ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຊີເຣຍ ຮຽກຮ້ອງ ໃຫ້ມີການປຸກລະດົມ ຕໍ່ສູ້ກັບພວກກະບົດ


ພາບທີ່ຖ່າຍທອດ ໂດຍໂທລະພາບ ຂອງລັດຖະບານຊີເຣຍ ສະແດງໃຫ້ເຫັນ ປະທານາທິບໍດີ Bashar al-Assad ກ່າວຄໍາປາໄສ ໃນວັນອາທິດ ທີ 6 ມັນງກອນ 2013.
ພາບທີ່ຖ່າຍທອດ ໂດຍໂທລະພາບ ຂອງລັດຖະບານຊີເຣຍ ສະແດງໃຫ້ເຫັນ ປະທານາທິບໍດີ Bashar al-Assad ກ່າວຄໍາປາໄສ ໃນວັນອາທິດ ທີ 6 ມັນງກອນ 2013.
ປະທານາທິບໍດີຂອງຊີເຣຍ ໄດ້ຮຽກຮ້ອງໃຫ້ມີການປຸກລະດົມ
ທົ່ວປະເທດ ເພື່ອທໍາການຕໍ່ສູ້ກັບພວກກະບົດ ທີ່ທ່ານເອີ້ນວ່າ
ແມ່ນ “ພວກກໍ່ການຮ້າຍ ຂອງເຄືອຂ່າຍ al-Qaida.”

ທ່ານ Bashar al-Assad ກ່າວໃນຄໍາປາໄສໃນວັນອາທິດ
ມື້ນີ້ ຊຶ່ງເປັນຄັ້ງ ທໍາອິດໃນຮອບຫລາຍເດືອນຜ່ານມາວ່າ
“ຈະບໍ່ມີຄວາມສຸກໄດ້ ຕາບໃດທີ່ຍັງບໍ່ມີຄວາມປອດໄພແລະ
ຄວາມໝັ້ນຄົງ” ຢູ່ໃນຖະໜົນຫົນທາງຕ່າງໆ ຂອງຊີເຣຍ.

ທ່ານ Assad ທີ່ກ່າວຄໍາປາໄສຢູ່ໃນໂຮງລະຄອນໂອເປ
ຣາ ຢູ່ໃຈກາງນະຄອນ ຫລວງ Damascus ເວົ້າວ່າ ກອງ
ທະຫານຂອງລັດຖະບານຊີເຣຍ ກໍາລັງສູ້ ລົບກັບ “ພວກ
ອາຊະຍາກອນຄາດຕະກໍາ” ທີ່ໄດ້ຮັບທຶນສະໜັບສະໜູນ
ຈາກ ພວກຢູ່ພາຍນອກປະເທດ. ທ່ານໄດ້ສະເໜີໃຫ້ຈັດກອງປະຊຸມປອງດອງຊາດ ບັ້ນນຶ່ງຂຶ້ນ ແລະໃຫ້ມີລັດຖະທໍາມະນູນໃໝ່ ແຕ່ກໍເວົ້າວ່າ ລັດຖະບານຂອງທ່ານ ຍັງບໍ່ພົບຄູ່ພາຄີໃດໆ ທີ່ຈະທໍາການເຈລະຈາກັນນັ້ນເທື່ອ.

ທ່ານໄດ້ປະຕິເສດວ່າ ບໍ່ໄດ້ມີການລຸກຮື້ຂຶ້ນຕໍ່ຕ້ານການຄອງອໍານາດຂອງຄອບຄົວ
ຂອງທ່ານ ທີ່ມີມາໄດ້ຫລາຍທົດສະວັດນັ້ນ.

ຄໍາປາໄສຂອງປະທານາທິບໍດີ ແມ່ນຖືກຕັດບົດຢູ່ເລື້ອຍໆ ດ້ວຍສຽງໂຫ່ຮ້ອງ ຄໍາຂວັນສະໜັບສະໜຸນທ່ານວ່າ “ພວກເຮົາຍອມເສຍສະຫລະຕົນເອງເພື່ອ
ທ່ານ ດ້ວຍຈິດແລະວິນຍານຂອງພວກເຮົາ ດ້ວຍເລືອດຂອງພວກເຮົາ.”

ກຸ່ມສິ້ງຊອມສິດທິມະນຸດຄາດຄະເນວ່າ ມີປະມານ 60 ພັນຄົນໄດ້ຖືກສັງຫານ
ຢູ່ໃນຊີເຣຍ ນັບຕັ້ງແຕ່ປະທານາທິບໍດີ Assad ໄດ້ເລີ້ມທັບມ້າງຢ່າງຮຸນແຮງ ຕໍ່ສິ່ງທີ່ເລີ້ມຕົ້ນຂຶ້ນໂດຍການປະທ້ວງຢ່າງສັນຕິເພື່ອສະໜັບສະໜຸນປະຊາທິ
ປະໄຕ ເມື່ອເດືອນມີນາ 2011 ນັ້ນ. ການປະທ້ວງໄດ້ວິວັດທະນາການ ກາຍ
ມາເປັນການກະບົດທີ່ປະກອບອາວຸດ ທີ່ແນໃສ່ເພື່ອເຮັດໃຫ້ການປົກຄອງ
ແບບຜະເດັດການ ມາເປັນເວລາ 40 ປີຂອງຄອບຄົວທ່ານ Assad ສິ້ນສຸດລົງ.
XS
SM
MD
LG