ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງກ່າວວ່າ ຊີເຣຍກໍາລັງໃຊ້ໂຮງໝໍເປັນເຄື່ອງມືໃນການດໍາເນີນ
ຄວາມພະຍາຍາມເພື່ອທັບມ້າງຝ່າຍຄັດຄ້ານ.
ອົງການນິລະໂທດກໍາສາກົນ ທີ່ມີສໍານັກງານຕັ້ງຢູ່ລອນດອນ ກ່າວຢູ່ໃນລາຍງານສະບັບນຶ່ງ
ໃນວັນອັງຄານມື້ນີ້ວ່າ ພວກຄົນເຈັບຢູ່ໂຮງໝໍ 4 ແຫ່ງຂອງລັດຖະບານ ໄດ້ຖືກທໍລະມານ
ແລະວ່າພວກພະນັກງານແພດທີ່ຖືກສົງໄສວ່າ ໃຫ້ການຮັກສາພະຍາບານພວກປະທ້ວງນັ້ນ
ໄດ້ຖືກກໍາລັງຮັກສາຄວາມປອດໄພຂອງລັດຖະບານໂຈມຕີ.
ກຸ່ມດັ່ງກ່າວເວົ້າວ່າ ພວກຄົນເຈັບໄດ້ຖືກໂຈມຕີໂດຍພວກເຈົ້າໜ້າທີ່ແລະພະນັກງານຮັກສາ
ຄວາມປອດໄພທີ່ໂຮງໝໍໃນເມືອງ Banias, Homs, ແລະ Tell Kalakh ແລະວ່າ
ຫລາຍໆຄົນພົບວ່າ ມັນເປັນການງ່າຍກ່ວາທີ່ຈະປ່ອຍໃຫ້ບາດແຜບໍ່ໄດ້ຮັບການພະຍາ
ບານແທນການໄປໂຮງໝໍ.
ອົງການນິລະໂທດກໍາໄດ້ຮຽກຮ້ອງໃຫ້ລັດຖະບານຊີເຣຍ ອອກຄໍາສັ່ງໃຫ້ພວກໂຮງໝໍຕ່າງໆ
ຮັບເອົາຄົນເຈັບທັງໝົດແລະໃຫ້ຮັກສາພວກເຂົາເຈົ້າຢ່າງບໍ່ລໍຊ້າ.
ໃນວັນອັງຄານມື້ນີ້ຄືກັນ ຈີນໄດ້ຮຽກຮ້ອງໃຫ້ຊີເຣຍ ປະຕິບັດຕາມຄໍາໝັ້ນສັນຍາທີ່ຈະທໍາ
ການປະຕິຮູບນັ້ນ ແລະໃຫ້ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຂອງ
ຕົນ.ໂຄສົກຍິງຂອງກະຊວງຕ່າງປະເທດຈີນກ່າວວ່າ ຈີນຢາກໃຫ້ທຸກຝ່າຍຍັບຍັ້ງຈາກຄວາມ
ຮຸນແຮງ ແລະໃຫ້ແກ້ໄຂວິກິດການໂດຍສັນຕິວິທີ. ທູດພິເສດຂອງຈີນຄົນນຶ່ງມີກໍານົດໄປ
ຢ້ຽມຢາມຊີເຣຍ ເລີ່ມຕົ້ນໃນວັນພຸດມື້ອື່ນນີ້.
ຈີນພ້ອມກັບຣັດເຊຍ ໄດ້ອອກສຽງຄັດຄ້ານຕໍ່ມະຕິນຶ່ງຂອງສະພາຄວາມໝັ້ນຄົງສະຫະປະ
ຊາຊາດໃນຕົ້ນເດືອນນີ້ ທີ່ປະນາມຊີເຣຍສໍາລັບການກວດລ້າງປາບປາມພວກປະທ້ວງພົນ
ລະເຮືອນນັ້ນ.
ໃນອີກຂ່າວນຶ່ງ ໃນການເຄື່ອນໄຫວທີ່ມີການຄາດກັນລ່ວງໜ້ານັ້ນ ຊີເຣຍໄດ້ຮຽກໂຕເອກ
ອັກຄະລັດຖະທູດຂອງຕົນປະຈໍາວໍຊິງຕັນ ກັບຄືນປະເທດ. ການເຄື່ອນໄຫວດັ່ງກ່າວນີ້ ມີ
ຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກທີ່ວໍຊິງຕັນປະກາດວ່າ ເອກອັກຄະລັດຖະທູດສະຫະລັດ
ປະຈໍາຊີເຣຍ ທ່ານ Robert Ford ໄດ້ເດີນທາງອອກຈາກດາມັສກັສ ກັບຄືນປະເທດ
ແລ້ວຫລັງຈາກທີ່ໄດ້ຮັບ ອັນທີ່ທ່ານເອີ້ນວ່າ “ຄໍາຂູ່ທີ່ໜ້າເຊື່ອຖືໄດ້.”
ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ: