ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ມັງກອນ ໒໐໒໕

ສະພາສິດທິມະນຸດ ສປຊ ປະນາມ ລັດຖະບານຊີເຣຍ (ເບິ່ງວີດີໂອ)


ສະພາສິດທິມະນຸດ ສະຫະປະຊາຊາດ ພົບປະກັນ ທີ່ນະຄອນເຈນີວາ ກ່ຽວກັບສະຖານະການ ດ້ານສິດທິມະນຸດ ທີ່ຊີເຣຍ. ວັນທີ 1 ມີນາ 2012.
ສະພາສິດທິມະນຸດ ສະຫະປະຊາຊາດ ພົບປະກັນ ທີ່ນະຄອນເຈນີວາ ກ່ຽວກັບສະຖານະການ ດ້ານສິດທິມະນຸດ ທີ່ຊີເຣຍ. ວັນທີ 1 ມີນາ 2012.

ສະພາສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ອັນ​ທີ່​ເອີ້ນ​ວ່າ ການລະ​ເມີດສິດທິ​ມະນຸດ​ຢ່າງ​ແຜ່​ຫລາຍ​ແລະ​ເປັນ​ລະບົບ​ໂດຍ​ລັດຖະບານຊີ​ເຣຍ ​ແລະ​ກ່າວ​ເນ້ນ​ເຖິງ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນ ເພື່ອ​ເວົ້າ​ເລື້ອງ​ສະຖານະ​ການ​ດ້ານ​ມະນຸດສະ​ທໍາ​ໃນ​ປະ​ເທດ​ດັ່ງກ່າວ.

ໃນ​ສະ​ໄໝ​ປະຊຸມ​ທີ່​ໄຂ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ​ທີ່​ນະຄອນ​ເຈ​ນີວາ ສະພາດັ່ງກ່າວ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຮຽກຮ້ອງ​ໃຫ້​ລັດຖະບານ​ຂອງ ປະທານາທິບໍດີ Bashar al-Assad ຍຸດຕິ​ການລະ​ເມີດ​ສິດທິ​ມະນຸດທັງ​ໝົດ​ໂດຍ​ທັນທີ ​ແລະ​ຢຸດ​ເຊົາການ​ໂຈມ​ຕີ​ ຕໍ່​ພວກ​ພົນລະ​ເຮືອນ​ນັ້ນ. ມະຕິດັ່ງກ່າວ​ໄດ້​ເນ້ນ​ເຖິງ​ການ​ເສຍ​ຊີວິດ​ຫວ່າງ​ໄວໆ​ມາ​ນີ້​ຂອງ​ພວກ​ນັກ​ຂ່າວຊີ​ເຣຍ​ແລະ​ຕ່າງປະ​ເທດ ຕະຫຼອດ​ທັງ​ການ​ແຊກ​ແຊງເຂົ້າ​ໃນ​ໝູ່​ປະຊາຊົນ​ທີ່​ພາກັນ​ເຂົ້າ​ຫາ​ການ​ຮັກສາ​ພະຍາບານ​ນັ້ນ.

ຣັດ​ເຊຍ ຈີນ​ແລະ​ຄິວບາ​ໄດ້​ພາ ກັນ​ລົງມະຕິ​ຄັດຄ້ານ​ຕໍ່​ຮ່າງ​ຍັດ​ຕິ​ດັ່ງກ່າວ​ນີ້.

ຣັດ​ເຊຍ​ແລະ​ຈີນ​ເຄີຍ​ໃຊ້​ສິດ​ຍັບ​ຍັ້ງ​ມາ​ສອງ​ເທື່ອ​ແລ້ວ​ຕໍ່​ຮ່າງ​ຍັດຕິຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ທີ່​ຈະ​ປະນາມ​ລັດຖະບານຊີ​ເຣຍ ກ່ຽວ​ກັບ​ການ​ປາບ​ປາມ​ຢ່າງ​ນອງ​ເລືອດ​ຕໍ່​ການ​ລຸກ​ຮື​ຂຶ້ນ​ຂອງພວກ​ ຝ່າຍ​ຄ້ານ​ມາໄດ້ເກືອບ​ນຶ່ງ​ປີ​ແລ້ວ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຄູ​ເວດ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກ​ລັດຖະມົນຕີ ຕ່າງປະ​ເທດ​ຂອງ​ສັນນິບາດ​ອາຣັບຈະ​ພົບ​ປະ​ກັບ​ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ​ ໃນ​ສັບປະດາ​ໜ້າໃນ​ກຸງ Riyadh ນະຄອນຫລວງ​ຂອງ Saudi Arabia ​ເພື່ອທໍາ​ການ​ໂອ້ລົມ​ສົນທະນາ​ກັນ​ເລື້ອງ​ວິ​ກິດ​ການ​ໃນ​ຊີ​ເຣຍນີ້.

ອັງກິດ​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຕົນໄດ້​ຖອນ​ພວກ​ນັກ​ການ​ທູດ​ຂອງ​ຕົນ​ທັງ​ໝົດ​ອອກ​ຈາກ​ຊີ​ເຣຍຍ້ອນ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍດ້ານ​ຄວາມ​ປອດ​ໄພ.

ຂະນະ​ດຽວ​ກັນ ທ່ານ Burhan Ghalioun ຜູ້ນຳ​ຂອງ​ອົງການ​ສະພາ​ແຫ່ງ​ຊາດ​ຊີ​ເຣຍ ຊຶ່ງ​ເປັນ​ກຸ່ມ​ຈັດຕັ້ງຝ່າຍ​ຄ້ານ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ກຸງປາຣີວ່າ ກຸ່ມ​ຂອງ​ທ່ານ​ໄດ້​ສ້າງຕັ້ງສະພາ​ທະຫານ​ຂຶ້ນ ເພື່ອ​ຈັດຕັ້ງການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ຕ້ານ​ລັດຖະບານ​ທ່ານ Assad. ທ່ານ​ເວົ້າວ່າ ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ແມ່ນ​ເພື່ອ​ປະສານ​ງານ​ກັບ​ກຸ່ມ​ກຳລັງ​ປະກອບ​ອາວຸດ​ຝ່າຍ​ຄ້ານຮວມທັງ​ກອງທັບ​ຊີ​ເຣຍ​ເສລີ.

ກະຊວງ​ການ​ຕ່າງປະ​ເທດ​ຊີ​ເຣຍກ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ຕົນ​ເຕັມ​ໃຈທີ່​ຈະ​ສົນທະນາ​ຫາລື​ກ່ຽວ​ກັບ​ວັນ​ເວລາ​ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຊີ ​ເຣຍ ຂອງ​ຫົວໜ້າ​ດ້ານ​ມະນຸດສະທຳ​ສະຫະ​ປະຊາ​ຊາດ ທ່າ​ນນາງ Valerie Amos ຊຶ່ງ​ທ່ານ​ນາງກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ຊີ​ເຣຍ​ໄດ້​ປະຕິ​ເສດ​ຕໍ່​ການ​ຂໍ​ຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ຂອງ​ທ່ານ​ນາງ ​ເພື່ອ​ເຂົ້າ​ໄປ​ຊັ່ງຊາເບິ່ງ​ສະຖານະ​ການ​ທີ່​ພວມ​ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ໃນ​ຊີ​ເຣຍນັ້ນ.

XS
SM
MD
LG