ນະຄອນຫຼວງດາ
ມັສກັສຂອງຊີເຣຍ ຫຼັງຈາກໄດ້ພົບປະກັບປະທານາທິບໍດີຊີເຣຍ
ທ່ານ Bashar al-Assad. ການພົບປະທີວ່ານີ້ ແມ່ນເປັນການ
ພົບປະເທື່ອທຳອິດ ຂອງທ່ານ Brahimi ນັບຕັ້ງແຕ່ທ່ານໄດ້ເຂົ້າ ຮັບໜ້າທີ່ເປັນທູດສັນຕິພາບພິເສດ ເມື່ອສອງອາທິດກ່ອນ.

ທ່ານ Brahimi ກ່າວຕໍ່ພວກນັກຂ່າວວ່າຈະມີການດຳເນີນຄວາມ
ພະຍາຍາມຢ່າງໃຫຍ່ ເພື່ອສ້າງຄວາມກ້າວໜ້າ ແລະຊ່ອຍປະຊາ
ຊົນຊາວຊີເຣຍ ຍຸຕິວິກິດການ ທີ່ໄດ້ເລີ້ມຂຶ້ນເມື່ອ 18 ເດືອນກ່ອນ. ຫຼັງຈາກເດີນທາງໄປຮອດຊີເຣຍ ໃນວັນມື້ວັນພະຫັດຜ່ານມາ ທ່ານ Brahimi ກ່າວເຖິງ ການດຳເນີນຄວາມພະຍາຍາມເພື່ອຜ່ອນຄາຍວິກິດການຢູ່ໃນຊີເຣຍວ່າເກືອບເປັນໄປບໍ່ ໄດ້ເລີຍ.

ທ່ານ Brahimi ໄດ້ເຂົ້າຮັບໜ້າທີ່ແທນທ່ານ Kofi Annan ອະດີດເລຂາທິການໃຫຍ່ອົງ ການສະຫະປະຊາຊາດເປັນທູດພິເສດຂອງນາໆຊາດເພື່ອນຳເອົາສັນຕິພາບມາສູ່ຊີເຣຍ ເມື່ອສອງອາທິດກ່ອນ.

ໃນວັນສຸກວານນີ້ ໂຄສົກຄົນນຶ່ງຂອງອົງການສະຫະປະຊາຊາດກ່າວວ່າ ທ່ານ Brahimi ໄດ້ພົບພໍ້ກັບພວກເຈົ້າໜ້າທີ່ຊີເຣຍ ພະນັກງານອົງການສະຫະປະຊາຊາດ ເຈົ້າໜ້າທີ່ສະ ພາກາແດງພ້ອມທັງທູດພິເສດຂອງຣັດເຊຍແລະຈີນ. ນອກນັ້ນແລ້ວທ່ານ Brahimi ຍັງ ມີໝາຍກຳນົດທີ່ຈະພົບປະກັບບັນດາກຸ່ມຝ່າຍຄ້ານຂອງຊີເຣຍ ແລະຄະນະຜູ້ແທນຂອງ ສະຫະພາບຢູໂຣບນຳດ້ວຍ.

ກ່ຽວຂ້ອງກັນ

XS
SM
MD
LG