ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານ​ມາຣີນ ຂອງ ສຫລ ຈຳນວນ​ນຶ່ງ ໄດ້​ໄປ​ເຖິງ ຊີ​ເຣຍ​ແລ້ວ


ໃນວັນທີ 7 ມີນາ 2017 ນີ້ ວີດິໂອ ທີ່ຄ້າຍສະໜອງໂດຍເຄືອຂ່າຍ Arab 24 ສະແດງໃຫ້ເຫັນວ່າ ກອງກໍາລັງທະຫານຂອງ ສຫລ ໄດ້ຕັ້ງຄ້າຍ ຢູ່ນອກເມືອງ Manbij ຂອງຊີເຣຍ.
ໃນວັນທີ 7 ມີນາ 2017 ນີ້ ວີດິໂອ ທີ່ຄ້າຍສະໜອງໂດຍເຄືອຂ່າຍ Arab 24 ສະແດງໃຫ້ເຫັນວ່າ ກອງກໍາລັງທະຫານຂອງ ສຫລ ໄດ້ຕັ້ງຄ້າຍ ຢູ່ນອກເມືອງ Manbij ຂອງຊີເຣຍ.

ເຈົ້າໜ້າທີ່ລັດຖະບານສະຫະລັດກ່າວ​ວ່າ ທະຫານ​ມາຣີນຈຳນວນ​ນຶ່ງໄດ້​ໄປ​ເຖິງ​ພາກ
​ຕາ​ເວັນ​ອອກສຽງ​ເໜືອຂອງ​ຊີ​ເຣຍ​ແລ້ວ ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ ດ້ວຍ​ປືນ​ໃຫຍ່
ແກ່​ກໍາລັງ​ທະຫານ​ທ້ອງ​ຖິ່ນ ທີ່​ຈະ​ບຸກໂຈມ​ຕີ ​ໃນ​ໄວໆ​ນີ້ ຕໍ່ເມືອງ​ Raqqa ຊຶ່ງ​ເປັນ​ນະ
ຄອນຫລວງ​ຂອງ​ກຸ່ມກໍ່ການ​ຮ້າຍ ລັດ​ອິດສະ​ລາມ ຫລື IS.

​ແຕ່​ຢ່າງໃດ​ກໍ​ຕາມ ປະກົດ​ວ່າ ​ຍັງ​ບໍ່ມີ​ການ​ຕົກລົງ​ກັນ ​ແບບ​ຕັດສິນຊີ້ຂາດ​ເທື່ອລະຫວ່າງ
ວໍ​ຊິງ​ຕັນ ​ແລະ​ Ankara ກ່ຽວກັບ​ການວາງກໍາລັງເພື່ອໂຈມ​ຕີເມືອງ Raqqa ​ໂດຍບໍ່ສາ
ມາດ​ຕົກລົງ​ກັນ​ໄດ້​ວ່າ ທະຫານ​ບ້ານຊາວ​ເຄີ​ສທີ່ໜຸນຫລັງ​ໂດ​ຍສະຫະລັດ ຫລື​ພວກ​ກະ
ບົດ​ຊາວ​ຊີ​ເຣຍ ທີ່​ນໍາພາໂດຍ​ເທີ​ກີ ຈະເປັນ​ຜູ້​ນໍາໜ້າ​ໃນ​ການ​ຂັບ​ໄລ່ ພວກພວກຈີ​ຮາດ
ຊຶ່ງມີ​ປະມານ 4,000 ຄົນ ​ທີ່ປົກ​ປ້ອງເມືອງ​ດັ່ງກ່າວນັ້ນຢູ່.

ໃນ​ຂະນະ​ທີ່​ທະຫານ​ມາຣີນ​ສະຫະລັດໄປ​ເຖິງ, ​ໃນ​ວັນ​ພະຫັດ​ວານ​ນີ້, ລັດຖະມົນຕີ​ກະ
ຊວງ​ການ​ຕ່າງປະ​ເທດ​ຂອງ​ເທີ​ກີ ​ໄດ້​ເຕືອນ​ວ່າ ​ກໍາລັງ ທະຫານ​ທີ່​ນໍາພາໂດຍ​ເທີ​ກີ ຈະ
​ໂຈມ​ຕີທະຫານທະຫານ​ບ້ານຊາວ​ເຄີ​ສທີ່ໜຸນຫລັງ​ໂດ​ຍສະຫະລັດ ທີ່​ມາຈາກກອງ​ກໍາ
ລັງ​ປົກ​ປ້ອງ​ປະຊາຊົນ​ຊາວ​ເຄີ​ສ ຫລື YPG ຖ້າ​ຫາກ​ພວກ​ເຂົາ​ເຈົ້າ ບໍ່ຖອນ​ອອກ​ຈາກ
ເມືອງ Manbij ໃນ​ພາກເໜືອຂອງ​ຊີ​ເຣຍ.

ການ​ເຄື່ອນ​ໄຫວເຊັ່ນ​ນັ້ນ​ແມ່ນ​ຈະ​ເຮັດ​ໃຫ້ການ​ໂຈມ​ຕີ​ເມືອງ Raqqa ທີ່​ຊັກ​ຊ້າ​ມາ​ໄດ້​
ຫລາຍ​ເດືອນ ​ຍ້ອນ​ການ​ຂັດ​ແຍ່ງ​ກັນ​ກ່ຽວກັບ​ວ່າ​ ​ໃຜ​ຈະ​ເປັນ​ຜູ້​ນໍາໜ້າ ​ໃນ​ການ​ໂຈມ​ຕີດັ່ງກ່າວນັ້ນ ມີ​ຄວາມ​ສັບສົນ​ຂຶ້ນ.

ທ່ານ Mevlut Cavusoglu ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ເທີ​ກີ ກ່າວ​ວ່າ ກໍາລັງທະຫານ​ຂອງ​ເທີ​ກີ ຈະ​ທໍາ​ການ​ໂຈມ​ຕີກອງ​ກໍາລັງ​ YPG ຢູ່ເມືອງ Manbij ​ໂດຍ​
ໃຫ້​ເຫດຜົນ​ວ່າ ການ​ຄວບ​ຄຸມພື້ນທີ່​ຂອງ​ເມືອງ​ດັ່ງກ່າວ​ ໂດຍ​ກຳລັງ​ຊາວ​ເຄີ​ສ ​ເປັນ​ການ​ກີດຂວາງ​ຕໍ່ຄວາມ​ພະຍາຍາມ​ຂອງ​ເທີ​ກີ ​ໃນ​ການສ້າງ​ໃຫ້​ມີ​ຂົງ​ເຂດທີ່​ປອດ​ໄພ​ຢູ່​ໃນ​ພາກ​ເໜືອຂອງ​ຊີ​ເຣຍ. ​ແຕ່​ທ່ານ​ກໍ​ບໍ່​ໄດ້​ກຳນົດ​ເສັ້ນຕາຍຂອງການ​ໂຈມ​ຕີນັ້ນແຕ່​ຢ່າງ​ໃດ. ​ໃນ​
ສາຍຕາ​ຂອງ Ankara ​ແລ້ວກອງກໍາລັງ YPG ​ແມ່ນ​ກຸ່ມ​ກໍ່ການ​ຮ້າຍ​ກຸ່ມ​ນຶ່ງ ທີ່ກ່ຽວພັນ
​ກັບພັກ​ກໍາ​ມະກອນ​ຊາວ​ເຄີ​ສຫລື PKK ຂອງ​ເທີ​ກີ ​ແລະ​ກໍ​ໄດ້​ຮຽກຮ້ອງຊໍ້າ​ແລ້ວຊໍ້າ​ອີກ
​ໃຫ້​ວໍ​ຊິງ​ຕັນຢຸດການ​ໃຫ້​ຄວາມ​ສະໜັບສະໜຸນແກ່ກອງ​ທະຫານ​ບ້ານຊາວ​ເຄີ​ສທີ່​ເປັນ
​ຄົນ​ຊີ​ເຣຍນັ້ນ.

ທ່ານ Cavusoglu ຍັງ​ໄດ້​ກ່າວ​ຫາວໍ​ຊິງ​ຕັນວ່າ ​ເຮັດ​ໃຫ້​ແຜນການ​ໂຈມ​ຕີ​ເມືອງ Raqqa ທີ່ໝັ້ນຂອງ​ກຸ່ມ IS ຂອງ​ຕົນມີ​ຄວາມ​ສັບສົນ.

ອີງ​ຕາມ​ເຈົ້າໜ້າທີ່​ສະຫະລັດ​ແລ້ວ ​ໜ່ວຍ​ເຄື່ອນ​ທີ່​ໄວ ທະຫານ​ມາຣີນ​ຈາກ​ກອງພົນທີ 11 ​
ໄດ້​ຖືກ​ສົ່ງ​ໄປ​ພາກ​ເໜືອຂອງ​ຊີ​ເຣຍ ຢູ່​ໃນລັດ​ສະໝີປືນ​ໃຫຍ່ 32 ກິ​ໂລແມັດຫ່າງຈາກ
ເມືອງ Raqqa. ​ກໍາລັງທະຫານ ​ນີ້ແມ່ນ​ມີປືນ​ໃຫຍ່ Howtzers M777 ​ ຊຶ່ງ​ມີ​ຄວາມ​ສາ
ມາດ​ໃນ​ການ​ຍິງ​ລູກປືນ 155 ​ມມ. ການ​ສົ່ງ​ກໍາລັງ​ທະຫານ​ໄປຊີ​ເຣຍ​ແມ່​ນເປັນ​ແບບ​ດຽວ
ກັນ​ກັບ​ການ​ສົ່ງ​ກໍາລັ​ງ​ໄປ​ອີ​ຣັກ ​ໃນ​ປີ​ກາຍ​ນີ້ ​ເວລາ​ທະຫານ​ມາຣີນ​ສະຫະລັດທີ່​ປະກອບ
​ດ້ວຍ​ປືນ​ໃຫຍ່​ໄປ​ເຖິງ​ກ່ອນ ການ​ໂຈມ​ຕີ​ຈະ​ເລີ້ມຂຶ້ນ ​ເພື່ອ​ຍຶດ​ເອົາ​ເມືອງ Mosul ທີ່​ເປັນ
​ຕົວ​ເມືອງ ​ໃຫຍ່ແຫ່ງ​ສຸດ​ທ້າຍ ຊຶ່​ເງປັນ​ທີ່ໝັ້ນຂອງ​ກຸ່ມ IS ​ໃນ​ອີຣັກ ​ເພື່ອ​ຈະ​ໃຫ້ການ​ຍິງ​
ຄຸ້ມ​ກັນ ​ແກ່​ກອງ​ກໍາລັງຮັກສາ​ຄວາມ​ສະຫງົບ​ຂອງ​ອີຣັກ.

ເຈົ້າໜ້າທີ່​ຂັ້ນສູງ​ທ່ານ​ນຶ່ງ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ເວົ້າວ່າ ການ​ສົ່ງ​ທະ
ຫານ​ໄປ ລວມມີ “ທະຫານ​ມາຣີນສອງ​ສາມຮ້ອຍ​ຄົນ” ​ແຕ່​ວ່າ​ທໍານຽບຫ້າ​ແຈ​ກໍ​ປະຕິ​ເສດ
ທີ່ຈະ​ຢືນຢັນ​ກ່ຽວກັບ ການ​ສົ່ງກໍາລັງ​ທະຫານ ຫລື​ໃຫ້​ລາຍ​ລະອຽດກ່ຽວກັບ​ສະຖານ​ທີ່ຢູ່
ຂອງ​ທະຫານ​ມາຣີນ ​ເຫລ່ົານັ້ນ.

ອ່ານຂ່າວນີ້ ເປັນພາສາອັງກິດ

XS
SM
MD
LG