ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເທີກີ ຈະຕອບໂຕ້ ຕໍ່ການທີ່ຊີເຣຍ ຍິງເຮືອບິນ ຂອງຕົນ


ເຮືອບິນລົບຂອງເທີກີ
ເຮືອບິນລົບຂອງເທີກີ

ເທີ​ກີ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ດຳ​ເນີນ​ບາດກ້າວ​ທີ່​ຈຳ​ເປັນ​ຕ່າງໆ​ເພື່ອ​ຕອບ​ໂຕ້ຕໍ່​ການ​ຍອມຮັບ
​ຂອງ​ຊີ​ເຣຍທີ່​ວ່າ ຕົນໄດ້​ຍິງ​ເຮືອບິນ​ອາຍ​ພົ່ນ​ຂອງ​ກອງທັບ​ອາກາດ​ເທີ​ກີລຳ​ນຶ່ງ​ຕົກ​ທີ່​ໄດ້​ບິນ​ລ່ວງ
​ລໍ້າ​ເຂົ້າ​ໄປ​ໃນ​ເຂດ​ອາກາດ​ຂອງ​ຊີ​ເຣຍ.

ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີ​ເທີ​ກີ​ ໄດ້​ອອກ​ຖະ​ແຫຼງການ​ສະບັບ​ນຶ່ງ
ຫຼັງຈາກ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສຸກ​ເສີນ​ທີ່​ນະຄອນຫຼວງອັງກາຣາ ​ໂດຍກ່າວ​ວ່າ ຈະ​ມີ​ການ
​ຕອບ​ໂຕ້​ແບບ​ເດັດຂາດເມື່ອ​ຄວາມ​ຈິງ​ທຸກ​ຢ່າງກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ.

​ເຈົ້າໜ້າ​ທີ່​ຊີ​ເຣຍກ່າວ​ວ່າ ​ເຮືອບິນ​ລົບ​ເທີ​ກີ​ທີ່​ບິນ​ໃນ​ລະດັບ​ຕໍ່າລຳ​ນີ້​ໄດ້​ຖືກ​ຍິງ​ຕົກ​ເໜືອ​ເຂດທ
ະ​ເລ​ເມ​ດີ​ເຕີ​ເຣນຽນ​ໃນ​ມື້ວັນ​ສຸກ​ວານ​ນີ້.

ກຳລັງ​ຂອງ​ຊີ​ເຣຍ​ໄດ້​ຊ່ອຍ​ເທີ​ກີ​ຊອກ​ຫາ​ນັກ​ບິນ​ຂອງ​ເທີ​ກີ​ສອງ​ຄົນ​ທີ່​ຍັງ​ຫາຍ​ສາບສູນ.

​ເທີ​ກີ​ໄດ້​ຮ່ວມ​ກັບປະ​ເທດ​ຕ່າງໆ​ເຊັ່ນ​ສະຫະລັດທີ່​ກ່າວ​ວ່າ ປະທານາທິບໍ​ດີ​ຊີ​ເຣຍທ່ານ Hafez
al-Assad ຄວນ​ຈະລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ມີ​ການ​ລຸກ​ຮື​ຂຶ້ນ ຢູ່​ໃນ​ປະ​ເທດ​ຂອງ​ທ່ານ.

ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດໄດ້​ກ່າວ​ຕໍ່​ພວກນັກ​ຂ່າວ​ທີ່​ນະ
ຄອນ​ເຈ​ນີວາ​ໃນ​ວັນ​ສຸກ​ວານ​ນີ້ວ່າ ປະ​ເທດ​ຕ່າງໆ​ທີ່​ມີ​ອິດ​ທິພົນ​ຕ້ອງ​ໄດ້​ຊັກ​ຊວນ​ໃຫ້​ທັງ​ສອງ​
ຝ່າຍ​ຢູ່​ໃນ​ຊີ​ເຣຍຍຸຕິ​ການ​ປະ​ຫັດ​ປະຫານ​ແລະ​ເລີ້ມ​ເປີດການ​ເຈະລາ​ຈາ​ກັນ. ທ່ານ​ເວົ້າວ່າ ມັນ
​ເຖິງ​ເວລາ​ແລ້ວ ​ທີ່​ບັນດາ​ປະ​ເທດ​ເຫຼົ່ານີ້ ຄວນ​ຈຸ​ເພີ່ມ​ລະດັບ​ຄວາມ​ກົດ​ດັນ​ຂຶ້ນ ຕໍ່ລັດຖະບານ​ຊີ​
ເຣຍ​ແລະ​ພວກ​ຝ່າ​ຍຄ້ານ ​ເພື່ອ​ຍຸຕິ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ທ່ານ Annan ​ເວົ້າວ່າ ອີຣ່ານຄວນ​ຈະມີສ່ວນ​ໃນ​ການ​ແກ້​ໄຂ​ບັນຫາເພື່ອນຳ​ເອົາ​ສັນຕິພາບ​
ມາສູ່​ຊີ​ເຣຍ. ຣັດ​ເຊຍ​ໄດ້​ຊຸກຍູ້​ໃຫ້​ອີຣ່ານ ມີ​ສ່ວນ​ພົວພັນ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງນີ້ ໃນ​ຂະ
ນະ​ທີ່​ສະຫະລັດ​ກ່າວ​ວ່າ ອີຣ່ານບໍ່​ຄວນ​ຈະ​ເຂົ້າມາ​ຍຸ່ງກ່ຽວ​ນຳ.

XS
SM
MD
LG