ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກວດກາ ສປຊ ໄປສືບສວນ ເລື້ອງການໃຊ້ ອາວຸດເຄມີ ໃນຊີເຣຍ (ວີດິໂອ)


ທ່ານ Ake Sellstrom (ຂວາ) ຫົວໜ້າທີມງານນັກກວດກາ ການໃຊ້ອາວຸດເຄມີ ອົງການສະຫະປະຊາຊາດ ໄປເຖິງນະຄອນ Damascus ໃນວັນອາທິດ ທີ 18 ສິງຫາ 2013.
ທ່ານ Ake Sellstrom (ຂວາ) ຫົວໜ້າທີມງານນັກກວດກາ ການໃຊ້ອາວຸດເຄມີ ອົງການສະຫະປະຊາຊາດ ໄປເຖິງນະຄອນ Damascus ໃນວັນອາທິດ ທີ 18 ສິງຫາ 2013.
ທີມງານນັກກວດກາອົງການສະຫະປະຊາຊາດທີມນຶ່ງ ໄດ້
ໄປເຖິງນະຄອນຫລວງ Damascus ໃນວັນອາທິດວານນີ້
ເພື່ອສືບສວນເບິ່ງວ່າອາດໄດ້ມີການໃຊ້ອາວຸດເຄມີໃນສົງ
ຄາມກາງເມືອງຂອງຊີເຣຍ ຫລືບໍ່.

ທີມງານທີ່ມີ 20 ຄົນ ບໍ່ໄດ້ໃຫ້ສໍາພາດຕໍ່ພວກນັກຂ່າວ ໃນ
ຂະນະທີ່ພວກເຂົາເຈົ້າໄປເຖິງໂຮງແຮມແຫ່ງນຶ່ງໃນນະຄອນ
ຫລວງຂອງຊີເຣຍ ເພື່ອເລີ້ມຕົ້ນພາລະກິດເປັນເວລາ 2
ອາທິດຂອງພວກທ່ານ.

ກຸ່ມດັ່ງກ່າວຈະພະຍາຍາມກວດເບິ່ງ ເພື່ອກໍາໜົດໃຫ້ໄດ້
ແຕ່ພຽງວ່າ ມີການໃຊ້ອາວຸດເຄມີ ຊຶ່ງລວມທັງທາດ sarin ແລະສານທີ່ເປັນພິດຕໍ່ປະສາດ
ປະເພດອື່ນ ຫລືບໍ່ ແຕ່ຈະບໍ່ຊອກຮູ້ວ່າ ໃຜເປັນຄົນໃຊ້ອາວຸດດັ່ງກ່າວ.

ຄວາມພະຍາຍາມຂອງທີມງານດັ່ງກ່າວ ທີ່ນໍາພາໂດຍທ່ານ Ake Sellstrom ຊ່ຽວຊານ
ດ້ານອາວຸດຊາວສະວີເດັນ ທີ່ຈະຢ້ຽມຢາມຊີເຣຍນັ້ນ ໄດ້ຖືກຊັກຊ້າແລ້ວຊັກຊ້າອີກ ນັບ
ແຕ່ເດືອນເມສາເປັນຕົ້ນມາ ໃນຂະນະທີ່ການເຈລະຈາກັນສືບຕໍ່ດໍາເນີນໄປ ກ່ຽວກັບວ່າ ລັດ
ຖະບານກຸງ Damascus ຈະອະນຸຍາດໃຫ້ເຂົາເຈົ້າເຂົ້າໄປຫລືບໍ່.

ການປະຕິບັດງານຂອງພວກເຂົາເຈົ້າ ຈະຖືກຈໍາກັດໃຫ້ສືບສວນການໃຊ້ອາວຸດເຄມີ
ທີ່ມີການກ່າວຫານັ້ນຢູ່ແຕ່ໃນສາມເຂດ ລວມທັງການໂຈມຕີໃນເດືອນມີນາ ໃນເຂດ Khan al-Assal ຊານເມືອງ Aleppo ທີ່ກໍາລັງທະຫານຂອງປະທານາທິບໍດີ Bashar
al-Assad ແລະພວກຕໍ່ຕ້ານລັດຖະບານຖິ້ມໂທດໃສ່ກັນ ແລະກັນ.

ເຂດ Khan al-Assal ແມ່ນຢູ່ໃນການຄວບຄຸມຂອງພວກຕໍ່ຕ້ານລັດຖະບານ ແລະ ກຸ່ມດັ່ງກ່າວເວົ້າວ່າ ພວກກວດກາສາມາດເຂົ້າໄປກວດເບິ່ງໄດ້ຢ່າງເຕັມສ່ວນ. ສ່ວນ
ອີກສອງເຂດນັ້ນ ຍັງບໍ່ທັນໄດ້ກໍານົດຢ່າງແນ່ນອນເທື່ອ.

ລັດຖະບານຂອງທ່ານ Assad ແລະຝ່າຍຕໍ່ຕ້ານລັດຖະບານທີ່ຕໍ່ສູ້ກັບທ່ານນັ້ນ ໄດ້
ກ່າວຫາເຊິ່ງກັນແລະກັນ ວ່າໃຊ້ອາວຸດເຄມີ ຊຶ່ງເປັນບາດກ້າວອັນນຶ່ງ ທີ່ສະຫະລັດໄດ້
ເວົ້າວ່າ ຈະຂ້າມ “ເສັ້ນແດງ” ໃນການຂັດແຍ້ງກັນ ທີ່ໄດ້ສັງຫານ 1 ແສນຄົນນັ້ນ.

ເບິ່ງວີດິໂອ: ຊາວຊີເຣຍພາກັນຫລົບໜີ ຄວາມຮຸນແຮງໄປສູ່ອິຣັກ:

Syria
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG