ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຍິນດີຮັບເອົາ ທຸກແຜນການ ເຈລະຈາ ສັນຕິພາບ (ສະໄລດ໌)


ທ່ານ Lakhdar Brahimi ທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດ ອາຣັບ ທີ່ສະເໜີແຜນການອັນນຶ່ງ ແກ່ຊີເຣຍ ຊຶ່ງເປັນທີ່ຍອມຮັບຂອງບັນດາປະເທດມະຫາອໍານາດຕ່າງໆຂອງໂລກ.(AP Photo/Richard Drew)
ທ່ານ Lakhdar Brahimi ທູດພິເສດຂອງສະຫະປະຊາຊາດ ແລະສັນນິບາດ ອາຣັບ ທີ່ສະເໜີແຜນການອັນນຶ່ງ ແກ່ຊີເຣຍ ຊຶ່ງເປັນທີ່ຍອມຮັບຂອງບັນດາປະເທດມະຫາອໍານາດຕ່າງໆຂອງໂລກ.(AP Photo/Richard Drew)
ລັດຖະບານຊີເຣຍທີ່ພວມດີ້ນຮົນຕໍ່ສູ້ເພື່ອຄວາມຢູ່ລອດ ມີຄວາມ
ຍິນດີທີ່ຈະ ຮັບເອົາແຜນການໃດໆກໍຕາມ ທີ່ຈະນໍາໄປສູ່ການ
ເຈລະຈາສັນຕິພາບ ເພື່ອ ເຮັດໃຫ້ການນອງເລືອດໃນປະເທດ
ດັ່ງກ່າວ ສິ້ນສຸດລົງ.

ນາຍົກລັດຖະມົນຕີ Wael al-Halaqi ໃຫ້ຄໍາຕອບດັ່ງກ່າວ ໃນ
ວັນຈັນວານນີ້ ຕໍ່ທ່ານ Lakhdar Brahimi ທູດພິເສດຂອງ ສະຫະປະຊາຊາດແລະສັນນິບາດອາຣັບ ທີ່ເວົ້າໃນວັນອາທິດ
ຜ່ານມາວ່າ ທ່ານມີແຜນການອັນນຶ່ງ ຊຶ່ງເປັນທີ່ຍອມ ຮັບຂອງ ບັນດາປະເທດມະຫາອໍານາດຕ່າງໆຂອງໂລກ.

ທ່ານ Brahimi ເວົ້າວ່າ ແຜນການດັ່ງກ່າວ ຮຽກຮ້ອງໃຫ້ທຸກ
ຝ່າຍໃນຊີເຣຍ ຢຸດຕິຄວາມເປັນປໍລະປັກ, ເຂົ້າຮ່ວມການເຈ
ລະຈາແຫ່ງຊາດ ແລະຈັດຕັ້ງລັດຖະບານໃນໄລຍະຂ້າມຜ່ານ ທີ່ຈະນໍາໄປສູ່ການເລືອກຕັ້ງ ໃໝ່. ແຕ່ວ່າແຜນການ ນີ້ ບໍ່ໄດ້ກ່າວເຖິງຊະຕາກໍາຂອງປະທານາທິບໍດີ Bashar al-Assad
ແຕ່ຢ່າງໃດ ຊຶ່ງການບໍ່ກ່າວເຖິງທີ່ວ່ານີ້ ປະກົດວ່າໄດ້ເຮັດໃຫ້ຄວາມກ້າວໜ້າຂອງແຜນ ການດັ່ງກ່າວຢຸດສະງັກລົງ.

ພວກກະບົດປະຕິເສດທີ່ຈະເຂົ້າຮ່ວມການເຈລະຈາ ເວັ້ນເສຍແຕ່ວ່າ ທ່ານ Assad ຈະລົງ
ຈາກຕໍາແໜ່ງ ແລະໜີອອກຈາກປະເທດໄປ. ປະທານາທິບໍດີ ຊີເຣຍຢືນຢັດໃນການຕໍ່ສູ້ ກັບອັນທີ່ທ່ານເອີ້ນວ່າ “ພວກກໍ່ການຮ້າຍທີ່ໄດ້ຮັບ ການໜຸນຫລັງຈາກຕ່າງປະເທດ.”

ພາບຫລ້າສຸດກ່ຽວກັບສົງຄາມກາງເມືອງໃນຊີເຣຍ:

XS
SM
MD
LG