ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງ ຊີເຣຍ ໃຫ້ອະນຸຍາດໃຫ້ ນັກສັງເກດການ ເຂົ້າໄປໃນເມືອງ Al-Haffeh (ວີດີໂອ)


ຊາກລົດຖັງໃນກາງຖະໜົນ ຊຶ່ງໃຊ້ເປັນອາວຸດເພື່ອເຂັນຂ້າປະຊາຊົນ ໃນຊິເຣຍ
ຊາກລົດຖັງໃນກາງຖະໜົນ ຊຶ່ງໃຊ້ເປັນອາວຸດເພື່ອເຂັນຂ້າປະຊາຊົນ ໃນຊິເຣຍ

ເລຂາທິການ​ໃຫຍ່​ຂອງ​ອົງກາ​ນສະຫະ​ປະຊາ​ຊາດ ທ່ານ Ban Ki-moon ແລະທູດ​ພິ​ເສດ
ນາໆຊາດ ທ່ານ Kofi Annan ໄດ້ຮຽກຮ້ອງໃຫ້ຊິເຣຍອະນຸຍາດໃຫ້ພວກນັກສັງເກດການ
ຂອງອົງການສະຫະ​ປະຊາ​ຊາດ ເຂົ້າໄປໃນຫົວ​ເມືອງທີ່​ກໍ່​ການ​ກະບົດ​ຂຶ້ນ​ໃນພາກຕາເວັນ
ຕົກສຽງເໜືອຂອງ​ຊິ​ເຣຍບ່ອນທີ່ສະຫະລັດຢ້ານກົວວ່າກຳລັງຮັກສາຄວາມປອດໄພຂອງ
ຊິເຣຍ ພວມວາງແຜນທີ່ຈະສັງຫານໝູ່ພົນລະເຮືອນນັ້ນ.

ພວກນັກເຄື່ອນໄຫວແລະປະຊາຊົນໃນ​ເມືອງ Al-Haffeh ກ່າວວ່າ ເຮືອບິນເຮລິຄອບເຕີ
ແລະລົດຖັງຂອງ​ລັດຖະບານ ໄດ້ໂຈມຕີ​ເມືອງ​ດັ່ງກ່າວໃນແຂວງ Latakia ​ຊຶ່ງ​ເຮັດ​ໃຫ້
ພົນລະເຮືອນຈຳນວນ​ນຶ່ງ ​ຍັງ​ຕົກ​ຄ້າງ​ຢູ່​ໃນເມືອງ​ນີ້. ໃນລາຍງານທີ່ນຳ​ອອກ​ເຜີຍແຜ່ໃນ
ວັນແລງວັນຈັນວານນີ້ ທ່ານ Ban ໄດ້ກ່າວວ່າ ມັນມີຄວາມຈໍາເປັນ ທີ່​ຈະຕ້ອງອະນຸຍາດ
ໃຫ້ພວກນັກສັງເກດການຂອງ​ອົງກາ​ນສະຫະ​ປະຊາ​ຊາດ ​ເຂົ້າ​ໄປ​ໃນ​ເມືອງ Al-Haffeh
​ແບບ​ບໍ່​ມີ​ການ​ລົບ​ກວນ. ກ່ອນໜ້ານີ້ ທ່ານ Annan ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ເປັນ
​ທີ່​ສຸດ​ຕໍ່​ສະຖານະ​ການໃນ​ເມືອງ​ດັ່ງກ່າວ ​ແລະ​ທວງ​ໃຫ້​ອະນຸຍາດ​ໃຫ້​ຄະນະ​ສັງ​ເກດ​ການ​
ນາໆ​ຊາດ​ເຂົ້າ ​ໄປ​ໃນ​ເມືອງ​ດັ່ງກ່າວ​ໂດຍ​ທັນທີ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Victory Nuland ກ່າວວ່າ
ກຸງ​ວໍ​ຊິງ​ຕັນມີ​ຄວາມ​ຕື່ນ​ຕົກ​ໃຈ​ເປັນ​ທີ່​ສຸດ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ຈາກ​ຊີ​ເຣຍທີ່ວ່າ
ທະຫານ​ລັດຖະບານ​ອາດ​ພວມ​ທຳ​ການຈັດ​ແຈງ​ ເພື່ອ​ທຳ​ການ​ສັງຫານ​ໝູ່​ທີ່ ​ເມືອງ
Al-Haffeh ແລະທີ່ໝັ້ນ​ແຫ່ງ​ອື່ນໆ​ຂອງ​ພວກ​ຝ່າຍ​ຄ້ານ ຮວມທັງ​ໃນ​ເຂດ ຊານ​ເມືອງ​
ຂອງ​ນະຄອນຫຼວງ Damascus, ​ເມືອງ Daraa, ​ເມືອງ Deir el-Zour, ​ເມືອງ
Hama ແລະ​ເມືອງ Homs.

ທ່ານນາງ Nuland ບໍ່ໄດ້​ໃຫ້​ຮ່ອງຮອຍ​ໃດໆ​ກ່ຽວ​ກັບ​ການ​ຕອບ​ຮັບ​ໃໝ່​ຕໍ່​ວິ​ກິດ​ການ​
ໃນຊີ​ເຣຍ ​ໂດຍ​ກ່າວ​ຢໍ້າວ່າ ສະຫະລັດ​ຢາກ​ໃຫ້​ມີ​ການ​ກົດ​ດັນ​ທາງ​ດ້ານ​ການ​ທູດ​ຕໍ່​
ລັດຖະບານຊີ​ເຣຍ ​ແລະ​ກ່າວເນັ້ນ​ເຖິງ​ຄວາມ​ວິຕົກ​ກັງວົນ​ຂອງ​ສະຫະລັດວ່າ ການ
ແຊກ​ແຊງ​ທາງ​ທະຫານ​ນັ້ນ ຈະ​ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງໃນ ​ຊີ​ເຣຍ ກາຍ​ເປັນ​ສົງຄາມ​
ຕົວ​ແທນ​ໄດ້.

ກຸ່ມສັງເກດການດ້ານສິດທິ​ມະນຸດ​ໃນຊິເຣຍຊຶ່ງມີສໍານັກງານຢູ່ທີ່ອັງກິດໄດ້ກ່າວວ່າ
ການໂຈມຕີ​ໃນທົ່ວປະເທດຂອງ​ຝ່າຍລັດຖະບານ ແລະກອງກໍາລັງຂອງກຸ່ມກະບົດ ​ໄດ້ສັງຫານພົນລະເຮືອນຢ່າງ​ນ້ອຍ 63 ຄົນ ແລະທະຫານ 21 ຄົນໃນວັນຈັນວານ
ນີ້ ຊຶ່ງການບາດເຈັບລົ້ມຕາຍນີ້ ​ແມ່ນຮວມທັງ 10 ຄົນທີ່​ໄດ້​ເສຍ​ຊີວິດ​ຍ້ອນ​ລະເບີດ
ລົດ ໃນເມືອງ Deir el-Zour ທາງພາກຕາເວັນອອກສຽງເໜືອຂອງຊີເຣຍ.

XS
SM
MD
LG