ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສືບສວນ ພົບວ່າ ລັດຖະບານ ຊີເຣຍ ເປັນຜູ້ໂຈມຕີ ດ້ວຍແກັສຊາຣິນ


ຊາຍຄົນນຶ່ງ ຫັນໃຈໂດຍຜ່ານການໃຊ້ໜ້າກາກ ທີ່ມີທາດອົກຊີເຈັນ ພາຍຫລັງທີ່ພະນັກງານກູ້ໄພໄດ້ເວົ້າວ່າ ສົງໄສອາດຖືກອາຍພິດ ໃນການໂຈມຕີ ຢູ່ໃນເມືອງ Khan Sheikhoun ແຂວງ Idlib ທີ່ຄວບຄຸມໂດຍ ພວກຕໍ່ຕ້ານລັດຖະບານ ໃນຊີເຣຍໃນວັນທີ 4 ເມສາ, 2017 ທີ່ຜ່ານມານັ້ນ.
ຊາຍຄົນນຶ່ງ ຫັນໃຈໂດຍຜ່ານການໃຊ້ໜ້າກາກ ທີ່ມີທາດອົກຊີເຈັນ ພາຍຫລັງທີ່ພະນັກງານກູ້ໄພໄດ້ເວົ້າວ່າ ສົງໄສອາດຖືກອາຍພິດ ໃນການໂຈມຕີ ຢູ່ໃນເມືອງ Khan Sheikhoun ແຂວງ Idlib ທີ່ຄວບຄຸມໂດຍ ພວກຕໍ່ຕ້ານລັດຖະບານ ໃນຊີເຣຍໃນວັນທີ 4 ເມສາ, 2017 ທີ່ຜ່ານມານັ້ນ.

ຄະນະສືບສວນສາກົນໄດ້ຕັດລົງຄວາມເຫັນວ່າ ລັດຖະບານຂອງປະທານາທິບໍດີ
Bashar al-Assad ຂອງຊີເຣຍ ເປັນຜູ້ຮັບຜິດຊອບ ຕໍ່ການໂຈມຕີໂດຍໃຊ້ອາຍແກັສ
sarin ໃນວັນທີ 4 ເມສາຜ່ານມາ.

ການໂຈມຕີຕໍ່ເມືອງ Khan Sheikhoun ທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ
ນັ້ນເຮັດໃຫ້ພົນລະເຮືອນເສຍຊີວິດ ແລະໄດ້ຮັບບາດເຈັບເປັນຈໍານວນຫລວງຫລາຍ ແລະໄດ້ພາໃຫ້ມີການໂຈມຕີທາງອາກາດຂອງສະຫະລັດໃນເວລາສາມມື້ຕໍ່ມາ ຕໍ່
ຄ້າຍທະຫານທີ່ວໍຊິງຕັນວ່າ ແມ່ນບ່ອນທີ່ລະບອບດັ່ງກ່າວ ໃຊ້ທຳການໂຈມຕີດ້ວຍ
ອາຍພິດນັ້ນ.

ຢູ່ໃນລາຍງານທີ່ມີ 33 ໜ້າທີ່ພວກເຂົາເຈົ້າເປີດເຜີຍໃຫ້ສະມາຊິກຂອງສະພາຄວາມ
ໝັ້ນຄົງຂອງອົງການສະຫະປະຊາຊາດຊາບ ໃນວັນພະຫັດວານນີ້ ຊຶ່ງນັກຂ່າວ VOA ກໍໄດ້ເຫັນສໍາເນົາລາຍງານສະບັບດັ່ງກ່າວນໍາດ້ວຍນັ້ນ, ພວກນັກສືບສວນຈາກອົງການ
ສະຫະປະຊາຊາດ ແລະຈາກອົງການຄຸ້ມຄອງການໃຊ້ອາວຸດເຄມີ ຄືອົງການເກືອດຫ້າມ
ການໃຊ້ອາວຸດເຄມີ ຫລື OPCW ເວົ້າວ່າ ພວກທ່ານໄດ້ກວດກາ 8 ສະຖານະການ
ທີ່ອາດເປັນໄປໄດ້ ເພື່ອເບິ່ງວ່າ ອາຍແກັສໄດ້ຖືກປ່ອຍອອກແບບໃດ.

ພວກທ່ານໄດ້ສະຫລຸບວ່າ ມີສອງກໍລະນີ ທີ່ເປັນໄປໄດ້ວ່າ ອາຍແກັສ sarin ຖືກປ່ອຍ
ອອກມາໂດຍລະເບີດທີ່ຖິ້ມລົງມາທາງອາກາດ ຫລື ຢູ່ໃນໄລຍະທີ່ວັດຖຸລະເບີດແຕກຂຶ້ນ.

ຫລັງຈາກໄດ້ກວດເບິ່ງຮູບຕ່າງໆ, ວີດິໂອ ທັງຫລາຍ, ຮູບພາບຖ່າຍທາງດາວທຽມ ແລະ ການຮວມເອົາການລາຍງານຂອງພະຍານທີ່ເຫັນເຫດການ ແລະບົດວິໄຈການກວດ
ທາງວິທະຍາສາດແລ້ວ ພວກນັກສືບສວນສະຫລຸບວ່າ ມັນຄ້າຍວ່າແມ່ນ "ລະເບີດທີ່ຖິ້ມ
ລົງມາທາງອາກາດທີ່ມີຄະນວນລະເບີດນ້ອຍໆຕິດຢູ່" ທີ່ເຮັດເກີດລະເບີດທີ່ຮ້າຍແຮງ
ດັ່ງກ່າວນັ້ນ.

ພວກນັກສືບສວນຍັງເວົ້າອີກວ່າ ພວກທ່ານມີ "ຫລັກຖານທີ່ໜ້າເຊື່ອຖືໄດ້ ແລະ ແນ່ນອນ
ຢ່າງພຽງພໍ" ທີ່ສະແດງໃຫ້ເຫັນວ່າ ເຮືອບິນດັ່ງກ່າວໄດ້ຖິ້ມລະເບີດດັ່ງກ່າວ ລົງໃສ່ເມືອງ
Khan Sheikhoun ໃນຕອນເຊົ້າໆຂອງວັນທີ 4 ເມສາ ແລະມີເຮືອບິນຂອງກອງທັບ
ຊີເຣຍບິນຢູ່ໃນຂົງເຂດດັ່ງກ່າວໃນເວລານັ້ນ. ຄະນະສືບສວນຍັງເວົ້າອີກວ່າ ການແຕກ
ຂຶ້ນຂອງລະເບີດໄດ້ເຮັດໃຫ້ມີຂຸມໃຫຍ່ທີ່ "ມີແກັສ sarin ລະເຫີຍອອກມາ."

ຊີເຣຍ ແລະຣັດເຊຍກ່ອນໜ້ານີ້ໄດ້ບອກວ່າ ແກັສພິດໄດ້ຍິງປ່ອຍມາຈາກທາງພາກ
ພື້ນດິນບໍ່ແມ່ນທາງອາກາດ.

ພວກນັກສືບສວນບໍ່ໄດ້ໄປເບິ່ງສະຖານທີ່ເກີດເຫດ ທີ່ເມືອງ Khan Sheikhoun, ໂດຍ
ໃຫ້ເຫດຜົນວ່າ ມັນເປັນອັນຕະລາຍເກີນໄປ ແລະວ່າເນື່ອງຈາກວ່າ ຂຸມໃຫຍ່ໄດ້ຖືກຖົມ ດ້ວຍຊີມັງໃນເວລາຕໍ່ມາ ເຮັດໃຫ້ຕີລາຄາບ່ອນເກີດເຫດການນັ້ນບໍ່ມີປະໂຫຍດຫຍັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

UN: Syria Chemical Weapons Attack
please wait

No media source currently available

0:00 0:00:40 0:00

XS
SM
MD
LG