ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດ ຊີເຣຍ ທໍາການ ໂຈມຕີຮອບໃໝ່ (ສະໄລດ໌ກັບວີດິໂອ)


ການໃຊ້ເຮືອບິນລົບໂຈມຕີຢູ່ຄຸ້ມ Mleiha ເຂດຊານນະຄອນຫລວງ Damascus ຂອງຊີເຣຍ ໃນວັນພຸດ ທີ 2 ມັງກອນ 2013.
ການໃຊ້ເຮືອບິນລົບໂຈມຕີຢູ່ຄຸ້ມ Mleiha ເຂດຊານນະຄອນຫລວງ Damascus ຂອງຊີເຣຍ ໃນວັນພຸດ ທີ 2 ມັງກອນ 2013.
ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານຊີເຣຍເວົ້າວ່າ ພວກ
ກະບົດໄດ້ທໍາການໂຈມຕີຮອບໃໝ່ ຢູ່ໃກ້ສະໜາມບິນທະຫານ
ທີ່ເມືອງ Taftanaz ຊຶ່ງເປັນການກະທໍາທີ່ປະກົດວ່າ ຢາກ
ເຮັດໃຫ້ກໍາລັງທາງອາກາດຂອງລັດຖະບານຊີເຣຍ ອ່ອນລົງ.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍທີ່ຕັ້ງຢູ່ໃນອັງກິດເວົ້າວ່າ
ພວກກະບົດໄດ້ທໍາການຕໍ່ສູ້ກັນກັບທະຫານລັດຖະບານ ຢູ່ໃກ້
ຄ້າຍທະຫານດັ່ງກ່າວ ໃນແຂວງ Idlib ທາງພາກເໜືອຂອງ
ປະເທດ ໃນວັນພະຫັດມື້ນີ້.

ອົງການຂ່າວ SANA ຂອງທາງການຊີເຣຍ ເວົ້າວ່າ ກໍາລັງ
ຮັກສາຄວາມສະຫງົບ “ໄດ້ຕ້ານຢັນຢ່າງແຂງແຮງ” ຕໍ່ການ
ພະຍາຍາມໂຈມຕີຂອງ “ພວກກໍ່ການຮ້າຍ” ຢູ່ໃກ້ຄ້າຍທະ
ຫານດັ່ງກ່າວໃນວັນພຸດວານນີ້.

Related video of Syria air strike
please wait

No media source currently available

0:00 9:58:42 0:00
ລິງໂດຍກົງ


ໃນຂະນະດຽວກັນ ອົງການສະຫະປະຊາຊາດຄາດຄະເນວ່າມີປະມານ 60 ພັນ ຄົນໄດ້ ເສຍຊີວິດໄປ ຢູ່ໃນສົງຄາມກາງເມືອງຂອງຊີເຣຍ ຊຶ່ງເປັນຕົວເລກທີ່ເກີນຈໍານວນຄາດ ຄະເນໂດຍຝ່າຍຕໍ່ຕ້ານລັດຖະບານຊີເຣຍ ປະມານ 1 ສ່ວນ 3.

ທ່ານນາງ Navi Pillay ຄະນະກໍາມະການວ່າດ້ວຍສິດທິມະນຸດຂອງອົງການ ສະຫະປະ ຊາຊາດເວົ້າວ່າ ລາຍງານກ່ຽວກັບໂຕເລກບາດເຈັບລົ້ມຕາຍດັ່ງກ່າວ ແມ່ນເອົາມາຈາກ 7 ແຫລ່ງ ທີ່ໃຊ້ເປັນການອ້າງອີງທີ່ທຽບໃສ່ກັນໂດຍພວກນັກຊ່ຽວຊານ ເພື່ອຈະໄດ້ຕົວເລກ ໃໝ່ອອກມານີ້.

ທ່ານນາງຍັງກ່າວອີກວ່າ ຕົວເລກຂອງຄົນບາດເຈັບລົ້ມຕາຍໄດ້ສູງກວ່າການຄາດຄະເນ ໄວ້ຢ່າງຫລວງຫລາຍ ແລະ ເປັນໜ້າວິຕົກແທ້ໆ.

ຕົວເລກຄາດຄະເນຈາກກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍໄດ້ລະບຸວ່າ ມີປະ ມານ 45 ພັນ
ຄົນເສຍຊີວິດໄປ ຢູ່ໃນການຂັດແຍ້ງ ທີ່ຍັງສືບຕໍ່ດໍາເນີນມາເປັນເວລາເກືອບຮອດສອງປີ ດັ່ງກ່າວ.

ອີກດ້ານນຶ່ງ ໃນວັນພຸດວານນີ້ ພວກນັກເຄື່ອນໄຫວຕໍ່ຕ້ານລັດຖະບານເວົ້າວ່າ ມີຫລາຍ ສິບຄົນຖືກສັງຫານຊີວິດ ໃນຂະນະທີ່ລໍຖ້າຊື້ນໍ້າມັນ ຢູ່ໃກ້ນະຄອນຫຼວງ Damascus ລຸນຫລັງທີ່ເຮືອບິນລົບຂອງລັດຖະບານ ຖິ້ມລະເບີດໃສ່ ປໍ້ານໍ້າມັນແຫ່ງນຶ່ງ.

ປະມວນພາບຫລ້າສຸດກ່ຽວກັບການສູ້ລົບກັນໃນຊີເຣຍ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG