ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Assad ກ່າວວ່າ ການສູ້ລົບກັນໃນຊີເຣຍ ແມ່ນລະດັບໂລກ (ສະໄລດ໌)


ຊາວອົບພະຍົບຊີເຣຍຫຼາຍຄົນທີ່ກໍາລັງອາໃສ ຊົ່ວຄາວຢູ່ໃນປະເທດເທີກີ
ຊາວອົບພະຍົບຊີເຣຍຫຼາຍຄົນທີ່ກໍາລັງອາໃສ ຊົ່ວຄາວຢູ່ໃນປະເທດເທີກີ
ທ່ານ Bashar al-Assad ປະທານາທິບໍດີຊີ​ເຣຍ ກ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ວ່າ ລັດຖະບານ​ຂອງ​ທ່ານກໍາລັງ​ທໍາ​ການສູ້​ລົບ​ ​ໃນ​ລະດັບ​ຂົງ​ເຂດ​ແລະ​ລະດັບ​ໂລກ ​ແລະຈໍາ​ເປັນ​ຕ້ອງ​ໃຊ້​ເວລາ​ເພື່ອ​ທີ່​ຈະ​ໄດ້​ຮັບ​ໄຊ​ຊະນະໃນການຂັດ​ແຍ້ງ ກັນກັບ​ພວກກະບົດຕໍ່ຕ້ານ​ລັດຖະບານ ທີ່​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ທ່ານນັ້ນ.

ຄໍາ​ເຫັນ​ດັ່ງກ່າວ​ຂອງ​ທ່ານ ອາດ​ຊັດ ມີ​ຂຶ້ນ​ ​ໃນ​ຂະນະ​ທີ່ເກີດ​ການ​ສູ້​ລົບ​ກັນ​ຄືນ​ໃໝ່ ລະຫວ່າງກໍາລັງ​ຂອງ​ພວກ​ກະບົດ ​ແລະຂອງ​ລັດຖະບານ ຢູ່ໃກ້​ເຂດເດີ່ນບິນທະ​ຫານ Taftanaz ທີ່​ຕັ້ງ​ຢູ່ລະຫວ່າງ​ເມືອງ Aleppo ​ແລະ ​ເມືອງ Idlib ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ເດີ່ນ​ບິນທະ​ຫານ Taftanaz ​ໄດ້​ຕົກ​ເປັນ​ເປົ້າໝາຍ​ ຫຼາຍໆ​ເທື່ອ ຂອງ ພວກ​ກະບົດ ທີ່​ໄດ້​ຕັ້ງ​ຫລັກ​ໝັ້ນ​ຢູ່ໃນ​ສອງ​ຕົວ​ເມືອງດັ່ງກ່າວ​ ແລະ​ໄດ້ຖືກ​ລະດົມຍິງ​ໃສ່ ​ໂດ​ຍ​ກໍາລັງ​ຂອງ​ລັດຖະບານ​ໃນ​ແຕ່​ລະ​ມື້.

​ໃນ​ຂໍ້ຄວາມ​ຈາກ​ບົດ​ສໍາພາດ​ກັບ​ໂທລະພາບ Addounia ຂອງ​ຊີ​ເຣຍ ຊຶ່ງ​ຈະອອກ​ອາກາດ​ບົດ​ສໍາ​ພາດ​ທັງ​ໝົດ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ ອາດ​ຊັດ ​ໄດ້ ອະທິ​ບາຍ​ເຖິງ​ສະຖານະ​ການ​ທາງ​ພາກ​ພື້ນ​ດິນ​ວ່າ ດີ​ຂຶ້ນ ​ແຕ່​ກໍ​ຍັງ​ແກ້​ໄຂ ​ບໍ່​ທັນໄດ້​ເທື່ອ.

ຜູ້ນໍາຊີ​ເຣຍ ຜູ້ທີ່​ປະຕິ​ຍານ​ວ່າ ຈະ​ເອົາ​ຊະນະ​ພວກ​ກະບົດ​ໄດ້ ທີ່​ທ່ານ​ອະທິ ບາ​ຍວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ​ອິສລາມນັ້ນ ​ແລະ​ກໍ​ຍ້ອງ​ຍໍ​ກອງທັບ ​ແລະ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ສໍາລັບ​ການ​ປະຕິບັດ​ງານ ວີລະ​ກໍາ ຂອງ​ພວກ​ເຂົາ​ເ​ຈົ້າ ນອກ​ນີ້​ແລ້ວ​ທ່ານ ອາດ​ຊັດ​ ຍັງ​ໄດ້​ຍົກ​ເລີກ​ຄວາມ​ຄິດ​ທີ່​ບໍ່​ເປັນ​ຈິງ ຂອງ​ການ​ສ້າງ​ເຂດ​ມະນຸດສະ​ທໍາ​ຕ່າງໆ​ພາຍ​ໃນ​ຊີ​ເຣຍ.

ທ່ານ Ahmet Davutoglu ລັດຖະມົນຕີ​ຕ່າງປະ​ເທດ​ເທີ​ກີ ກ່າວ​ເມື່ອ​ວັນ ພຸດ​ມື້​ນີ້​ວ່າ ​ເທີ​ກີ​ໄດ້​ປຶກສາ​ຫາລື​ກັບ​ສະຫະລັດ​ປະຊາ​ຊາດ​ ເຖິງ​ຄວາມ​ເປັນ​ໄປ​ໄດ້ຂອງ​ການຈັດ​ຫາ​ທີ່​ພັກ​ພາ​ໃຫ້​ແກ່​ຊາວ​ອົບ​ພະ​ຍົບຢູ່​ພາຍ​ໃນ​ປະ​ເທດ​ຊີ ​ເຣຍ ​ແລະ​ວ່າ ລັດຖະບານ​ເທີ​ກີ​ຄາດໝາຍ​ໃຫ້ ​ອົງ​ກອນໂລກ​ທັງຫຼາຍ ຈະ​ເອົາ​ບາດກ້າວ​ທີ່​ເປັນ​ຮູບ​ປະ​ທໍາ ​ໃນ​ເລຶ່ອງນີ້​ແລ້ວ.

​ເທີ​ກີ ​ໄດ້​ສະ​ເໜີແນວ​ຄິດໃຫ້ຈັດ​ຕັ້ງ ​ເຂດ​ປອດ​ໄພ ​ເຂດ​ນຶ່ງຂຶ້ນມາ ສໍາລັບ​ພວກ​ພົນລະ​ເຮືອນ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຕ່າງປະ​ເທດ ​ໃນ​ຂະນະ​ທີ່ ການ​ສູ້​ລົບ​ກັນ​ດໍາ​ເນີນ​ໄປ​ຢ່າງ​ບໍ່​ລົດ​ລະໃນ​ໄລຍະ 17 ​ເດືອນ​ຂອງ​ການ​ລຸກ​ຮື​ນັ້ນ. ມີອົບ​ພະຍົບຫລາຍ​ຮອດ 5,000 ຄົນ ​ໃນ​ແຕ່​ລະ​ມື້ ​ຂ້າມ​ເຂົ້າ​ໄປ ຍັງ​ປະ​ເທດ​ເທີ​ກີ ໃນໄລຍະ​ສອງ​ອາທິດ​ຜ່ານ​ມາ ​ແລະ​ສະຫະ​ປະຊາຊາດ​ກໍ​ໄດ້​ເຕືອນເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ອາດ​ມີ​ຊາວ​ອົບ​ພະຍົບຫຼາຍ​ເຖິງ 200,000 ຄົນ ​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ຊົ່ວຄາວ​ຢູ່​ທີ່​ນັ້ນ ຖ້າ​ຫາກ​ການ​ສູ້​ລົບ​ຮ້າຍ​ແຮງ​ລົງ​ໄປ​ອີກ.
XS
SM
MD
LG