ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທູດນາໆຊາດຄົນໃໝ່ ຮັບຜິດຊອບເລື່ອງຊີເຣຍ ໄປເຖິງ Damascus ແລ້ວ


ທ່ານ Lakhdar Brahimi ທູດພິເສດ ສປຊ ແລະສັນນິບາດອາຣັບ ຮັບຜິດຊອບເລື່ອງຊີເຣຍ ເຂົ້າພົບກັບ ທ່ານ Nabil Elaraby ຫົວໜ້າສັນນິບາດອາຣັບ ທີ່ກຸງໄຄໂຣ ປະເທດອີຈິບ ໃນວັນທີ 12 ກັນຍາ, 2012.
ທ່ານ Lakhdar Brahimi ທູດພິເສດ ສປຊ ແລະສັນນິບາດອາຣັບ ຮັບຜິດຊອບເລື່ອງຊີເຣຍ ເຂົ້າພົບກັບ ທ່ານ Nabil Elaraby ຫົວໜ້າສັນນິບາດອາຣັບ ທີ່ກຸງໄຄໂຣ ປະເທດອີຈິບ ໃນວັນທີ 12 ກັນຍາ, 2012.
ທູດພິເສດຂອງອົງການສະຫະປະຊາຊາດ ແລະສັນນິບາດຊາດ
ອາຣັບ ສໍາລັບ ຊີເຣຍເດີນທາງໄປນະຄອນ Damascus ໃນການຢ້ຽມຢາມຢ່າງເປັນທາງການ ຄັ້ງທໍາອິດຂອງທ່ານ ເພື່ອຮື້ຟື້ນຄືນຄວາມພະຍາຍາມຫາທາງຍຸດຕິຄວາມຮຸນແຮງ
ທີ່ຍັງດຳເນີນຢູ່ຕໍ່ມາ ໃນປະເທດດັ່ງກ່າວ.

ໂຄສົກຂອງທ່ານ Lakhdar Brahimi ເວົ້າວ່າ ທ່ານທູດຜູ້ນີ້
ໄດ້ໄປເຖິງຊີເຣຍ ໃນວັນພະຫັດມື້ນີ້ ເພື່ອພົບກັບເຈົ້າໜ້າທີ່ລັດ
ຖະບານສະມາຊິກຂອງຝ່າຍຕໍ່ຕ້ານ ລັດຖະບານ ແລະສັງຄົມ ພົນລະເຮືອນ.

ຖະແຫລງການດັ່ງກ່າວບໍ່ໄດ້ກ່າວເຖິງປະທານາທິບໍດີຊີເຣຍ ທ່ານ
Basha al-Assad ເປັນການສະເພາະ. ເລຂາທິການໃຫຍ່ສະຫະ
ປະຊາຊາດ ທ່ານ Ban Ki-moon ເວົ້າໃນຕົ້ນອາທິດນີ້ວ່າ ທ່ານ Brahi ຈະພົບກັບທ່ານ Assad “ໃນໄວໆນີ້.”

ໃນວັນພຸດວານນີ້ ທ່ານ Brahimi ເດີນທາງໄປກຸງໄຄໂຣ ເພື່ອໂອລົມກັບເຈົ້າໜ້າທີ່ຂອງ ສັນນິບາດຊາດອາຣັບ ກ່ຽວກັບສະຖານະການຢູ່ໃນຊີເຣຍ ບ່ອນທີ່ ການຕໍ່ສູ້ກັນທີ່ແກ່ຍາວ ມາເປັນເວລາ 18 ເດືອນ ລະຫວ່າງກໍາລັງທະຫານ ຝ່າຍລັດຖະບານ ແລະພວກກະບົດ ທີ່ ຕໍ່ຕ້ານທ່ານ Assad ໄດ້ເຮັດໃຫ້ປະຊາ ຊົນປະມານ 20 ພັນ ຄົນເສຍຊີວິດໄປແລ້ວນັ້ນ.

ພວກນັກເຄື່ອນໄຫວຊີເຣຍເວົ້າວ່າ ການສັງຫານຊີວິດຍັງສືບຕໍ່ດໍາເນີນມາ ໃນວັນພະຫັດມື້ນີ້ ໂດຍທະຫານລັດຖະບານຊີເຣຍ ໄດ້ລະດົມຍິງຢ່າງໜັກ ທີ່ເມືອງ Aleppo ຢູ່ທາງ ພາກເໜືອ
ຂອງປະເທດ.

ທ່ານ Brahimi ເຂົ້າຮັບໜ້າທີ່ແທນທ່ານໂກຟີ ອານັນ ອະດີດທູດພິເສດຂອງສະຫະປະ ຊາຊາດ ທີ່ບໍ່ສາມາດບັນລຸການຕົກລົງຢຸດຍິງໃນຊີເຣຍແລະເປີດການເຈລະຈາກ່ຽວກັບ ການ ສ້າງຕັ້ງລັດຖະບານ ໃນໄລຍະຂ້າມຜ່ານໄດ້.
XS
SM
MD
LG