ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເທີກີ ອັດສະຖານທູດ ທີ່ກຸງດາມັສກັສ


ສະຖານະການລະຫວ່າງເທີກີແລະຊີເຣຍ.
ວັນທີ 26 ມີນາ 2012.
ສະຖານະການລະຫວ່າງເທີກີແລະຊີເຣຍ. ວັນທີ 26 ມີນາ 2012.

ເທີກີ​ໄດ້​ອັດ​ສະຖານທູດ​ຂອງ​ຕົນ​ໃນ​ຊີ​ເຣຍ ຍ້ອນ​ອັນ​ທີ່​ພວກ​ເຈົ້າ​ໜ້າ​ທີ່ເທີກີກ່າວ​ວ່າ ສະຖານະ​ການ​ດ້ານ​ຄວາມ​ປອດ​ໄພ​ທີ່ຊຸດ​ໂຊມ​ລົງ​ນັບ​ມື້.

ເທີກີ​ໄດ້ເຕືອນ​ພົນລະ​ເມືອງ​ຂອງ​ຕົນ​ໃນ​ຊີ​ເຣຍ​ໃນ​ສັບປະດາ​ຜ່ານ​ມາ​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ງົດ​ການ​ໃຫ້​ບໍລິການ​ຕ່າງໆ​ທີ່​ສະຖານທູດໃນ​ກຸງ​ດາມັສກັສ ​ແລະ​ຮຽກຮ້ອງ​ໃຫ້​ເຂົາ​ເຈົ້າ​ເດີນທາງ​ກັບ​ຄືນ​ປະ​ເທດ.

ເທີກີໄດ້​ກາຍ​ມາ​ເປັນ​ປະ​ເທດ​ທີ່​ອອກປາກ​ອອກ​ສຽງ​ຫລາຍ​ຂຶ້ນ​ເລື້ອຍໆໃນ​ການຮຽກຮ້ອງ​ໃຫ້​ຍຸດຕິ​ການ​ນອງ​ເລືອດ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ​ຊີ​ເຣຍນັ້ນ. ພວກ​ອົບ​ພະຍົບຊີ​ເຣຍປະມານ 17 ພັນ​ຄົນ​ໄດ້ຫລັ່ງ​ໄຫລ​ຂ້າມ​ຊາຍ​ແດນເຂົ້າ​ໄປ​ໃນເທີກີ​ ເພື່ອ​ຫລົບໜີ​ຈາກ​ການ​ສູ້​ລົບ​ກັນ ​
ໃນ​ຊີ​ເຣຍ.

ເທີກີ​ຍັງຈະ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ຂອງ​ກຸ່ມເພື່ອນ​ມິດ​ຂອງ​ຊີ​ເຣຍຂຶ້ນ​ໃນ​ສັບປະດາ​ໜ້າ​ນີ້ ຊຶ່ງ​ໃນ​ກອງ​ປະຊຸມ​ນີ້ ສະຫະລັດວາງ​ແຜນ​ທີ່​ຈະ​ຍົກ​ເລື້ອງ​ການ​ສົ່ງ​ອັນ​ທີ່​ຕົນເອີ້ນ​ວ່າ ການ​ຊ່ອຍ​ເຫຼືອທີ່​ບໍ່ເ​ເມ່ນ​ອາວຸດ​ ໃຫ້​ແກ່​ພວກ​ກະບົດ​ຊີ​ເຣຍນັ້ນ ຂຶ້ນ​ມາ​ສົນທະນາ​ກັນ.

ໃນ​ຊີ​ເຣຍ ບັນດາ​ນັກ​ເຄື່ອນ​ໄຫວ​ນີຍົມ​ປະຊາທິປະ​ໄຕ​ກ່າວ​ວ່າ ພວກທະຫານ​ຂອງ​ລັດຖະບານ​ໄດ້​ຍິງ​ປືນ​ໃຫຍ່​ໃສ່​ເມືອງ Homs ​ໃນ​ວັນ​ຈັນມື້​ນີ້ ​ເຮັດ​ໃຫ້​ໄຟ​ໄໝ້​ບ້ານ​ເຮືອນ​ຫຼາຍ​ຫຼັງ. ​ເມືອງ Homs ​ເປັນ​ຈຸດ​ໃຈກາງ​ຂອງ​ພວກ​ຝ່າຍ​ຄ້ານ. ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ​ກ່າວ​ວ່າ ລັດຖະບານ​ກໍາລັງ​ພະຍາຍາມຈະ​ທໍາລາຍ​ເມືອງ​ດັ່ງກ່າວ ທີ່​ເປັນ​ເມືອງ​ໃຫຍ່ອັນ​ດັບ 3 ຂອງ​ຊີ​ເຣຍ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ຂອງປະທານາ ທິບໍດີ Bashar al-Assad ຕໍ່​ພວກ​ຝ່າຍ​ຄ້ານ​ນັ້ນ ​ໄດ້​ເອົາ​ຊີວິດປະຊາຊົນ​ໄປ​ແລ້ວ​ຫລາຍ​ກວ່າ 8 ພັນ​ຄົນ​ໃນ​ໄລຍະ​ນຶ່ງ​ປີ​ມາ​ນີ້.

ຝ່າຍລັດຖະບານ​ຖິ້ມ​ໂທດ​ຄວາມ​ຮຸນ​ແຮງ ​ໃສ່​ອັນ​ທີ່​ຕົນ​ເອີ້ນ​ວ່າ ພວກກໍ່​ການ​ຮ້າຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຕ່າງປະ​ເທດ.

XS
SM
MD
LG