ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນລົດ ຊ່ວຍເຫຼືອດ້ານມະນຸດສະທຳ ບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນ ຊີເຣຍ


ຄວັນໄຟປິວຂຶ້ນສູ່ທ້ອງຟ້າໃນເຂດ Saif Al Dawla ຂອງເມືອງ
ໃຫຍ່ Aleppo, ປະເທດ ຊີເຣຍ.
ຄວັນໄຟປິວຂຶ້ນສູ່ທ້ອງຟ້າໃນເຂດ Saif Al Dawla ຂອງເມືອງ ໃຫຍ່ Aleppo, ປະເທດ ຊີເຣຍ.

ຜູ້ປະສານງານບັນເທົາເຫດສຸກເສີນຂອງອົງການ ສະຫະປະຊາຊາດ ທ່ານ Stephen O’Brien ກ່າວວ່າ ເພິ່ນ “ມີຄວາມເຈັບປວດ ແລະ ເສຍໃຈ” ທີ່ຂະບວນລົດຂົນສົ່ງຍັງບໍ່ ຖືກອະນຸຍາດໃຫ້ເຂົ້າໄປໃນເມືອງ Aleppo ບ່ອນທີ່ປະຊາຊົນຫຼາຍຮ້ອຍພັນຄົນຕ້ອງການ ອາຫານ, ນ້ຳ ແລະ ເຄື່ອງຊ່ວຍເຫຼືອການແພດ.

ການຂົນສົ່ງສິ່ງຂອງຊ່ວຍເຫຼືອດ້ານມະນຸດສະທຳໄປເມືອງ Aleppo ແມ່ນສ່ວນໜຶ່ງຂອງ ສັນ ຍາການຢຸດຍິງທີ່ໄດ້ຖືກບັນລຸ ລະຫວ່າງ ສະຫະລັດ ກັບ ຣັດເຊຍ.

ຂໍ້ຕົກລົງດັ່ງກ່າວປາກົດວ່າຈະໃຊ້ເວລາໃນການແກ້ໄຂດົນ ກ່ອນມັນຈະເຖິງກຳນົດສິ້ນສຸດ ລົງ ໃນຕອນແລງຂອງວັນອາທິດວານນີ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວຫາລັດຖະບານ ຂອງປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ສຳລັບການກີດກັ້ນຂະບວນລົດ ນຳສົ່ງ ສິ່ງຊ່ວຍເຫຼືອ ແລະ ໄດ້ກ່າວວ່າ ຣັດເຊຍ ຕ້ອງເອົາຈິງເອົາຈັງຫຼາຍກວ່ານີ້ເພື່ອໃຊ້ ຄວາມກົດ ດັນຕໍ່ລາວຕື່ມ.

The U.N.'s emergency relief coordinator (Stephen O'Brien) says he is "pained and disappointed" that convoys have yet to be allowed into Aleppo where hundreds of thousands of people are in need of food, water and medical aid.

Humanitarian deliveries to Aleppo were part of a cease-fire deal reached between the U.S. and Russia.

The pact appeared to be unraveling long before it was due to end late Sunday.

U.S. Secretary of State John Kerry blames Syrian President Bashar al-Assad's government for blocking aid deliveries, and said Russia must do more to put pressure on him.

XS
SM
MD
LG