ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ກຸ່ມເນໂຕ້ ປະນາມ ຊີເຣຍ ກ່ຽວກັບເທີກີ (ວີດີໂອ)


ທ່ານ Anders Fogh Rasmussen ເລຂາທິການໃຫຍ່ ກຸ່ມເນໂຕ້. ວັນທີ 26 ມິຖຸນາ 2012.























ອົງການ​ເນ​ໂຕ້​ໄດ້​ປະນາມຊີ​ເຣຍ​ໃນ​ການ​ຍິງ​ເຮືອບິນ​ອາຍ​ພົ່ນ​ຂອງ​ເທີ​ກີ​ລໍານຶ່ງ​ຕົກ​ໃນ​ສັບ
ປະດາ​ແລ້ວ​ນີ້ ​ໂດຍ​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ເປັນ ໂຕ​ຢ່າງ​ອັນ​ນຶ່ງ​ ກ່ຽວ​ກັບຄວາມ​ບໍ່
ເອົາ​ຫົວຊາ​ຂອງ​ລັດຖະບານ​ຊີ​ເຣຍຕໍ່​ກົດໝາຍ​ສາກົນ ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ ​ຕະ
ຫຼອດທັງ​ຊີວິດ​ຂອງ​ມະນຸດ.

ຫຼັງ​ຈາກ​ການ​ພົບ​ປະກັນຂອງພວກ​ຜູ້ແທນອົງການ​ພັນທະ​ມິດ​ເນ​ໂຕ້​ທີ່​ກຸງ Brussels
ທ່ານ Anders Fogh Rasmussen ​ເລຂາທິການ​ໃຫຍ່ກຸ່ມ​ເນ​ໂຕ້​ກ່າວ​ວ່າ ທ່ານ​ບໍ່​ຄາດ
​ວ່າ​ ສະຖານະ​ການຈະ​ເພີ່ມ​ທະວີຄວາມ​ຮຸນ​ແຮງຂຶ້ນແລະກ່າວ​ຕໍ່​ໄປ​ວ່າ ທ່ານ​ຄາດ​ວ່າ​ຊີ​ເຣຍ
ຈະ​ເອົາ​ມາດ​ຕະການ​ຕ່າງໆ​ທີ່​ຈໍາ​ເປັນ ເພື່ອ​ຫລີກ​ເວ້ນບໍ່​ໃຫ້​ເຫດການ​ເຊ່ນ​ນີ້​ເກີດ​ຂຶ້ນ​ອີກ​
ໃນ​ອະນາຄົດ.

ທ່ານ​ບໍ່​ຢາກ​ທໍາ​ການ​ຄາດ​ຄະ​ເນ​ໃດໆ​ກ່ຽວ​ການ​ເຄື່ອນ​ໄຫວ​ທີ່​ເປັນໄປ​ໄດ້​ຂອງ​ກຸ່ມ​ເນ​ໂຕ້
​ໂດຍ​ກ່າວ​ວ່າ ພວກ​ປະ​ເທດ​ພັນທະ​ມິດ​ຈະ​ສືບຕໍ່​ທໍາ​ການ​ຕິດຕາມ​ເບິ່ງ​ການ​ຜັນ​ຂະຫຍາຍ
​ຕ່າງໆ​ຕໍ່​ໄປ ຊຶ່ງ​ທ່ານ Rasmussen ກ່າວ​ວ່າ: ສຽງ​ຂອງ​ທ່ານ Rasmussen: “ຂໍ​ໃຫ້​
ຂ້າພະ​ເຈົ້າ​ເວົ້າເລື້ອງ​ນີ້​ຢ່າງ​ຈະ​ແຈ້ງວ່າ ຄວາມ​ໝັ້ນຄົງ​ຂອງ​ກຸ່ມ​ພັນທະ​ມິດ​ແມ່ນ​ແບ່ງ​ແຍກ​
ກັນ​ບໍ່​ໄດ້ ພວກ​ເຮົາ​ຢືນ​ຢັດ​ນໍາ​ກັນ​ກັບເທີ​ກີ ​ໃນຈິດ​ໃຈ​ແຫ່ງ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ
​ທີ່​ແຂງ​ແຮງ.”

​ເທີ​ກີ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະຊຸມ​ກັນ ​ພາຍ​ໃຕ້​ມາດຕາ​ນຶ່ງ​ໃນ​ສົນທິສັນຍາ​ກຸ່ມ​ເນ​ໂຕ້​ທີ່​ອະ
ນຸມັດ​ໃຫ້​ປະ​ເທດ​ສະມາຊິກ​ໃດ​ນຶ່ງ​ຂອງ​ຕົນຮຽກຮ້ອງ​ ໃຫ້​ມີ​ການ​ປຶກສາ​ຫາລື​ກັນ​ກັບ​ພວກ​
ປະ​ເທດ​ສະມາຊິກ​ອື່ນໆ​ໄດ້ ຖ້າ​ຕົນ​ມີ​ຄວາມ​ຮູ້ສຶກ​ວ່າ ຄວາມ​ໝັ້ນຄົງ​ຂອງ​ຕົນ​ຖືກ​ຂົ່ມຂູ່.

​ໃນ​ຂະນະ​ດຽວ​ກັນ ນາຍົກລັດຖະມົນຕີ Recept Tayyib Erdogan​ແຫ່ງ​ເທີ​ກີ ​ໄດ້​ກ່າວຄໍາ​
ປາ​ໄສ​ຕໍ່​ພວກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເທີ​ກີໂດຍເວົ້າວ່າ ການ​ເອົາ​ມາດ​ຕະການ​ຮັບ​ມືຢ່າງ​
ລະມັດລະວັງ​ຂອງ​ຕົນ​ຕໍ່​ການ​ໂຈມ​ຕີໃນ​ວັນ​ສຸກ​ຜ່ານ​ມານັ້ນ ບໍ່​ຄວນເຂົ້າ​ໃຈ​ຜິດ​ຄິດວ່າເປັນ
ຄວາມ​ອ່ອນ​ແອ.

ທ່ານ Erdogan ກ່າວ​ວ່າ ມິດຕະພາບ​ຂອງ​ເທີ​ກີ​ມີ​ຄຸນຄ່າ​ຫຼາຍ ​ແຕ່ຄວາມ​ໂມ​ໂຫ​ແກ້​ແຄ້ນ
​ຂອງ​ຕົນ​ແມ່ນ​ແຂງ​ແຮງ​ເຊ່ນ​ກັນ ຊຶ່ງ​ທ່ານ​ກ່າວວ່າ ທະຫານ​ຂອງ​ເທີ​ກີ​ຈະ​ທໍາ​ການ​ຕອບ​ໂຕ້​
ຕໍ່​ການລະ​ເມີດ​ຊາຍ​ແດນ ໃດໆ​ກໍ​ຕາມຈາກ​ຊີ​ເຣຍ.

​ເທີ​ກີ​ກ່າວ​ວ່າ ​ເຮືອບິນ​ຂອງ​ຕົນ​ໄດ້​ລ່ວງ​ລໍ້າ​ເຂົ້າ​ໄປ​ໃນ​ນ່ານຟ້າ​ຂອງ​ຊີ​ເຣຍ​ໂດຍ​ຄວາມ​ເລິນ
​ເລີ້​ເປັນ​ເວລາ​ສັ້ນໆ ກ່ອນ​ອອກ​ຈາກ​ນ່ານຟ້າ​ຂອງ​ຊີ​ເຣຍ​ແລະ​ຫຼັງ​ຈາກ​ນັ້ນ​ຖືກ​ຊີ​ເຣຍຍິງ​ຕົກ.
ຊີ​ເຣຍ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ ເປັນ​ການເຄື່ອນ​ໄຫວປ້ອງ​ກັນ​ຕົນ​ເອງ.

XS
SM
MD
LG