ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຕັດ​ສິນ​ໃຈຂອງ​ ປ. ທ​ຣຳ ​ກ່ຽວ​ກັບ​ຊາວ ​ເຄີດ​ສ໌ ສົ່ງ​ສຽງ​ກ້ອງໃຫ້ ​ບາງ​ຄົນ ຢູ່​ເກົາຫລີໃຕ້​ ໄດ້​ຍິນ


ຜູ້ຄົນ​ຢືນ​​ຢູ່​ເທິງ​ຊັ້ນດາດຟ້າຂອງ​ຕຶກ​ຫລັງ​ນຶ່ງ​ໃນ​ເມືອງ Akcakale, ແຂວງ Sanliurfa, ພາກຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ເ​ທີ​ກີ ທີ່​ມີ​ຊາຍ​ແດນ​ຕິດກັບຊີ​ເຣຍເພື່ອ​ເບິ່ງ​ຄວັນ​ທີ່​ມາ​ຈາກ ການ​ຍິງ​ຖະ​ຫລົ່ມຂອງ​ເທີ​ກີ ຢູ່​ໃນ​ເມືອງ Tal Abyad ຂອງ​ຊີ​ເຣຍ ວັນ​ທີ 13 ຕຸ​ລາ, 2019
ຜູ້ຄົນ​ຢືນ​​ຢູ່​ເທິງ​ຊັ້ນດາດຟ້າຂອງ​ຕຶກ​ຫລັງ​ນຶ່ງ​ໃນ​ເມືອງ Akcakale, ແຂວງ Sanliurfa, ພາກຕາ​ເວັນ​ອອກ​ສຽງ​ໃຕ້ ຂອງ​ເ​ທີ​ກີ ທີ່​ມີ​ຊາຍ​ແດນ​ຕິດກັບຊີ​ເຣຍເພື່ອ​ເບິ່ງ​ຄວັນ​ທີ່​ມາ​ຈາກ ການ​ຍິງ​ຖະ​ຫລົ່ມຂອງ​ເທີ​ກີ ຢູ່​ໃນ​ເມືອງ Tal Abyad ຂອງ​ຊີ​ເຣຍ ວັນ​ທີ 13 ຕຸ​ລາ, 2019

ການ​ຕັດ​ສິນ​ໃຈ​ຂອງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ການ​ຖອນ​ທະ​ຫານ​ອອກ​ຈາກ​ຊີ​ເຣຍ ທ້າ​ມກາງການ​ເຂັ່ນ​ຂ້າ​ຊາວ​ເຄີ​ດ​ສ໌ ໄດ້​ຮັບ​ການ ແນມ​ເບິ່ງ​ຢ່າງ​ໃກ້​ຊິດ​ຢູ່​ໃນ​ເກົາ​ຫລີ​ໃຕ້, ບ່ອນ​ທີ່​ທ່ານ ທ​ຣຳ ໄດ້​ໃຫ້​ຮ່ອງ​ຮອຍ​ແບບ​ເປັນ​ໄນໆ ວ່າຈະ​ມີ​ການ​ປັບດ້ານການ​ທະ​ຫານ​ຄືນ​ໃໝ່​ຢ່າງ​ໃຫຍ່.

ທ່ານ ທ​ຣຳ​ໄດ້​ຖືກ​ກ່າວ​ຫາ​ວ່າໄດ້​ຖິ້ມ​ປະ​ຊາວ​ເຄີດ​ສ໌​ ທີ່​ໄດ້​ຊ່ວຍ​ສະ​ຫະ​ລັດສູ້​ລົບ​ກັບ​ກຸ່ມ​ລັດ​ອິ​ສ​ລາມນັ້ນໄປໂດຍ​ການ​ຖອນທະ​ຫານ 1,000 ຄົນຂອງ​ສະຫະ​ລັດ​ອອກ​ຈາກ​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ຂະ​ນະ​ທີ່​ເທີ​ກີໄດ້​ດຳ​ເນີນ​ການ​ໂຈມ​ຕີຕໍ່​ນັກ​ລົບ​ຊາວ​ເຄີດ​ສ໌​ທີ່​ວາງ​ແຜນໄວ້​ແຕ່​ດົນ​ນານ​ແລ້ວນັ້ນ.

ທ່ານ ທ​ຣຳ​ໄດ້​ກ່າວ​ຢືນ​ຢັນ​ວ່າ ທ່ານ​ພຽງ​ແຕ່​ເຮັດ​ຕາມ​ຄຳໝັ້ນ​ສັນ​ຍາ​ທີ່​ໄດ້​ໃຫ້​ໄວ້ ຢູ່ໃນ​ຕອນ​ໂຄ​ສະ​ນາຫາ​ສຽງເທົ່າ​ນັ້ນວ່າ ຈະ​ຖອນ​ທະ​ຫານ​ສະ​ຫະ​ລັດທີ່​ພົວ​ພັນ​ຢູ່​ຕ່າງ​ປະ​ເທດນັ້ນກັບ​ມາ, ໂດຍ​ເປັນ​ພື້ນ​ຖານໃຫ້ແກ່ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ຊີ​ເຣຍ ເປັນ​ການ​ຕ້ານ​ຢັນ​ຄື​ນ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດແລະພວກ​ນັກ​ຊ່ຽວ​ຊານທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ "ສົງ​ຄາມ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດ."
ການ​ເວົ້າ​ແບບນັ້ນ ເປັນ​ເລື້ອງ​ທີ່​ຖືກ​ຕ້ອງ​ເປັນ​ພິ​ເສດ​ສຳ​ລັບ​ເກົາ​ຫລີ​ໃຕ້, ທີ່​ໄດ້​ຢູ່​ໃນ​ສະ​ພາບ​ທີ່ມີ​ສົງ​ຄາມ​ໃນ​ນາມ​ກັບ​ເກົາ​ຫລີ​ເໜືອນັບ​ແຕ່ຊຸມ​ປີ 1950 ເປັນ​ຕົ້ນ​ມາ ແລະ​ໄດ້​ເປັນ​ບ່ອນ​ໃຫ້ທະ​ຫານ​ສະ​ຫະ​ລັດ​ 28,000 ຄົນ ປະ​ຈຳ​ການ​ຢູ່.

ທ່ານ ທ​ຣຳ​ໄດ້​ຕຳ​ໜິ​ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງສະ​ຫະ​ລັດ ກັບ​ເກົາ​ຫລີ​ໃຕ້ ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ ແຕ່​ວ່າ ສາຍ​ພົວ​ພັນ​ໄດ້​ກັບ​ກາຍ​ມີ​ຄວາມ​ເຄັ່ງ​ຕຶງຫລາຍ​ຂຶ້ນ ເມື່ອ​ພວກນັກເຈ​ລະ​ຈາ​ຂອງ​ທ່ານ​ທ​ຣຳ ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ຕ່າງໆ ທີ່​ແນ​ໃສ່​ເຮັດ​ໃຫ້​ໂຊ​ລ ຈ່າຍ​ເງິນເປັນ​ຈຳນວນຫລວງ​ຫລາຍ ​ໃນ​ການ​ເອົາ​ທະ​ຫານ​ສະ​ຫະ​ລັດ​ໄປ​ປະ​ຈຳ​ຢູ່​ເກົາ​ຫລີ​ໃຕ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປ​ັນ​ພາ​ສາອ​ັງ​ກິດ

XS
SM
MD
LG