ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທະຫານແນວໂຮມ​ຕີ​ກໍາລັງ​ສັດຕູ ຢູ່ເຂດເມືອງ​ເກົ່າຂອງ​ເມືອງ Raqqa ໃນ​ຊີ​ເຣຍແຕກແລ້ວ​


syria
please wait
Embed

No media source currently available

0:00 0:01:16 0:00

ກອງກໍາລັງ​ທະຫານ​ແນວໂຮມທີ່​ໄດ້​ຮັບການໜູນຫລັງ​ຈາກ​ສະຫະລັດ​ຕີ​ກໍາລັງ​ທີ່​ອ້ອມ​ຮອບ​ພາກສ່ວນເມືອງ​ເກົ່າຫລື Old City ຂອງ​ເມືອງ Raqqa ໃນຊີ​ເຣຍ​

ກອງກໍາລັງ​ທະຫານ​ທີ່​ໄດ້​ຮັບການໜູນຫລັງ​ຈາກ​ສະຫະລັດ​ ໄດ້​ຕີ​ກໍາລັງ​ທີ່​ອ້ອມ​ຮອບ
​ພາກສ່ວນເມືອງເກົ່າຫລື Old City ຂອງ​ເມືອງ Raqqa ຂອງ​ຊີ​ເຣຍ​ ໃນ​ຂະນະ​ທີ່
​ພວກ​ເຂົາ​ກໍາລັງ​ດໍາ​ເນີນ​ການ​ໂຈມ​ຕີທີ່ຄືບໜ້າ​ໄປ ​ເປັນ​ເວລານຶ່ງ​ເດືອນ ​ເພື່ອ​ຂັບ​ໄລ່
ກຸ່ມ​ລັດ​ອິສລາມ ຫລື IS ​ໃຫ້ໜີອອກ​ຈາກ​ເມືອງ​ຫຼວງໂດຍປະລິຍາຍ​ຂອງກຸ່ມດັ່ງກ່າວ.

ຖະ​ແຫລ​ງການ​ຂອງ​ກໍາລັງ​ແນວ​ໂຮມ​ ທີ່​ນໍາໜ້າ​ໂດຍ​ສະຫະລັດ ​ທີ່​ເຜີຍ​ແຜ່​ອອກ​ມາ
​ໃນ​ວັນ​ຈັນ ວານ​ນີ້ເວົ້າວ່າ ກໍາລັງ​ປະຊາທິປະ​ໄຕ​ຂອງ​ຊີ​ເຣຍ​ ໄດ້​ຕີ​ຖອຍ “ການ​ຕ້ານ
ຂອງ​ກຸ່ມ ISIS ຢ່າງໜັກ” ​ແລະ​ເວົ້າວ່າເຮືອບິນ​ທີ່​ໃຊ້​ໂຈມ​ຕີ​ທາງ​ອາກາດ​ ເພື່ອ​ເຈາະ
​ຮູ​ເລິກ 25 ​ແມັດ​ສອງ​ຮູ​ ຢູ່​ໃນກໍາແພງ Rafiqa ທີ່ຢູ່​ໄກ​ຈາກ​ບ່ອນ​ແຕກ​ແຫງ​ບ່ອນ​ອື່ນ
ທີ່​ພວກກະບົດ​ໄດ້​ວາງ​ລະ​ເບີ​ດຝັງ​ດິນ​ແລະ​ລ​ະ​ເບີ​ດທີ່​ໃຊ້​ຢູ່​ໃນ​ລົດນັ້ນ.

ທ່ານ​ນາຍ​ພັນ Ryan Dillon ​ໂຄສົກ​ປະ​ຈໍາ​ກໍາລັງ​ແນວ​ໂຮມ​ກ່າວ​ວ່າ "ບໍ່ຄື​ກຸ່ມ ISIS
ທີ່​ມີ​ເຈດ​ຕະນາ ​ທໍາລາຍວັດຸ​ຖບູຮານ​ຂອງ​ເມືອງ Palmyra ​ແລະ​ໂບດ Al-Nuri ​ແລະ
​ໃຊ້​ສະຖານ​ທີ່​ຕ່າງໆ ​ເຊັ່ນ​ກໍາ​ແພງ Rafiqa, ​ໂຮງໝໍ, ​ໂຮງຮຽນ ​ແລະ​ໂບດ ​ເປັນ​ສະ
ຖານ​ທີ່​ເກັບ​ມ້ຽນອາວຸດ ​ແລະ​ເປັນ​ທີ່​ຕັ້ງ​ໃນ​ການ​ສູ້​ລົບ ກໍາລັງ​ທະຫານແນວ​ໂຮມ​ແມ່ນ​
ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຫລວງຫລາຍ ​ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ ​ແລະ​ຮັກສາ​ສະ
ຖານ​ທີ່​ເຫລົ່ານີ້ ທີ່​ມີມາ​ໄດ້​ຫລາຍໆ​ຮຸ່ນ​ຄົນ."

ນັກ​ລົບ​ຂອງ​ກຸ່ມ IS ​ໄດ້​ທໍາລາຍ​ໂບດ Al-Nuri ​ໃນ​ເດືອນ​ແລ້ວນີ້ ​ໃນ​ຂະນະ​ທີ່ກໍາລັງ
​ທະຫານ​ອີຣັກທີ່​ໜູນຫລັງ​ໂດຍ​ກໍາລັງ​ແນວ​ໂຮມ​ ໄດ້​ປິດ​ໂບດ​ດັ່ງກ່າວ​ໄວ້ ​ໃນ​ຂະນະ​ທີ່ ​
ເຂົາ​ເຈົ້າທໍາ​ການ​ໂຈມ​ຕີ ​ເພື່ອແນ​ໃສ່ ​ຮັກສາ​ຄວາມ​ປອດ​ໄພ​ຂອງພາກສ່ວນສຸດ​ທ້າຍ
ທີ່​ຍັງ​ເຫລືອຢູ່ຂອງ​ເມືອງ Mosul.

​ເມືອງ Palmyra ຊຶ່ງ​ເປັນ​ເມືອງເກົ່າ​ແກ່ບູຮາ​ນຂອງ​ຊີ​ເຣຍ ​ໄດ້​ຖືກທໍາລາຍ​ໂດຍ​ກຸ່ມລັດ​
ອິສລາມ​ ນັບ​ແຕ່​ພວກ​ນັກ​ລົບ​ຍຶດຕົວ​ເມືອງ​ດັ່ງກ່າວ​ໄດ້ ​ໃນ​ເທື່ອ​ທໍາ​ອິດ ​ໃນ​ປີ 2015 ​
ແລະ​ໄດ້​ທໍາລາຍ​ອະນຸສາ​ວະລີ​ເກົ່າ​ແກ່​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG