ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ທີ່ນະຄອນຫຼວງຊີເຣຍ (ສະໄລດ໌ກັບວິດີໂອ)


ຊາກລົດທີ່ໄດ້ຮັບຄວາມເສຍຫາຍຍ້ອນເຫດລະເບີດ ທີ່ນະຄອນຫຼວງດາມັສກັສຂອງຊີເຣຍ (7 ກັນຍາ 2012)
ຊາກລົດທີ່ໄດ້ຮັບຄວາມເສຍຫາຍຍ້ອນເຫດລະເບີດ ທີ່ນະຄອນຫຼວງດາມັສກັສຂອງຊີເຣຍ (7 ກັນຍາ 2012)
ເຫດລະເບີດຢູ່ນອກວັດອິສລາມແຫ່ງນຶ່ງໃນນະຄອນຫຼວງຂອງຊີ
ເຣຍ ເຮັດໃຫ້ ເຈົ້າໜ້າທີ່ຮັກສາຄວາມສະຫງົບ 5 ຄົນ ເສຍຊີວິດ ແລະມີຜູ້ໄດ້ຮັບບາດເຈັບອີກຫຼາຍໆຄົນໃນວັນສຸກວານນີ້ຂະນະ ທີ່ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາ ໃນຫຼາຍໆເຂດຂອງນະຄອນ
ຫຼວງດາມັສກັສແລະມີລາຍງານວ່າ ໄດ້ຄົ້ນພົບຊາກສົບຜູ້ເສຍຊີ
ວິດຫຼາຍສິບສົບຢູ່ໃນສອງຄຸ້ມ.

ໂທລະພາບຂອງທາງການຊີເຣຍລາຍງານວ່າ ເຫດລະເບີດຄັ້ງ
ນີ້ແມ່ນມາຈາກ ລະເບີດທີ່ຫ້າງໃສ່ລົດຈັກຄັນນຶ່ງທີ່ຈອດຢູ່ນອກ
ວັດ Rukniyeh ໃນເຂດໃຈກາງ ນະຄອນຫຼວງ ດາມັສກັສ. ມີ ເຫດລະເບີດຫຼາຍໆຄັ້ງເກີດຂຶ້ນທີ່ນະຄອນຫຼວງຂອງຊີເຣຍນັບ
ແຕ່ໄດ້ມີການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar al-As
sad ໃນເດືອນມີນາປີກາຍນີ້.



ການປະທ້ວງຕໍ່ຕ້ານລັດຖະບານໄດ້ລະເບີດຂຶ້ນຢູ່ທີ່ນະຄອນຫຼວງແລະຫົວເມືອງອື່ນໆຂອງ ຊີເຣຍແລະກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ມີສຳນັກງານຢູ່ອັງກິດໄດ້ລາຍງານໃຫ້ຊາບ ກ່ຽວກັບການສູ້ລົບກັນຮອບໃໝ່ລະຫວ່າງກຳລັງທະຫານລັດຖະບານແລະພວກກະບົດຢູ່ທີ່
ຄຸ້ມ Kazaz ໃນນະຄອນຫຼວງດາມັສກັສ. ເຂດທີ່ມີການຄວບຄຸມຢ່າງເຄັ່ງຄັດດັ່ງກ່າວແມ່ນ
ເປັນທີ່ຕັ້ງຂອງຫ້ອງການຮັກສາຄວາມສະຫງົບຫຼາຍໆຫຼາຍໆພະແນກຂອງຊີເຣຍ.

ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວນີ້ຍັງແຈ້ງໃຫ້ຊາບວ່າປະຊາຊົນຊີເຣຍໄດ້ພົບເຫັນສົບຄົນ
ຕາຍທີ່ບໍ່ຮູ້ວ່າເປັນໃຜ 45 ຄົນຢູ່ໃນສອງຄຸ້ມໃກ້ໆນະຄອນຫຼວງຊຶ່ງເປັນການຄົ້ນພົບຫຼ້າສຸດ ທີ່ສົງໄສວ່າອາດເປັນການສັງຫານໝູ່ ໃນບັນຫາຂັດແຍ້ງທີ່ດຳເນີນມາເປັນເວລານຶ່ງປີເຄິ່ງ ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG