ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ຫົວໜ້າສະຫະປະຊາຊາດ ປະນາມຄວາມຮຸນແຮງ ທີ່ຊີເຣຍ


ພວກປະທ້ວງໃນເມືອງ Banias ຂອງຊີເຣຍ ຖືປ້າຍເປັນພາສາອາຣັບ ທີ່ອ່ານວ່າ "ຢຸດການເຂັ່ນຂ້າປະຊາຊົນທີ່ບໍ່ມີຜິດຫຍັງ ຢ່າງນອງເລືອດ," ວັນທີ 26 ເມສາ 2011

ພວກ​ສະມາຊິກ​ສະພາ​ຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ກໍາ
ນົດ​ຈະ​ພົບປະກັນ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ຈະ​ທໍາ​ການ​ໂອ້​ລົມ
ສົນທະນາ​ກັນ​ເລື້ອງການ​ອອກ​ຖະ​ແຫລ​ງການ​ຮ່ວມ​ສະບັບ
ນຶ່ງ ​ປະນາມ​ການ​ສືບຕໍ່ໃຊ້​ຄວາມຮຸນ​ແຮງ​ຕໍ່​ພວກ​ປະ​ທ້ວງ​
ຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍນັ້ນ.

ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​
ສະຫະ​ປະຊາ​ຊາດຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ
ທີ່​ເປັນ​ອິດ​ສະລະ​ຂຶ້ນ​ກ່ຽວກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ
ລັດຖະບານ​ຊີ​ເຣຍ ຊຶ່ງ​ທ່ານໄດ້​ປະນາມ​ໂດຍ​ສະ​ເພາະ​ການ​
ໃຊ້ລົດ​ຖັງ​ແລະ​ລູກປືນ​ແທ້​ທີ່​ໄດ້​ເຮັດ​ໃຫ້ປະຊາຊົນ​ຕາຍແລະ
ບາດ​ເຈັບ​ຫລາຍ​ຮ້ອຍ​ຄົນນັ້ນ.

ໃນ​ຂະນະ​ດຽວ​ກັນ ສະພາ​ປົກປ້ອງ​ສິດທິ​ມະນຸດ​ສະຫະປະ
ຊາ​ຊາດ​ປະກາດ​ໃຫ້ຮູ້​ວ່າ ຕົນ​ຈະ​ຮຽກ​ກອງ​ປະຊຸມ​ສະ​ໄໝ
ພິ​ເສດ​ຂຶ້ນ​ກ່ຽວ​ກັບ​ຊີ​ເຣຍໃນ​ວັນ​ສຸກ​ສັບປະດາ​ນີ້ ​ໃນ
ຄວາມ​ພະຍາຍາມເພື່ອ​ຊັກ​ຊວນ​ໃຫ້​ປະທານາທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍຢຸດ​
ການໂຈມ​ຕີ​ພວກ​ພົນລະ​ເຮືອນ​ນັ້ນ.

ພວກ​ທະຫານ​ຊີ​ເຣຍ​ເຕັມ​ລົດ​ບັນທຸກ​ຫລາຍ​ຄັນ​ໄດ້​ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ເຂດ​ Douma ຊຶ່ງ​ເປັນ​ເຂດຊານເມືອງ​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັບ​ນະຄອນຫລວງ​ກຸງ Damascus ​ແລະ​ໄປ​ຍັງ​ເມືອງ Banias ​ໃນ​ແຄມ​ທະ​ເລ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ດຽວ​ກັນ​ກໍ​ມີ​ທະຫານ​ປົກ​ປ້ອງ​ທີ່​ໜັ້ນ​ແຫ່ງ​ຕ່າງໆ​ຂອງ​ຕົນ​ໃນ​ເມືອງ Daraa ນັ້ນ.

ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 400 ຄົນ​ແລ້ວ​ໄດ້​ເສຍ​ຊີວິດ​ໄປ​ນັບ​ແຕ່ການ​ປະ​ທ້ວງ​ຂອງ​ພວກ
ນິຍົມ​ປະຊາທິປະ​ໄຕ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ໃນ​ເດືອນ​ແລ້ວ​ນີ້. ອົງການ​ປົກ​ປ້ອງ​ສິດທິ​
ມະນຸດ Sawasiah ຂອງ​ຊີ​ເຣຍກ່າວ​ວ່າ ປະຊາຊົນ​ຢ່າງ​ໜ້ອຍ 500 ຄົນ​ໄດ້​ຖືກ​ຈັບ​ກຸມ.

ພວກ​ບຸກຄົນ​ສໍາຄັນໆ​ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ Assad ຮັບປະກັນ​ການ
ຫັນປ່ຽນ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ​ຕາມ​ຄໍາ​ຮຽກຮ້ອງຂອງ​ພວກ​ປະ​ທ້ວງ​ນັ້ນ. ​ໃນ​ຖະ
ແຫລ​ງການ​ສະບັບ​ນຶ່ງ​ທີ່ເປີດ​ເຜີຍ​ອອກ​ໃນ​ວັນ​ພຸດ​ມື້​ນີ້ ພວກ​ນັກ​ເຄື່ອນໄຫວ​ກ່າວ​ວ່າ ມັນ
ຂຶ້ນ​ຢູ່​ກັບ​ປະທານາທິບໍດີ​ຈະ​ເປັນ​ຜູ້​ນໍາພາ​ໃນ​ໄລຍະ​ການ​ຫັນປ່ຽນຫລື​ບໍ? ຫລື​ວ່າ​ປະ​ເທດ
ຈະ​ຜ່ານຜ່າ​ການ​ປະຕິວັດ​ຂອງ​ພວກ​ປະຊາຊົນ​ຂັ້ນ​ຮາກ​ຫຍ້າ​ຢ່າງ​ຂະໜານໃຫຍ່​ທີ່ຈະ​ເຮັດ​
ໃຫ້​ອໍານາດ​ປົກ​ຄອງພັງ​ທະລາ​ຍລົງ.

XS
SM
MD
LG