ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດ ຈະພິຈາລະນາ ຂໍ້ສະເໜີ ຂອງຣັດເຊຍ ກ່ຽວກັບຊີເຣຍ (ເບິ່ງວີດີໂອ)


ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ.
ວັນທີ 17 ມັງກອນ 2012.
ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ. ວັນທີ 17 ມັງກອນ 2012.

ບັນດາ​ນັກ​ຊ່ຽວຊານ​ຈາກ 15 ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນ ຄົງ​ສະຫະ​ປະຊາ​ຊາດ​ມີ​ໝາຍ​ກໍານົດ​ ທີ່​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາກັນ ​ເລື້ອງ​ຮ່າງ​ຍັດຕິ​ໃໝ່​ສະບັບ​ນຶ່ງ​ ກ່ຽວ​ກັບ​ຄວາມ​ວຸ້ນວາຍ​ໃນ​ຊີ​ເຣຍ.

ການ​ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ນີ້ ຈະ​ກວດ​ສອບ​ເບິ່ງ​ຮ່າງ​ຍັດຕິ​ຂອງ ຣັດ​ເຊຍ​ທີ່​ສົ່ງ​ໄປ​ຍັງ​ສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ຈັນ​ວານ​ນີ້ອັນ​ເປັນຍັດຕິ​ສະບັບ​ທີ​ສາມທີ່ກຸງ​ມອສກູ​ໄດ້​ສະ​ເໜີ​ຕໍ່​ສະພາ​ດັ່ງກ່າວ​ໃນ​ເດືອນ​ຜ່ານ​ມາ​ນີ້.

ບັນດາ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຮ່າງຍັດ ຕິ​ດັ່ງກ່າວ​ສັບສົນ ​ແລະ​ກໍ​ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ຣັດ​ເຊຍ​ຈະ​ຮັບ​ເອົາຂໍ້ຄວາມ​ທີ່​ເຂັ້ມ​ງວດ​ຂຶ້ນ​ທີ່​ທາງ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຮຽກຮ້ອງ​ໄປແລ້ວນັ້ນ​ຫລືບໍ?

ຣັດ​ເຊຍ​ເປັນ​ພັນທະ​ມິດ​ທາງ​ທະຫານ​ຂອງ​ປະທານາທິບໍດີ Bashar al-Assad ​ແລະ​ຢືນ​ຢັດ​ວ່າ ການ​ເຄື່ອນ​ໄຫວ​ໃດໆ​ກໍ​ຕາມຂອງ​ສະພາ​ຄວາມ​ໜັ້ນຄົງ​ຄວນ​ຈະ​ແນ​ເປົ້າ​ໝາຍ​ໃສ່ ບໍ່​ພຽງ​ແຕ່​ລັດຖະບານ​ອັສສັດ​ເທົ່າ​ນັ້ນ ​ແຕ່​ຕ້ອງ​ແນ​ເປົ້າໝາຍ​ໃສ່​ຂະ​ບວນການ​ຝ່າຍ​ຄ້ານ​ເຊ່ນ​ກັນ ທີ່​ທວງ​ໃຫ້​ຍຸຕິ​ການ​ປົກຄອງ​ປະ​ເທດແບບ​ຜະ​ເດັດ​ການ​ມາ​ເປັນ​ເວລາ 11 ປີ ຂອງທ່ານ​ອັສສັດ​ນັ້ນ.

ບັນດາ​ປະ​ເທດ​ມະຫາ​ອໍານາດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ທໍາ​ການ​ຊຸກຍູ້​ສະພາຄວາມ​ໝັ້ນຄົງ​ມາ​ເປັນ​ເວລາ​ຫລາຍ​ເດືອນແລ້ວ ໃຫ້​ປະນາມ​ການ​ປາບ​ປາມ​ຢ່າງຮຸນ​ແຮງ​ຂອງ​ລັດຖະບານ​ຊີ​ເຣຍ ຕໍ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດ ຖະບານ​ມາ​ເປັນ​ເວລາ 10 ​ເດືອນ ​ແຕ່ຣັດ​ເຊຍ​ແລະ​ຈີນ​ໄດ້​ຂັດຂວາງ ​ຕໍ່ການ​ເອົາ​ບາດກ້າວ​ດັ່ງກ່າວ.

ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ໄດ້​ຮຽກຮ້ອງສະພາຄວາມ​ໝັ້ນຄົງ​ໃຫ້​ເອົາ​ບາດ​ທີ່​ເຂັ້ມ​ງວດ​ຂຶ້ນ​ຕໍ່​ຊີ​ເຣຍ ບ່ອນ​ທີ່​ທ່ານພັນ​ກີ​ມູນ ກ່າວ​ວ່າ ການບາດ​ເຈັບ​ລົ້ມ​ຕາຍ​ຈາກຄວາມ​ວຸ້ນວາຍ​ດັ່ງກ່າວ ​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ​ທີ່​ຮັບ​ເອົາ​ບໍ່​ໄດ້​ແລ້ວ.

ໃນ​ການຖະ​ແຫລ​ງ ລະຫວ່າງ​ການ​ໄປ​ຢ້ຽມຢາມ​ນະຄອນ Abu Dhabi ທ່ານພັນ​ກີ​ມູນ ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໜັ້ນຄົງ​ທໍາ​ການ​ເຄື່ອນໄຫວແບບ​ສອດຄ່ອງ​ກັນໃນ​ການ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍນັ້ນ.

XS
SM
MD
LG