ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ແຕ່ງຕັ້ງທູດພິ​ເສດນາໆ​ຊາດ ປະຈໍາຊີ​ເຣຍຜູ້ໃໝ່ (ວີດີໂອ)


ທ່ານ Lakhdar Brahimi ຈະເຂົ້າກຳຕຳແໜ່ງ ເປັນທູດພິເສດຂອງ ນາໆຊາດປະຈໍາຊີເຣຍ ແທນອະດີດເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ໂກຟີ ອານັນ ທີ່ຈະລົງຈາກຕໍາແໜ່ງ ໃນທ້າຍເດືອນນີ້.
ທ່ານ Lakhdar Brahimi ຈະເຂົ້າກຳຕຳແໜ່ງ ເປັນທູດພິເສດຂອງ ນາໆຊາດປະຈໍາຊີເຣຍ ແທນອະດີດເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ໂກຟີ ອານັນ ທີ່ຈະລົງຈາກຕໍາແໜ່ງ ໃນທ້າຍເດືອນນີ້.
ໃນວັນສຸກວານນີ້ ອົງການສະຫະປະຊາຊາດໄດ້ຢືນຢັນວ່າ
ອະດີດນັກການທູດອະ​ວຸ​ໂສ ຂອງອານຈີເຣຍ ທ່ານ Lakhdar
Brahimi ຈະ​ເຂົ້າກຳ​ຕຳ​ແໜ່​ງ ​ເປັນທູດພິ​ເສດ​ຂອງ ນາໆ​ຊາດ
ປະຈໍາຊີ​ເຣຍ ແທນອະດີດເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານ ໂກຟີ ອານັນ ທີ່ຈະລົງຈາກຕໍາແໜ່ງ ໃນທ້າຍເດືອນນີ້.

ທ່ານ Brahimi ເຄີຍເປັນລັດຖະມົນຕີກະຊວງການຕ່າງປະເທດຂອງອາລຈີເຣຍ ໃນລະ ຫວ່າງປີ 1991 ຫາ 1993 ແລະຕໍ່ມາກໍເປັນທູດພິ​ເສດສະຫະປະຊາຊາດປະຈໍາອັຟກາ ນິສຖານ ແລະອີຣັກ.

ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ ໄດ້ອອກ​ຖະ​ແຫຼງ ການສະບັບນຶ່ງໃນວັນສຸກວານນີ້ໂດຍໄດ້ສະໜັບສະໜູນທ່ານ Brahimi ​ເພື່ອໃຫ້ນໍາເອົາ ສັນຕິພາບທີ່ໝັ້ນຄົງແລະຍືນນານມາສູ່ຊີເຣຍ.

ໃນວັນເສົາມື້ນີ້ ຈີນກໍໄດ້ສະແດງຄວາມຍິນດີຕໍ່ການມອບໝາຍດັ່ງກ່າວ ແລະໄດ້ໃຫ້ຄໍາ ໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜູນໃນທາງບວກ ແລະການຮ່ວມມື ໃນການເຈ ລະຈາກັບຊີເຣຍ.

ໃນວັນພະຫັດຜ່ານມານີ້ ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດເວົ້າວ່າ ຕົນຈະ​ປ່ອຍ ພາລະກິດ​ໃນ​ການ​ປະຕິບັດ​ງານຂອງ​ຄະນະສັງເກດການສະຫະປະຊາຊາດຢູ່ໃນຊີເຣຍໝົດ ອາຍຸລົງ. ພາລະກິດດັ່ງກ່າວຈະສິ້ນສຸດລົງໃນວັນອາທິດມື້ອື່ນນີ້, ແຕ່ວ່າສະພາຄວາມໝັ້ນ ຄົງເວົ້າວ່າ ຕົນມີຄວາມຫວັງທີ່ຈະສ້າງຕັ້ງຫ້ອງການ ການເມືອງຂຶ້ນ ຢູ່ໃນປະເທດຊີເຣຍ
ທີ່ພວມ​ປະສົບ​ກັບ​ໄພສົງຄາມນັ້ນ.

ຊາວຊີເຣຍເດີນຂະບວນປະທ້ວງການຖິ້ມລະເບີດໃສ່ເມືອງ Azaz:
XS
SM
MD
LG