ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສູ້ລົບກັນ ໃນຊີເຣຍ ໄດ້ເພີ່ມທະວີຂຶ້ນ (ສະໄລດ໌ກັບວີດີໂອ)


ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ສູ້​ລົບ​ກັນ​ໃນ​ຊີ
​ເຣຍ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ເຖິງ​ແມ່ນມີ​ຄວາມ​ໝັ້ນ​ໝາຍ​ຈາກ​ທັງ​ສອງ​ຝ່າຍ ​ຄື
ກໍາລັງ​ຂອງຝ່າຍ​ລັດຖະບານແລະຝ່າຍ​ຄ້ານ​ກໍ​ຕາມ ທີ່​ຈະ​ຢຸດ​ການ​ກໍ່​ຄວາມ​ຮຸນ​ແຮງ​ພາຍ​
ໃຕ້​ແຜນການ​ສັນຕິ​ພາບ​ທີ່​ໄກ່​ເກ່ຍ​ໂດຍ​ທ່ານ​ໂກ​ຟີ ອັນ​ນັນ ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ
​ຊາດ​ນັ້ນ.

​ໃນ​ລາຍ​ງານ​ທີ່​ສະ​ເໜີ​ຕໍ່​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ໃນ ວັນ​ພຸດ​ມື້​ນີ້ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ສະຖານະ​ການ​ໃນ​ຊີ​ເຣຍ​ແມ່ນ​ຢູ່ໃນ​ສະພາບທີ່​ເປັນ​ອັນຕະລາຍ​ແລະ​ຊຸດ​ໂຊມ​ລົງ​ຢ່າງ​ວ່ອງ​ໄວ. ລາຍ​ງານ​ສະບັບ​ນີ້​ເວົ້າ​ຕື່ມ​ວ່າ ມີ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການລະ​ເມີດ​ສິດທິ​ມະນຸດ​ຈາກ​ທັງ​ສອງ​ຝ່າຍ ​ແຕ່​ການລະ​ເມີດ​ຈາກ​ກໍາລັງ​ຂອງຝ່າຍ​ລັດຖະບານ​ຊີ​ເຣຍ​ແມ່ນດໍາ​ເນີນ​ໄປ​ໃນ​ລະດັບ​ທີ່​ໜ້າ​ຢ້ານ​ກົວ.

ລາຍ​ງານ​ສະບັບ​ນີ້ກ່າວ​ວ່າ ​ໃນ​ກໍລະນີ​ການ​ໂຈມ​ຕີ​ໃນ​ວັນ​ທີ 25 ພຶດ ສະພາ​ຜ່ານ​ມາ ​ທີ່​
ເມືອງຮູ​ລາ​ ຊຶ່ງໄດ້​ສັງຫານ​ປະຊາຊົນ 108 ຄົນ​ນັ້ນ ພວກ​ກໍາລັງ​ທີ່​ນິຍົມ​ລັດຖະບານ​ອາດ
​ຈະ​ເປັນ​ຜູ້​ຮັບຜິດຊອບໃນ​ການ​ຕາຍ​ຂອງ​ປະຊາຊົນ​ຫຼາຍ​ຄົນ ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​
ງານ​ສະບັບ​ນີ້​ເວົ້າ​ຕື່ມ​ວ່າ ບົດບາດ​ຂອງ​ພວກ​ຝ່າຍ​ຄ້ານ​ຫຼື​ພວກ​ກໍາລັງ​ຕ່າງປະ​ເທດກໍ​ບໍ່
ສາມາດ​ປະຕິ​ເສດໄດ້ ​ແລະ​ວ່າ ການ​ສືບສວນ​ສອບ​ສວນ​ຈະ​ດໍາ​ເນີນ​ສືບ​ຕໍ່​ໄປ.

ທ່ານ Paulo Pinheiro ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ​ທີ່​ໄດ້​ຮັບ​ການແຕ່ງ​ຕັ້ງ​ໂດຍ​ສະ
ຫະ​ປະຊາ​ຊາດ​ນັ້ນ ກ່າວ​ວ່າ ທີ​ມງານ​ຂອງ​ທ່ານ​ໄດ້ມີ​ຄວາມ​ເປັນ​ຫ່ວງ​ໂດຍ​ສະ​ເພາະ​ກ່ຽວ​
ກັບ​ລາຍ​ງານ​ຂ່າວ​ຕ່າງໆ​ທີ່​ວ່າ ພວກ​ຝ່າຍ​ຄ້ານ​ໄດ້​ໃຊ້​ພວກ​ເດັກນ້ອຍ ເປັນ​ພວກ​ບັນທຸກ
​ເຄື່ອງ​ໃຊ້ການແພດ​ແລະ​ພວກ​ສົ່ງ​ໜັງສື ​ແລະ​ເຮັດ​ໃຫ້​ພວກ​ຄົນ​ເຫຼົ່າ​ນີ້ຕົກ​ຢູ່​ໃນ​ຄວາມ​ສ່ຽງ
ຕໍ່​ອັນຕະລາຍ​ເຖິງ​ຕາຍ​ແລະ​ບາດ​ເຈັບ​ໄດ້.

ຊີ​ເຣຍ​ໄດ້​ຕໍາ​ໜີ​ຕິຕຽນ​ວິທີ​ການ​ເຫຼົ່າ​ນີ້ ​ແລະ​ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ອັນ​ທີ່​ຕົນ​ເອີ້ນ​ວ່າ
ວິທີ​ການ​ການ​ເມືອງ​ນັ້ນ.

​ໃນ​ຄວາມ​ວຸ້ນວາຍ​ໃນ​ວັນ​ພຸດ​ມື້​ນີ້ ອົງການ​ຂ່າວ​ແຫ່ງ​ລັດ​ຊີ​ເຣຍ ກ່າວວ່າ ກຸ່ມ​ກໍ່​ການ​ຮ້າຍ
​ປະກອບ​ອາວຸດ​ຈຸ​ນຶ່ງ ​ໄດ້​ສັງຫານ​ປະຊາຊົນ ​3 ຄົນ​ໃນ​ລະຫວ່າງ​ການ​ໂຈມ​ຕີ​ສະຖານີ​ໂທ
ລະພາບ​ນິຍົມ​ຝ່າຍ​ລັດຖະບານ​ແຫ່ງ​ນຶ່ງ. ອົງການ​ຂ່າວ SANA ກ່າວ​ວ່າ ພວກ​ກໍ່​ການ​ຮ້າຍ
​ໄດ້​ຫ້າງ​ລະ​ເບີດ​ໄວ້​ໃນ​ລະຫວ່າງ​ການ​ໂຈມ​ຕີສໍານັກງານ​ໃຫຍ່​ຂອງໂທລະພາບຊ່ອງດາວ​
ທຽມ al-Ikhbaria ​ແຕ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບວ່າ ພວກ​ພະນັກງານໃນສໍານັກງານ​ໃຫຍ່​ຕາຍ
​ແບບ​ໃດ​ນັ້ນ.

XS
SM
MD
LG