ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ຍຸຕິ ການສູ້ລົບກັນ ຢູ່ໃນເມືອງ Homs ຂອງຊີເຣຍ (ສະໄລດ໌)


ນັກລົບກອງທັບປົດປ່ອຍຊີເຣຍຄວບຄຸມຢູ່ທາງໃນຂອງເຮືອນຫລັງນຶ່ງ ຢູ່ໃກ້ສໍານັກງານສືບລັບຂອງກອງທັບອາກາດໃນເມືອງ Aleppo ຂອງຊີເຣຍ ໃນວັນທີ 1 ສິງຫາ 2013.
ນັກລົບກອງທັບປົດປ່ອຍຊີເຣຍຄວບຄຸມຢູ່ທາງໃນຂອງເຮືອນຫລັງນຶ່ງ ຢູ່ໃກ້ສໍານັກງານສືບລັບຂອງກອງທັບອາກາດໃນເມືອງ Aleppo ຂອງຊີເຣຍ ໃນວັນທີ 1 ສິງຫາ 2013.
ຫົວໜ້າອົງການມະນຸດສະທໍາ ແລະອົງການເດັກ ຂອງສະຫະ
ປະຊາຊາດຮຽກຮ້ອງໃຫ້ຍຸຕິການສູ້ລົບກັນ ຢູ່ໃນເມືອງ Homs
ຂອງຊີເຣຍ ພ້ອມທັງອະນຸຍາດໃຫ້ພະນັກງານສົງເຄາະ ມີທາງ
ເຂົ້າໄປຫາບັນດາຄອບຄົວ ທີ່ຕົກຄ້າງຢູ່ໃນວິກິດການດັ່ງກ່າວ.

ຜູ້ປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດທ່ານ
ນາງ Valerie Amos ແລະຫົວໜ້າອົງການ UNICEF ທ່ານ
Anthony Lake ໄດ້ອອກຖະແຫຼງການໃນວັນເສົາມື້ນີ້ ທີ່ເວົ້າວ່າ
ມີປະມານ 4 ແສນຄົນທີ່ເຊື່ອກັນວ່າ ພາກັນຫລົບລີ້ອາໄສ ຢູ່ ໃນໂຮງຮຽນທີ່ສ້າງຍັງບໍ່ແລ້ວແລະຕຶກອາຄານອື່ນໆຂອງລັດ
ຖະບານ.

ທ່ານນາງ Amos ເວົ້າອີກວ່າ ໃນພຽງແຕ່ສອງມື້ຜ່ານມາເທົ່ານັ້ນ ມີລາຍງານວ່າ ຫລາຍ
ຮ້ອຍຄົນຖືກສັງຫານ, ໄດ້ຮັບບາດເຈັບ ຫລືຖືກຈັບໄປເປັນຕົວປະກັນ” ໃນການໂຈມຕີຢູ່
ເມືອງ Homs, ພ້ອມທັງເມືອງ Aleppo ແລະໃນເຂດອື່ນຂອງຊີເຣຍອີກດ້ວຍ. ທ່ານ Lake ເວົ້າວ່າ ສະພາບຄວາມເປັນຢູ່ຂອງຜູ້ຍິງແລະເດັກນ້ອຍແມ່ນ “ຊຸດໂຊມລົງຢ່າງ
ວ່ອງໄວ.”

ທ່ານກ່າວອີກວ່າ ນໍ້າແລະໄຟຟ້າຍັງມີໃຊ້ຢູ່ແຕ່ວ່າສະບຽງອາຫານ ເຊັ່ນ ຜັກ, ນົມ ແລະສິ່ງ
ຈໍາເປັນອັນອື່ນໆຈະໝົດໄປໃນເວລາບໍ່ພໍເທົ່າໃດມື້ຂ້າງໜ້ານີ້. ທ່ານຮຽກຮ້ອງໃຫ້ເປີດ “ຊ່ອງທາງທີ່ປອດໄພໃນທັນທີ” ເພື່ອອໍານວຍໃຫ້ພະນັກງານ ສົງເຄາະເຂົ້າໄປເຖິງຄອບ
ຄົວທີ່ຕ້ອງການຄວາມຊ່ວຍເຫລືອໄດ້.

ໃນວັນສຸກຜ່ານມາ ທ່ານນາງ Navi Pillay ຫົວໜ້າດ້ານສິດທິມະນຸດຂອງອົງການ ສະ
ຫະປະຊາຊາດ ກໍຮຽກຮ້ອງໃຫ້ມີການສືບສວນຢ່າງເປັນອິດສະລະໃນອາດຊະຍາກໍາສົງ
ຄາມທີ່ຖືກກ່າວຫາວ່າ ກໍ່ຂຶ້ນໂດຍພວກນັກລົບຂອງຝ່າຍຕໍ່ຕ້ານລັດຖະບານນັ້ນ. ທ່ານ
ນາງຍັງເວົ້າອີກວ່າ ທີມງານຂອງອົງການສະຫະປະຊາຊາດ ໄດ້ພົບຫລັກຖານວ່າ ພວກ
ຕໍ່ຕ້ານລັດຖະບານ ໄດ້ປະຫານຊີວິດຢ່າງໜ້ອຍ 30 ຄົນໃນເດືອນແລ້ວນີ້ ຢູ່ເມືອງ Aleppo. ຜູ້ໄດ້ຮັບເຄາະຮ້າຍສ່ວນໃຫຍ່ແມ່ນທະຫານ ຂອງລັດຖະບານຊີ ເຣຍ.

ປະມວນພາບຫລ້າສຸດຈາກຊີເຣຍ:

XS
SM
MD
LG