ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີຊີເຣຍ ອອກປາກົດຕົວ ໃນທີ່ສາທາລະນະ ເພື່ອຮ່ວມ ພິທີ Eid al-Fitr (ວີດີໂອ)


ປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ຄົນສູງກ່ວາໝູ່ ) ເຂົ້າຮ່ວມພິທີສວດມົນ Eid Al Fitr ທີ່ສຸເຫລົ່າ al-Hamad ໃນນະຄອນຫລວງ Damascus, ວັນທີ 19 ສິງຫາ 2012.
ປະທານາທິບໍດີຊີເຣຍ ທ່ານ Bashar al-Assad (ຄົນສູງກ່ວາໝູ່ ) ເຂົ້າຮ່ວມພິທີສວດມົນ Eid Al Fitr ທີ່ສຸເຫລົ່າ al-Hamad ໃນນະຄອນຫລວງ Damascus, ວັນທີ 19 ສິງຫາ 2012.
ທ່ານ Bashar al-Assad ປະທານາທິບໍດີ​ຊີ​ເຣຍ ​ໄດ້​ໄປ​ຮ່ວມ​ພິທີ​ສວດ​ມົນ ທີ່​ວັດ​ມຸສລິ​ມ​ແຫ່ງ​ນຶ່ງ​ໃນ​ເມືອງ ຫຼວງດາ​ມັສກັສ ໃນງານ
ສະຫລອງ​ບຸນ ມຸສລິ​ມ Eid al-Fitr ​ສາມ​ວັນ ​ທີ່​ເປັນ​ຂີດ​ໝາຍ​ສິ້ນ​ສຸດ​ເດືອນ​ສັກສິດ​ຂອງ​ສາສະໜາອິສລາມ ຫຼື Ramadan.

ນີ້​ນັບ​ວ່າ​ເປັ​ນການ​ອອກ​ໄປ​ປາກົດ​ຕົວ​ເທື່ອ​ທໍາ​ອິດ​ຂອງ​ທ່ານ​
ອັດ​ຊາດ ນັບ​ຕັ້ງແຕ່ເຫດການ ວາງລະ​ເບີດ​ບັ້ນ​ນຶ່ງ​ຢູ່​ໃນ​ເມືອງ
ຫຼວງຂອງ​ຊີ​ເຣຍ​ໃນເດືອນຜ່ານມາ ທີ່​ໄດ້​ສັງຫານລັດຖະ ມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຊີ​ເຣຍ ​ແລະ​ເຈົ້າໜ້າ​ທີ່​ຄວາມ​ໝັ້ນຄົງ
​ລະດັບ​ສູງ​ອີກ​ສາມ​ຄົນ.

ທີ່​ແຫ່ງ​ອື່ນ​ໃນ​ຊີ​ເຣຍ ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ສໍານັກ ງານ​ຢູ່ ລອນ​ດອນ ປະ​ເທດ​ອັງກິດ ລາຍ​ງານ​ວ່າ ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ ຫຼາຍບັ້ນ ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ລະຫວ່າງ​ພວກ​ນັກ​ລົບຂອງ​ຝ່າຍ​ຕໍ່ຕ້ານ​ແລະ​ກໍາລັງ​ຂອງລັດຖະບານ. ກຸ່ມ​ດັ່ງກ່າວ​ຍັງ​ເວົ້າ​ອີກ​ວ່າ ປະຊາຊົນຫຼາຍພັນ​ຄົນ ທົ່ວ​ປະ​ເທດ ກໍາລັງ​ພາກັນ​ປະ​ທ້ວງ​ຢູ່​ຕາມ​ວັດວາ ​ແລະ​ສຸສານ​ແຫ່ງ​ຕ່າງໆ ຮຽກຮ້ອງ​ໃຫ້​ໂຄ່ນ​ລົ້ມ​ປະທານາທິບໍດີ ອັດ​ຊາດ.

​ເມື່ອ​ວັນ​ເສົາ​ວານ​ນີ້ ບັນດາ​ນັກ​ເຄຶ່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ທະຫານ​ຂອງ​ລັດຖະບານ​ໄດ້​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເຂດຍຶດຄອງ​ຕ່າງໆ​ຂອງ​ພວກ​ຕໍ່ຕ້ານ​ໃນ​ປະ​ເທດ ​ໂຮມ​ທັງ​ເມືອງ​ຊາຍ​ແດນ Azaz ຂອງ​ແຂວງ Aleppo ທາງ​ພາກ​ເໜືອ​ຂອງ​ປະ​ເທດນັ້ນ​ນໍາ ບ່ອນ​ທີ່ມີ
ຫຼາຍກວ່າ 40 ຖືກ​ຂ້າ​ຕາຍ ​ໃນ​ການ​ໂຈມ​ຕີ​ບັ້ນ​ນຶ່ງ​ ​ໃນຕົ້ນ​ອາທິດແລ້ວນີ້.

ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ຊີ​ເຣຍ​ໄດ້ປະຕິ​ເສດ​ຕໍ່​ລາຍ​ງານຫຼາຍກະ​ແສ​ທີ່​ວ່າ ຮອງ​ປະທານາທິບໍດີ Farouq al-Shara ​ໄດ້​ໂຕນ​ໜີ.

ເມື່ອ​ວັນ​ເສົາ​ວານ​ນີ້ ​ໂທລະພາບ​ຂອງ​ລັດ​ຊີ​ເຣຍ ​ໄດ້​ລາຍ​ງານ​ຂ່າວ​ທີ່ອ້າງ​ຖະ​ແຫຼງການ​ສະບັບ​ນຶ່ງ​ຈາກ​ຫ້ອງ​ການຂອງທ່ານ Shara ທີ່​ເວົ້າ​ວ່າ ບຸລຸດ ຊາວ​ມຸສລິ​ມນິກາຍ​ຊຸນ​ນີ ອາຍຸ 73 ປີ ທ່ານນີ້ ບໍ່​ເຄີຍ​ຄິດຈັກ​ໜ້ອຍ​ເລີຍວ່າ ຈະໜີ​ອອກ​ນອກ​ປະ​ເທດ​ໄປ.

​ໂທ​ລະ​ພາບຍັງ​ເວົ້າ​ອີກ​ວ່າ ທ່ານ Shara ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການເຄື່ອນ​ໄຫວ​ຂອງ​ຢູ​ເອັນ​ຫລື​ສະຫະ​ປະຊາ​ຊາດເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທີ່​ໄດ້​ແຕ່ງ​ຕັ້ງທ່າ​ນ Lakhdar Brahimi
ນັກ​ການ​ທູດ​ຊາວ​ Algeria ທີ່​ມີປະ ສົບ​ການ​ສູງ ​ໃຫ້​ເປັນ​ທູດ​ພິເສດ​ນານາ​ຊາດປະ​ຈໍາ​ຊີ​ເຣຍ.

ຊາວຊີເຣຍເດີນຂະບວນປະທ້ງການຖິ້ມລະເບີດໂຈມຕີເມືອງ Azaz:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG