ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສັນລະເສີນ OIC ທີ່ງົດຊີເຣຍ ຈາກການເປັນສະມາຊິກ


ຊາວຊີເຣຍທີ່ໄດ້ຮັບບາດເຈັບ ໃນຄວາມຮຸນແຮງ ໃນເຂດ Azaz ຊານເມືອງ Aleppo, ວັນທີ 15 ສິງຫາ 2012.
ຊາວຊີເຣຍທີ່ໄດ້ຮັບບາດເຈັບ ໃນຄວາມຮຸນແຮງ ໃນເຂດ Azaz ຊານເມືອງ Aleppo, ວັນທີ 15 ສິງຫາ 2012.
ສະຫະລັດໄດ້ຍ້ອງຍໍສັນລະເສີນອົງການການຮ່ວມມືອິສລາມ
ຫຼື OIC ທີ່ງົດການເປັນສະມາຊິກຊົ່ວຄາວຂອງຊີເຣຍຢູ່ໃນອົງ
ການຈັດຕັ້ງທີ່ມີ 57 ປະເທດເປັນສະມາຊິກນັ້ນ.

ໃນຖະແຫຼງການສະບັບນຶ່ງ ຫຼັງຈາກການເຄຶ່ອນໄຫວດັ່ງກ່າວ
ທ່ານນາງ Victoria Nuland ໂຄສົກກະຊວງຕ່າງປະເທດ
ສະຫະລັດກ່າວວ່າ ການ ຕັດສິນໃຈຂອງອົງການ OIC ແມ່ນ
ໄດ້ສົ່ງຄຳເຕືອນອັນແຂງຂັນ ໄປຍັງລັດຖະບານຂອງປະທານາ
ທິບໍດີຊີເຣຍ ທ່ານ Bashar al-Assad ແລະສະແດງໃຫ້ເຫັນ
ເຖິງການໂດດດ່ຽວເພີ່ມຂຶ້ນຈາກນາໆຊາດຂອງລັຖະບານດັ່ງກ່າວ.

ການໂຈະການເປັນສະມາຊິກຂອງຊີເຣຍມີຂຶ້ນ ໃນຂະນະທີ່
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ມີແຜນການ
ຈະປະຊຸມກັນເພື່ອປຶກສາຫາລືກັນກ່ຽວກັບສະຖານະການໃນຊີເຣຍ. ພາລະກິດສັງ
ເກດການໃນຊີເຣຍຂອງອົງການສະຫະປະຊາຊາດ ຈະໝົດອາຍຸລົງໃນວັນອາທິດນີ້.

ທ່ານນາງ Valerie Amos ຫົວໜ້າຫ້ອງການມະນຸດສະທໍາຂອງສະຫະປະຊາຊາດ ບອກບັນດາຜູ້ສື່ຂ່າວໃນນະຄອນຫຼວງດາມັສກັສວ່າ ມີຊາວຊີເຣຍຫຼາຍເຖິງ 2 ລ້ານ
5 ແສນຄົນ ທີ່ຕ້ອງການການຊ່ວຍເຫຼືອທີ່ສຸດ ຍ້ອນເຫດການຮຸນແຮງໃນປະເທດດັ່ງກ່າວ.

ນອກນີ້ແລ້ວ ເມື່ອວັນພະຫັດມື້ນີ້ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສໍານັກງານຢູ່ສະຫະລັດ ກ່າວວ່າ ການຖິ້ມລະເບີດ ໃສ່ເມືອງ Azaz ໃນເຂດຊາຍ ແດນພາກເໜືອທີ່ພວກກະບົດຍຶດຄອງ ໂດຍເຮືອບິນລົບລໍານຶ່ງຂອງລັດຖະບານຊີເຣຍ
ນັ້ນ ໄດ້ສັງຫານຫຼາຍກວ່າ 40 ຄົນ ແລະບາດເຈັບອີກຫຼາຍກວ່າ 100 ຄົນ.

ກຸ່ມດັ່ງກ່າວ ໄດ້ໄປຢ້ຽມຢາມສະຖານທີ່ເກີດເຫດເມື່ອວັນພະຫັດມື້ນີ້ ມື້ນຶ່ງ ຫຼັງຈາກ
ການໂຈມຕີ ແລະເວົ້າວ່າ ມັນໄດ້ທຳລາຍບ້ານເຮືອນຫຼາຍຫຼັງລົງ ຢ່າງລາບຄາບ ແລະທີ່ອາດໄດ້ແນເປົ້າໝາຍໃສ່ທີ່ຕັ້ງສອງແຫ່ງຂອງກອງ ທັບຊີເຣຍຊີເຣຍເສລີ ຂອງພວກກະບົດ ທີ່ຢູ່ໃກ້ຄຽງນັ້ນ.
XS
SM
MD
LG