ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະ​ລັດ ປະສົບ​ຜົນສຳ​ເລັດ ​ໃນ​ການ​ໂຈມ​ຕີ ​ໂດຍເພັ່ງ​ເລັງ​ໃສ່ ຜູ້ນຳ​ກຸ່ມລັດອິສລາມ​


ສະມາຊິກຂອງກອງກຳລັງພິເສດສະຫະລັດ ຊ່ອຍຝຶກ ພວກນັກລົບອີຣັກ ຈາກ Hashid Shaabi ທີ່ສູນ Makhmur ໃນອີຣັກ, 11 ທັນວາ, 2016.
ສະມາຊິກຂອງກອງກຳລັງພິເສດສະຫະລັດ ຊ່ອຍຝຶກ ພວກນັກລົບອີຣັກ ຈາກ Hashid Shaabi ທີ່ສູນ Makhmur ໃນອີຣັກ, 11 ທັນວາ, 2016.

ສະຫະ​ລັດ ກ່າວ​ວ່າ ຕົນ​ໄດ້​ປະສົບ​ຜົນສຳ​ເລັດ ​ໃນ​ການ​ໂຈມ​ຕີພວກ​ນັກ​ລົບກຸ່ມ​ລັດອິສລາມ ​ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ​ໂດຍເພັ່ງ​ເລັງ​ໃສ່​ຜູ້ນຳ​ຂອງ​ກຸ່ມ​ດັ່ງກ່າວ.

​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ຮ້ອຍເອກ​ທະຫານ​ເຮືອ ທ່ານ Jeff Davis ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ນີ້ ແມ່ນ​ໄດ້​ມີ​ຂຶ້ນທີ່ແຂວງ Deir Ezzor ໂດຍໜ່່ວຍ​
ກອງ​ກຳລັງ​ພິ​ເສດ​ສະຫະລັດ ທີ່​ຮັບຜິດຊອບ​ໃນ​ການ​ຕາມ​ລ່າ​ ຜູ້ນຳ​ຂອງ​ກຸ່ມລັດອິສລາມ
​ໃນ​ຊີ​ເຣຍ ​ແລະອີຣັກ.

ທ່ານ​ບໍ່​ໄດ້ແຈ້ງ​ໃຫ້​ຊາບວ່າ ​ແມ່ນ​ຜູ້​ໃດ​ຄື​ເປົ້າ​ໝາຍໃນ​ການ​ໂຈມ​ຕີ ​ແຕ່​ກໍ​ກ່າວ​ວ່າ ​ໄດ້​ມີ​ການ​ເກັບ​ກຳຂໍ້ມູນລັບຈຳນວນ​ນຶ່ງ​ໃນ​ການ​ປະ​ຕິບັດ​ງານ​ຄັ້ງນີ້.

ໂຄສົກກ່າວ​ຕື່ມ​ວ່າ ລາຍ​ງານ​ຂອງ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ​ ​ທີ່ແຈ້ງ​ວ່າ​ມີພວກ​ນັກ​ລົບກຸ່ມ​ລັດອິສລາມ 25 ຄົນ ​ໄດ້​ຖືກ​ສັງຫານ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແມ່ນເປັນ​ການ​ເວົ້າ​ໂຍກ ເກີນຄວາມ​ເປັນ​ຈິງ. ທ່ານ​ບໍ່​ໄດ້ເວົ້າ​ວ່າ ມີ​ຈັກ​ຄົນ​ແທ້​ທີ່​ຖືກ​ຂ້າ​ຕາຍ.

ແຂວງ Deir Ezzor ອັນ​ເປັນ​ຂົງ​ເຂດ​ ທີ່​ອຸດົມສົມບູນ​ໄປ​ດ້ວຍນ້ຳມັນນັ້ນ ສ່ວນ​ໃຫຍ່​ແມ່ນ​ໄດ້​ຖືກ​ຄວບ​ຄຸມ​ໂດຍພວກ​ຫົວ​ຮຸນ​ແຮງກຸ່ມລັດອິສລາມ​ ແລະ​ສະຫະລັດກໍ​ໄດ້​ປະຕິ ບັດ​ງານ​ໂຈມ​ຕີທາງ​ອາກາດ​ມາ​ກ່ອນ​ໜ້າ​ນີ້​ແລ້ວ ພ້ອມ​ທັງ​ການ​ໂຈມ​ຕີ​ແບບ​ອື່ນ​ໃນ​ຂົງ​ເຂດ​.

ກອງ​ກຳລັງ​ພິ​ເສດ​ສະຫະລັດ ທີ່​ເອີ້ນວ່າ​ໜ່ວຍ​ປະຕິບັດ​ງານ​ຢ່າງ​ວ່ອງ​ໄວ​ນັ້ນ ໄດ້ເພີ່ມ​ທະວີ
ການ​ໂຈມ​ຕີ​ທາງ​ອາກາດ ໂດຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ ​ແລະ​ການ​ບຸກ​ໂຈມ​ຕີ​ຢູ່​ໃນ​ຊີ​ເຣຍ ​
ໃນ​ຮອບ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ​ນີ້ ຕໍ່ກຸ່ມ​ລັດອິສລາມ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG