ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊີເຣຍ ຕອບໂຕ້ຕໍ່ ຄຳສັນຍາ ຂອງ ທ່ານ ທີລເລີຊັນ ທີ່ຈະສືບຕໍ່ ພົວພັນ ທາງທະຫານ ໃນຊີເຣຍ


ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ
ເຣັກສ໌ ທີລເລີຊັນ ກ່າວຖະແຫລງ ຢູ່ທີ່ສະຖາບັນ ຮູເວີ ຂອງມະຫາວິທະຍາໄລ ສແຕນຟອດ ໃນລັດຄາລີຟໍເນຍ, ວັນທີ 17 ມັງກອນ 2018.
ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ເຣັກສ໌ ທີລເລີຊັນ ກ່າວຖະແຫລງ ຢູ່ທີ່ສະຖາບັນ ຮູເວີ ຂອງມະຫາວິທະຍາໄລ ສແຕນຟອດ ໃນລັດຄາລີຟໍເນຍ, ວັນທີ 17 ມັງກອນ 2018.

ກະຊວງການຕ່າງປະເທດຊີເຣຍ ກ່າວໃນວັນພະຫັດມື້ນີ້ວ່າ ການມີໜ້າຂອງກຳລັງ ສະຫະລັດໃນຊີເຣຍ ແມ່ນເປັນການກະທຳແບບຮຸກຮານ ແລະລະເມີດຕໍ່ອະທິປະໄຕ.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນຫລັງຈາກລັດຖະມົນຕີວ່າການຕ່າງປະເທດ ທ່ານ
ເຣັກສ໌ ທີລເລີຊັນ ໄດ້ບັນຍາຍກ່ຽວກັບແຜນການໃນຄຳປາໄສໃນວັນພຸດວານນີ້ ທີ່ຢາກ
ໃຫ້ສະຫະລັດພົວພັນທັງດ້ານການທູດ ແລະການທະຫານຢູ່ໃນຊີເຣຍຕໍ່ໄປ ຫຼັງຈາກທີ່
ໄດ້ເອົາຊະນະ ຕໍ່ອັນທີ່ເອີ້ນວ່າ ກຸ່ມລັດອິສລາມ ນັ້ນ.

ສະຫະລັດໄດ້ນຳພາແນວໂຮມ ທຳການໂຈມຕີທາງອາກາດຕໍ່ເປົ້າໝາຍຂອງກຸ່ມລັດ
ອິສລາມ ຢູ່ໃນຊີເຣຍແລະອີຣັກ ນັບແຕ່ປີ 2014 ເປັນຕົ້ນມາ ແລະທຳນຽບຫ້າແຈ ກ່າວ
ວ່າ ໃນເດືອນແລ້ວນີ້ ມີທະຫານອາເມຣິກັນ 2,000 ຄົນຢູ່ໃນຊີເຣຍ.

ທ່ານທີລເລີຊັນ ໄດ້ກ່າວກ່ຽວກັບວິທີທາງໃນຂັ້ນຕໍ່ໄປສຳລັບການພົວພັນ ຂອງສະຫະລັດ
ໃນຊີເຣຍ ຢູ່ໃນພິທີແຫ່ງນຶ່ງ ທີ່ສະຖາບັນຮູເວີ ທີ່ມະຫາວິທະຍາໄລ ສແຕນຟອດ ໃນລັດ
ຄາລີຟໍເນຍ. ທ່ານໄດ້ໃຫ້ເຫດຜົນຈຳນວນນຶ່ງວ່າ ເປັນຫຍັງມັນຈຶ່ງມີຄວາມສຳຄັນຍິ່ງ
ສຳລັບສະຫະລັດ ທີ່ຍັງຄົງຢູ່ໃນປະເທດ ທີ່ມີບັນຫາຕໍ່ໄປ ລວມທັງ ການປ້ອງກັນບໍ່ໃຫ້
ກຸ່ມກໍ່ການຮ້າຍ ລັດອິສລາມ ແລະ ອາລ-ກາອີດ້າ ຟື້ນຕົວຄືນມາໄດ້ອີກ.

ລັດຖະມົນຕີວ່າການຕ່າງປະເທດ ທ່ານ ເຣັກສ໌ ທີລເລີຊັນ, ຂວາ, ແລະ ອະດີດ ລັດຖະມົນຕີການຕ່າງປະເທດ ທ່ານນາງ ຄອນໂດລີຊາ ໄຣສ໌ ກ່າວຖະແຫລງ ຢູ່ທີ່ສະຖາບັນ ຮູເວີ ຂອງມະຫາວິທະຍາໄລ ສແຕນຟອດ ໃນລັດຄາລີຟໍເນຍ, ວັນພຸດ ທີ 17 ມັງກອນ 2018.
ລັດຖະມົນຕີວ່າການຕ່າງປະເທດ ທ່ານ ເຣັກສ໌ ທີລເລີຊັນ, ຂວາ, ແລະ ອະດີດ ລັດຖະມົນຕີການຕ່າງປະເທດ ທ່ານນາງ ຄອນໂດລີຊາ ໄຣສ໌ ກ່າວຖະແຫລງ ຢູ່ທີ່ສະຖາບັນ ຮູເວີ ຂອງມະຫາວິທະຍາໄລ ສແຕນຟອດ ໃນລັດຄາລີຟໍເນຍ, ວັນພຸດ ທີ 17 ມັງກອນ 2018.

ທ່ານທີລເລີຊັນ ໄດ້ກ່າວໂດຍໃຊ້ຊື່ຫຍໍ້ ສຳລັບກຸ່ມຫົວຮຸນແຮງ ວ່າ “ຕີນນຶ່ງຂອງກຸ່ມ
ISIS ຢູ່ໃນຂຸມຝັງສົບແລ້ວ ແລະ ໂດຍການຮັກສາກຳລັງທະຫານຂອງອາເມຣິກາ
ໃຫ້ມີໜ້າຢູ່ໃນຊີເຣຍ ຈົນກວ່າວ່າ ຈະເອົາຊະນະກຸ່ມ ISIS ແລະບັນລຸຜົນສຳເລັດ
ໄດ້ຢ່າງຄົບຖ້ວນ ເຊິ່ງມັນຈະມີທັງສອງຢ່າງໃນໄວໆນີ້.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາບໍ່ສາມາດອະນຸຍາດໃຫ້ປະຫວັດສາດຊ້ຳຮອຍອີກ
ຢູ່ໃນຊີເຣຍ”
ໂດຍການອ້າງເຖິງອັນທີ່ທ່ານອະທິບາຍວ່າ ເປັນຄວາມຜິດພາດທີ່ໄດ້
ເຮັດລົງໄປ ໂດຍລັດຖະບານທ່ານໂອບາມາ ໃນການຖອນກຳລັງທະຫານສະຫະລັດ
ອອກຈາກອີຣັກ ກ່ອນກຳນົດ ແລະຄວາມລົ້ມແຫລວທີ່ຈະຮັກສາສະຖຽນລະພາບ
ໃນລີເບຍ ຫຼັງຈາກການໂຈມຕີທາງອາກາດຂອງອົງການເນໂຕ ທີ່ໄດ້ນຳໄປສູ່ ການ
ໂຄ່ນລົ້ມມື້ລາງ ປະທານາທິບໍດີ ໂມມມາຣ ກາດາຟີ ຢູ່ໃນລີເບຍ.

ທ່ານທີລເລີຊັນ ໄດ້ກ່າວຕໍ່ໄປວ່າ ຍັງມີເຫດຜົນຕ່າງໆອີກ ທີ່ສະຫະລັດ ຍັງຄົງຕ້ອງ
ພົວພັນ ຢູ່ໃນຊີເຣຍ.

ທ່ານເວົ້າວ່າ “ການຖອນບຸຄະລາກອນຂອງອາເມຣິກາອອກທັງໝົດ ໃນເວລານີ້
ກໍຈະເປັນການຊ່ອຍປະທານາທິບໍດີ ຂອງຊີເຣຍ ບາຊາຣ ອາລ ອາຊາດ. ຄັນຊີເຣຍ
ທີ່ມີສະຖຽນລະພາບ ປຸ້ມລຸມເຂົ້າກັນ ແລະ ເປັນເອກກະລາດ ໃນທີ່ສຸດ ກໍຈະຕ້ອງ
ປາດສະຈາກການນຳພາຂອງ ອາຊາດ ເພື່ອທີ່ຈະໃຫ້ປະສົບຜົນສຳເລັດ. ການສືບ
ຕໍ່ໃຫ້ສະຫະລັດມີໜ້າ ກໍເພື່ອຮັບປະກັນວ່າ ການເອົາຊະນະກຸ່ມ ISIS ນັ້ນ ແມ່ນ
ຍືນຍົງ ແລະ ຍັງຈະຊ່ອຍແຜ້ວທາງໃຫ້ອຳນາດການປົກຄອງ ທ້ອງຖິ່ນ ມີຄວາມຮັບ
ຜິດຊອບ ປົກຄອງປະເທດໄດ້ ຢ່າງຖືກຕ້ອງຕາມກົດໝາຍ ໃນພື້ນທີ່ທັງຫຼາຍ ທີ່ໄດ້
ຖືກປົດປ່ອຍແລ້ວນັ້ນ ດ້ວຍຕົວຂອງພວກເຂົາເຈົ້າເອງ.”

ທ່ານທີລເລີຊັນ ໄດ້ບອກອະດີດ ລັດຖະມົນຕີການຕ່າງປະເທດ ທ່ານນາງ ຄອນໂດລີຊາ
ໄຣສ໌ ຜູ້ທີ່ໄດ້ຕັ້ງຄຳຖາມໃຫ້ທ່ານ ຢູ່ທີ່ງານດັ່ງກ່າວ ວ່າ ຊີວິດຂອງພົນລະເຮືອນ ຊາວ
ຊີເຣຍ ທັງຫຼາຍນັ້ນ ແມ່ນຍັງຈະກ່ຽວຂ້ອງຢູ່ບໍ:

ທ່ານໄດ້ກ່າວວ່າ “ບູລິມະສິດ ໃນຂະນະນີ້ ຢູ່ໃນຊີເຣຍ ແມ່ນໃຫ້ຍຸຕິການເຂັ່ນຂ້າກັນ”
ແລ້ວກ່າວຕື່ມວ່າ ພວກເຂົາເຈົ້າແມ່ນຍັງຈະຖືກຂ້າຕາຍ ໃນຈຳນວນຫຼາຍພັນຄົນ. ທ່ານ
ເອີ້ນ ປະທານາທິບໍດີ ອາຊາດ ຂອງຊີເຣຍ ວ່າ ເປັນຄາດຕະກອນ ຂ້າປະຊາຊົນຂອງ
ທ່ານເອງ ທີ່ໂຫດຮ້າຍປ່າເຖື່ອນ ຜູ້ທີ່ບໍ່ສາມາດສະໜອງສະຖຽນລະພາບ ທີ່ຍືນຍົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG