ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທູດພິເສດ ສປຊ ຈະພົບປະກັບ ທ່ານ Assad (ສະໄລດ໌)


ທູດພິເສດນາໆຊາດ ຮັບຜິດຊອບເລື່ອງຊີເຣຍ ທ່ານ Lakhdar Brahimi (ຊ້າຍ) ພົບປະກັບລັດຖະມົນຕີການຕ່າງປະເທດຊີເຣຍ ທ່ານ Walid Moallem ທີ່ນະຄອນຫຼວງດາມັສກັສ (13 ກັນຍາ 2012)
ທູດພິເສດນາໆຊາດ ຮັບຜິດຊອບເລື່ອງຊີເຣຍ ທ່ານ Lakhdar Brahimi (ຊ້າຍ) ພົບປະກັບລັດຖະມົນຕີການຕ່າງປະເທດຊີເຣຍ ທ່ານ Walid Moallem ທີ່ນະຄອນຫຼວງດາມັສກັສ (13 ກັນຍາ 2012)
ທູດພິເສດຄົນໃໝ່ຂອງອົງການສະຫະປະຊາຊາດແລະສັນນິບາດ
ອາຣັບ ຮັບຜິດຊອບກ່ຽວກັບເລື່ອງຊີເຣຍ ທ່ານ Lakhdar Brahi-
mi ຈະໄດ້ພົບປະກັບປະທານາທິບໍດີຊີເຣຍທ່ານ Bashar al-As
sad ທີ່ນະຄອນຫຼວງດາມັສກັສໃນວັນສຸກມື້ນີ້ຂະນະທີ່ທ່ານສືບຕໍ່
ການຢ້ຽມຢາມຢ່າງເປັນທາງການເທື່ອທຳອິດ ຢູ່ຊີເຣຍທີ່ພວມປະ
ສົບກັບໄພສົງຄາມນັ້ນ.

ໃນວັນພະຫັດວານນີ້ ທ່ານ Brahimi ເວົ້າວ່າ ວິກິດການໄດ້ທະ
ວີຄວາມຮ້າຍແຮງຂຶ້ນ ແລະກ່າວເຖິງການດຳເນີນຄວາມພະຍາ
ຍາມ ເພື່ອຊ່ອຍຈັດແຈງໃຫ້ມີການຢຸດຍິງ ແລະການສ້າງຕັ້ງລັດ
ຖະບານໃນໄລຍະຂ້າມຜ່ານນັ້ນວ່າ ເກືອບເປັນໄປບໍ່ໄດ້ເລີຍ.

ທ່ານ Brahimi ທີ່ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດ
ຊີເຣຍທ່ານ Waleed Mualem ຍັງມີແຜນການທີ່ຈະພົບພໍ້ກັບບັນດາສະມາຊິກຂອງພວກ
ຝ່າຍຄ້ານໃນຊີເຣຍ ທີ່ກຳລັງຕໍ່ສູ້ເພື່ອຫາທາງໂຄ່ນລົ້ມທ່ານ Assad.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບໍ່ສາມາດຕົກລົງກັນໄດ້ກ່ຽວກັບເລື່ອງຊີ
ເຣຍ. ຣັດເຊຍກັບຈີນ ໄດ້ໃຊ້ສິດຢັບຢັ້ງການດຳເນີນຄວາມພະຍາຍາມທີ່ຈະລົງໂທດຄັ້ງ
ໃໝ່ໜັກຂຶ້ນກວ່າເກົ່າຕໍ່ລັດຖະບານທ່ານ Assad. ສະຫະລັດບໍ່ຕ້ອງການເຂົ້າໄປພົວພັນ
ທາງທະຫານໃດໆຢູ່ໃນຊີເຣຍແລະເກືອບວ່າບໍ່ມີຄວາມກ້າວໜ້າໃດໆເລີຍ ໃນການສ້າງ ຄວາມປຸ້ມລຸມສາມັກຄີໃນໝູ່ພວກຝ່າຍຄ້ານທີ່ຍັງເປັນກ້ອນເປັນກຸ່ມເພື່ອເປັນທາງເລືອກ
ທີ່ສາມາດປົກຄອງແທນທ່ານ Assad ໄດ້.

ກ່ຽວຂ້ອງກັນ

XS
SM
MD
LG