ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ຫລາຍກວ່າ 2 ລ້ານຄົນ ຫລັ່ງໄຫລ ອອກຈາກຊີເຣຍ (ສະໄລດ໌/ວີດິໂອ)


ອົງການສະຫະປະຊາຊາດວ່າດ້ວຍຊາວອົບພະຍົບ ໄດ້ຮຽກ
ຮ້ອງໃຫ້ສົນໃຈຕໍ່ສິ່ງທີ່ອົງການນັ້ນເອີ້ນວ່າ “ການໄຫລອອກ
ທີ່ເປັນໂສກນາດຕະກໍາ” ຂອງຄົນທີ່ມາຈາກຊີເຣຍ ບ່ອນທີ່
ສົງຄາມກາງເມືອງ ປັດຈຸບັນໄດ້ບັງຄັບໃຫ້ຄົນຫລາຍກວ່າ 2
ລ້ານຄົນ ຕ້ອງອົບພະຍົບຫລົບໜີອອກຈາກປະເທດຕົນໄປ.

ນຶ່ງປີກ່ອນໜ້ານີ້ ຈໍານວນຂອງຊາວອົບພະຍົບແມ່ນປະມານ
231 ພັນຄົນ. ຢູ່ໃນຖະແຫລງການຂອງອົງການ ທີ່ພິມເຜີຍແຜ່ ອອກມາໃນວັນອັງຄານວານນີ້ ທ່ານ Antonio Guterres
ຫົວໜ້າອົງການ UNHCR ເອີ້ນສະພາບການດັ່ງກ່າວວ່າ
“ເປັນ ຄວາມໂຊກຮ້າຍທາງດ້ານມະນຸດສະທໍາທີ່ໜ້າອັບອາຍ” ທີ່ບໍ່ເຄີຍ ເຫັນຢູ່ໃນປະຫວັດສາດ ມໍ່ໆມານີ້.

ທ່ານ Tarik Kurdi ຜູ້ຕາງໜ້າອົງການ UNHCR ທີ່ກຸງ Damascus ກ່າວໃນວັນ ຈັນຜ່ານ
ມາວ່າ ສະພາບການດັ່ງກ່າວ ກໍາລັງສົ່ງຜົນກະທົບຕໍ່ຫລາຍໆ ລ້ານຄົນ ຢູ່ໃນປະ ເທດດັ່ງກ່າວ
ອີກດ້ວຍ. ທ່ານກ່າວວ່າ:

“ອີງຕາມການຄາດຄະເນ ຂອງອົງການສະຫະປະຊາຊາດ ມີປະມານ 7 ລ້ານຄົນ
ໄດ້ຮັບຜົນກະທົບຈາກວິກິດການດັ່ງກ່າວ ຊຶ່ງໃນນັ້ນມີປະມານ 5 ລ້ານຄົນ ໄດ້
ອົບພະຍົບໜີຈາກເມືອງ ແລະບ້ານຂອງພວກເຂົາເຈົ້າໄປຢູ່ບ່ອນອື່ນໃນຊີເຣຍ ຊຶ່ງສ່ວນ ໃຫຍ່ແມ່ນຜູ້ຍິງ ແລະເດັກນ້ອຍ.”


ຊາວອົບພະຍົບຊີເຣຍສ່ວນຫລາຍ ແມ່ນໄດ້ຍົກຍ້າຍໄປຍັງປະເທດເພື່ອນບ້ານ ລວມທັງ ຈໍແດນ, Lebanon, Turkey, ແລະ Iraq ບ່ອນທີ່ລັດຖະບານປະເທດຕ່າງໆ ຕ້ອງໄດ້ ຮັບມືກັບຄວາມຫຍຸ້ງຍາກໃນການຕອບສະໜອງຄວາມ ຕ້ອງການຂອງຊາວອົບພະຍົບ ຫລາຍແສນຄົນ.

ອົງການສະຫະປະຊາຊາດເວົ້າອີກວ່າ ຊາວອົບພະຍົບຫລາຍໆຄົນກໍາລັງອອກຈາກຊີເຣຍ ໄປໂດຍທີ່ຖືເອົາເຄື່ອງຂອງໄປນໍາບໍ່ໄດ້ຫລາຍ ນອກເໜືອຈາກເຄື່ອງນຸ່ງຫົ່ມທີ່ແບກ ໃສ່ ຫລັງໄປນໍາ ແລະເຄິ່ງນຶ່ງຂອງພວກເຂົາເຈົ້າແມ່ນເດັກນ້ອຍ. ອົງການດັ່ງກ່າວ ໄດ້ຮ້ອງຂໍ ໃຫ້ມີການຊ່ວຍເຫລືອຈາກສາກົນ ແຕ່ອົງການດັ່ງກ່າວກໍໄດ້ເວົ້າວ່າ ຕົນໄດ້ຮັບເງິນ 47 ເປີ
ເຊັນຂອງຈໍານວນເງິນທີ່ໄດ້ຂໍໄປເພື່ອ ຕອບສະໜອງຄວາມຕ້ອງການພື້ນຖານ ຂອງຊາວ
ອົບພະຍົບດັ່ງກ່າວໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ: ຊີເຣຍ
please wait

No media source currently available

0:00 0:02:39 0:00
XS
SM
MD
LG