ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຮຽກຮ້ອງ ໃຫ້ຍຸດຕິ ວິກິດການ ໃນຊີເຣຍ (ສະໄລດ໌)


ທ່ານ Nabil Elaraby (ທີ 2 ຈາກຂວາ) ເລຂາທິການໃຫຍ່ຂອງ ສັນນິບາດຊາດອາຣັບ ໂອ້ລົມກັບທ່ານ Sergei Lavrov (ທີ 3 ຈາກຊ້າຍ) ລັດຖະມົນຕີກະຊວງການຕ່າງປະເທດ
ຣັດເຊຍ ທີ່ກຸງມົສກູໃນວັນອັງຄານ ທີ 19 ກຸມພາ 2013
ທ່ານ Nabil Elaraby (ທີ 2 ຈາກຂວາ) ເລຂາທິການໃຫຍ່ຂອງ ສັນນິບາດຊາດອາຣັບ ໂອ້ລົມກັບທ່ານ Sergei Lavrov (ທີ 3 ຈາກຊ້າຍ) ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ ທີ່ກຸງມົສກູໃນວັນອັງຄານ ທີ 19 ກຸມພາ 2013
ຣັດເຊຍຮຽກຮ້ອງໃຫ້ຍຸດຕິວິກິດການຢູ່ໃນຊີເຣຍ ທີ່ມີມາໄດ້
ເກືອບສອງປີແລ້ວ ນັ້ນລົງ.

ທ່ານ Sergei Lavrov ລັດຖະມົນຕີກະຊວງການຕ່າງປະເທດ
ຣັດເຊຍກ່າວ ໃນວັນພຸດມື້ນີ້ ລຸນຫລັງທີ່ໄດ້ພົບປະກັບບັນ ດານັກການທູດອາຣັບໃນກຸງມົສກູວ່າ ທັງຝ່າຍລັດຖະບານ
ແລະຝ່າຍພວກກະບົດ ບໍ່ສາມາດທີ່ຈະດໍາເນີນການແກ້ໄຂ
ບັນຫາທາງທະຫານໄດ້ ຊຶ່ງທ່ານເວົ້າວ່າ ສະພາບການເຊັ່ນ
ນັ້ນ ແມ່ນເສັ້ນທາງກ້າວໄປສູ່ການທໍາລາຍຊຶ່ງກັນແລະກັນ.

ຣັດເຊຍໄດ້ໃຊ້ສິດຢັບຢັ້ງຂອງຕົນ ໃນສະພາຄວາມໝັ້ນຄົງ
ຂອງສະຫະປະຊາ ຊາດ ເພື່ອຄັດຄ້ານຕໍ່ຮ່າງຍັດຕິສາມສະ
ບັບຕໍ່ຊີເຣຍ, ໂດຍໄດ້ເນັ້ນເຖິງຄວາມຈຳເປັນທີ່ຊີເຣຍ ຈະໄດ້ ຊອກຊ່ອງທາງຍຸດຕິການສູ້ລົບກັນ ໂດຍປາດສະຈາກການແຊກແຊງຂອງຕ່າງປະເທດ.

ຄໍາເຫັນຂອງທ່ານ Lavrov ໄດ້ມີຂຶ້ນນຶ່ງມື້ ລຸນຫລັງທີ່ພວກກະບົດໄດ້ຍິງປືນຄົກ ໂຈມຕີ ທໍານຽບປະທານາທິບໍດີ Bashar al-Assad ແຫ່ງນຶ່ງໃນນະຄອນຫຼວງ Damascus. ການຍິງໂຈມຕີດັ່ງກ່າວ ແມ່ນເປັນເທື່ອທຳອິດທີ່ໄດ້ຮັບການຢືນຢັນຈາກຝ່າຍລັດຖະບານ
ວ່າ ໄດ້ຕົກໃສ່ໃກ້ໆກັບທໍານຽບຂອງປະທານາທິບໍດີ.

ພວກນັກເຄື່ອນໄຫວຍັງໄດ້ລາຍງານວ່າ ມີການໂຈມຕີດ້ວຍລູກສອນໄຟໃນວັນອັງຄານ ວານນີ້ ຢູ່ເມືອງ Aleppo ທາງພາກເໜືອຂອງປະເທດທີ່ໄດ້ສັງຫານ ຢ່າງໜ້ອຍ 31 ຄົນ.
ອົງການສິ້ງຊອມດ້ານສິດທິມະນຸດທີ່ຕັ້ງຢູ່ອັງກິດເວົ້າວ່າ ປະມານ 140 ຄົນ ເສຍຊີວິດ ໃນການສູ້ລົບກັນຢູ່ທົ່ວຊີເຣຍ ໃນວັນອັງຄານວານນີ້.

ປະມວນພາບຫລ້າສຸດກ່ຽວກັບສະພາບການໃນຊີເຣຍ:
XS
SM
MD
LG