ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ວ່າ ສະພາບການ ໃນຊີເຣຍ ເຊື່ອມໂຊມລົງ ຢ່າງວ່ອງໄວ (ວີດິໂອກ່ຽວຂ້ອງ)


ສະພາບບ້ານເມືອງການໃນຊີເຣຍ ທີ່ຖືກທໍາລາຍ ແລະເຊື່ອມໂຊມລົງຢ່າງໄວວາ
ສະພາບບ້ານເມືອງການໃນຊີເຣຍ ທີ່ຖືກທໍາລາຍ ແລະເຊື່ອມໂຊມລົງຢ່າງໄວວາ
ພວກນັກສືບສວນດ້ານສິດທິມະນຸດຂອງສະຫະປະຊາຊາດ
ເວົ້າວ່າ ສະພາບການໃນຊີເຣຍ ແມ່ນ “ເຊື່ອມໂຊມລົງຢ່າງ
ວ່ອງໄວ” ແລະເວົ້າວ່າ ທະຫານຂອງທັງລັດຖະບານຊີເຣຍ ແລະຂອງຝ່າຍທີ່ຕໍ່ຕ້ານປະທານາທິບໍດີ Bashar al-Assad
ຕ່າງກໍໄດ້ ກໍ່ອາຊະຍາກໍາສົງຄາມ.

ຢູ່ໃນລາຍງານສະບັບຫລ້າສຸດ ທີ່ຢື່ນສະເໜີ ຕໍ່ສະພາສິດທິມະ
ນຸດຂອງສະຫະປະຊາຊາດນັ້ນ ພວກນັກສືບສວນດັ່ງກ່າວເວົ້າວ່າ ການສູ້ລົບກັນຢູ່ໃນຊີເຣຍ ໄດ້ເພີ້ມຄວາມຮ້າຍແຮງຂຶ້ນນັບ ແຕ່ ເດືອນກໍລະກົດເປັນຕົ້ນມາ ໂດຍທີ່ບັນຫາຂັດແຍ້ງກັນໄດ້ກາຍ ມາເປັນເລື້ອງລະຫວ່າງສາສະໜາຮຸນແຮງຫລາຍຂຶ້ນ ແລະໃຊ້ທະຫານຫລາຍຂຶ້ນ.

ພວກເຂົາເຈົ້າເວົ້າວ່າ ລະດັບການກໍ່ຄວາມຮຸນແຮງຂອງຝ່າຍຕໍ່ຕ້ານນັ້ນບໍ່ຮ້າຍແຮງ ເທົ່າກັບ
ຂອງທະຫານຝ່າຍລັດຖະບານ ແຕ່ວ່າ ທັງສອງຝ່າຍ ແມ່ນໄດ້ໃຊ້ເດັກນ້ອຍໄປເປັນນັກລົບ
ຄືກັນ.

ລາຍງານດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຕັດຮອນການລໍາລຽງສົ່ງອາວຸດ ເຂົ້າໄປໃນຊີເຣຍ ໂດຍໃຫ້ຄໍານຶງເຖິງວ່າ ອາວຸດເຫລົ່ານັ້ນ ອາດຈະສົ່ງຜົນກະທົບ ໃນ
ລະດັບຂົງເຂດທີ່ກ້ວາງຂວາງຂຶ້ນ ໄດ້ແນວໃດ.

ລາຍງານດັ່ງກ່າວໄດ້ແນະນໍາໃຫ້ ວິທີແກ້ໄຂທາງການເມືອງຕໍ່ວິກິດການ ທີ່ດໍາເນີນມາ ເປັນເວລາສອງປີດັ່ງກ່າວ ໂດຍໄດ້ເວົ້າວ່າ “ບໍ່ມີທາງເລືອກ ອັນອື່ນ.”

ຂະນະດຽວກັນ ຢູ່ກຸງມົສກູນັ້ນ ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ
ກ່າວໃນວັນຈັນມື້ນີ້ວ່າ ສະພາບການຢູ່ໃນຊີເຣຍ “ຈະບໍ່ດີຂຶ້ນໄປກວ່ານີ້.”

ທ່ານໄດ້ພົບປະກັບພວກຜູ້ນໍາຂອງຝ່າຍຄ້ານ ທີ່ບໍ່ໄດ້ເປັນສ່ວນນຶ່ງຂອງແນວໂຮມ ຝ່າຍ
ຄ້ານແຫ່ງຊາດໃຫຍ່ ແລະໄດ້ເນັ້ນຢໍ້າຈຸດຢືນຂອງປະເທດຂອງທ່ານ ທີ່ວ່າການແກ້ໄຂໃດໆ
ກໍຕາມຕໍ່ບັນຫາໃນຊີເຣຍນັ້ນ ແມ່ນຈະຕ້ອງມາຈາກພາຍໃນຊີເຣຍເອງ.

ເບິ່ງວີດີໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG