ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົນລະເຮືອນ ຢູ່ໃກ້ ນະຄອນຫຼວງ ດາມັສກັສ ແຕກໜີ ຂະນະທີ່ ຂໍ້ຕົກລົງ ຢຸດຍິງ ຖືກປະຕິບັດ ຢູ່ແຫ່ງອື່ນ


ພວກຄອບຄົວຊາວຊີເຣຍ ທີ່ໄດ້ພັດພາກຈາກຖິ່ນຖານ ເຂົ້າໄປ
ພັກພາອາໄສ ຢູ່ໃນໂຮງຮຽນທີ່ໄດ້ຖືກຫັນປ່ຽນເປັນທີ່ພັກພາ
ອາໄສຊົ່ວຄາວ ໃນຄຸ້ມ Qudsaya ຢູ່ນອກນະຄອນຫຼວງ Damascus, ຊີເຣຍ, ວັນທີ 23 ກັນຍາ 2015.
ພວກຄອບຄົວຊາວຊີເຣຍ ທີ່ໄດ້ພັດພາກຈາກຖິ່ນຖານ ເຂົ້າໄປ ພັກພາອາໄສ ຢູ່ໃນໂຮງຮຽນທີ່ໄດ້ຖືກຫັນປ່ຽນເປັນທີ່ພັກພາ ອາໄສຊົ່ວຄາວ ໃນຄຸ້ມ Qudsaya ຢູ່ນອກນະຄອນຫຼວງ Damascus, ຊີເຣຍ, ວັນທີ 23 ກັນຍາ 2015.

ກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ກ່າວວ່າ ພົນລະເຮືອນຫຼາຍຮ້ອຍຄົນ ໄດ້ພາກັນ ຫລົບໜີ ອອກຈາກໝູ່ບ້ານທີ່ຢູ່ນອກນະຄອນຫຼວງຂອງຊີເຣຍ ເມື່ອວັນອາທິດວານນີ້ ໃນຂະນະທີ່ການຕໍ່ສູ້ກັນ ຍັງສືບຕໍ່ເປັນມື້ທີ 3 ລຽນຕິດ ລະຫວ່າງ ກຳລັງຂອງລັດຖະ
ບານ ຊີເຣຍ ກັບ ພວກກຸ່ມກະບົດຕໍ່ຕ້ານລັດຖະບານ ໂດຍປະກອບມີ ກຸ່ມພວກນັກລົບ ເພື່ອສາສະໜາ ຫຼື ຈີຮາດ ທີ່ເປັນເຄືອຂ່າຍຂອງກຸ່ມ al-Qaida ທີ່ບໍ່ໄດ້ເຂົ້າຮ່ວມ ໃນ ການເຈລະຈາຢຸດຍິງ ເມື່ອສັບປະດາແລ້ວນີ້.

ສະຖານທີ່ຕ່າງໆ ທີມີການລາຍງານວ່າ ຂໍ້ຕົກລົງຢຸດຍິງ ໄດ້ຖືກລະເມີດ ຢູ່ໃນຊີເຣຍ.
ສະຖານທີ່ຕ່າງໆ ທີມີການລາຍງານວ່າ ຂໍ້ຕົກລົງຢຸດຍິງ ໄດ້ຖືກລະເມີດ ຢູ່ໃນຊີເຣຍ.

ການລັ່ງໄຫລອອກຂອງພວກພົນລະເຮືອນ ຈາກເຂດຮ່ອມພູ Barada ນັ້ນ ຍັງໄດ້ຖືກ ລາຍງານໂດຍ ອົງການຂ່າວຂອງທາງການ ລັດຖະບານ Damascus ທີ່ໄດ້ກ່າວວ່າ ພົວພັນກັບພວກປະຊາຊົນ ປະມານ 1,300 ຄົນ ທີ່ຊອກຫາບ່ອນຫລົບລີ້ທີ່ປອດໄພ ຈາກການໂຈມຕີທາງອາກາດ ແລະ ການຍິງປືນໃຫຍ່ໃສ່ ໂດຍກອງທັບຂອງຊີເຣຍ

ແລະ ຣັດເຊຍ ທີ່ເປັນພັນທະມິດຂອງຕົນ.

ພວກສັງເກດການ ຈາກກຸ່ມສິ້ງຊອມສິດທິມະນຸດຂອງຊີເຣຍ ບໍ່ໄດ້ສະໜອງ ຈຳນວນ ຕົວເລກ ຂອງການໂຈມຕີທາງອາກາດ ຫຼື ຜູ້ທີ່ລົ້ມຕາຍ ໃນວັນອາທິດວານນີ້. ແຕ່ໃນ ວັນເສົາມື້ກ່ອນ ກຸ່ມສິ້ງຊອມນີ້ ກ່າວວ່າ ບໍລິເວນດັ່ງກ່າວ ຖືກໂຈມຕີໃສ່ຫຼາຍຄັ້ງ ນັບຕັ້ງ ແຕ່ວັນສຸກ ເປັນຕົ້ນມາ ໂດຍມີການໂຈມຕີທາງອາກາດ 10 ຖ້ຽວ ຕ່າງຫາກ ພາຍໃນ ໄລຍະເວລາສັ້ນໆ ເມື່ອຕອນເຊົ້າວັນເສົາທີ່ຜ່ານມານີ້.

ເດັກຊາຍຜູ້ນຶ່ງ ຕື່ມນ້ຳໃສ່ຖັງໜ່ວຍນຶ່ງ ໃຫ້ເຕັມ ຢູ່ທີ່ຊານເມືອງ Zamalka ຂອງນະຄອນຫຼວງ Damascus, ຊີເຣຍ, ວັນທີ 28 ທັນວາ 2016.
ເດັກຊາຍຜູ້ນຶ່ງ ຕື່ມນ້ຳໃສ່ຖັງໜ່ວຍນຶ່ງ ໃຫ້ເຕັມ ຢູ່ທີ່ຊານເມືອງ Zamalka ຂອງນະຄອນຫຼວງ Damascus, ຊີເຣຍ, ວັນທີ 28 ທັນວາ 2016.

ການສູ້ລົບກັນໄດ້ມີມາ ເຖິງແມ່ນວ່າ ຈະໄດ້ບັນລຸຂໍ້ຕົກລົງຢຸດຍິງ ທີ່ໄດ້ໄກ່ເກ່ຍໂດຍ ຣັດເຊຍ ຊີເຣຍ ແລະ ເທີກີ ຊຶ່ງໄດ້ມີຜົນບັງຄັບໃຊ້ ເມື່ອຕອນເຊົ້າວັນສຸກທີ່ຜ່ານມາ
ແລະ ເປັນທີ່ໄດ້ຖືກກ່າວວ່າ ໄດ້ຮັບການເຄົາລົບປະຕິບັດຕາມ ເປັນສ່ວນໃຫຍ່ ໃນ ບໍລິເວນອື່ນໆ ທີ່ມີການສູ້ລົບກັນຢູ່ໃນປະເທດ.

ຖະແຫລງການຢຸດຍິງດັ່ງກ່າວ ຍົກເວັ້ນ ເຂດຮ່ອມພູ Barada ບ່ອນທີ່ພວກນັກລົບ
ຈີຮາດ ທີ່ເປັນເຄືອຂ່າຍຂອງກຸ່ມ al-Qaida ຊຶ່ງມາຈາກອະດີດກຸ່ມ ຫົວຮຸນແຮງ al-Nusra Front ແມ່ນໄດ້ຖືກລາຍງານວ່າ ປະປົນຢູ່ນຳກຸ່ມພວກກະບົດ ທີ່ ຫາທາງຈະໂຄ່ນລົ້ມ ລັດຖະບານຂອງປະທານາທິບໍດີ Bashar al-Assad.

ແມ່ນ້ຳຂອງຮ່ອມພູ Barada ແມ່ນເປັນແຫລ່ງຊັບພະຍາກອນນ້ຳ ທີ່ສຳຄັນ ສຳລັບ ລັດຖະບານ Damacus ແລະ ບໍລິເວນອ້ອມຮອບນະຄອນຫຼວງຂອງລັດຖະບານ
ແລະ ການສູ້ລົບກັນຄັ້ງໃໝ່ ແມ່ນໄດ້ຖືກກ່າວວ່າ ເກີດຂຶ້ນພ້ອມໆກັນກັບ ການຂາດ ແຄນນ້ຳຢ່າງໜັກ ຢູ່ໃນນະຄອນຫຼວງ ຊຶ່ງໄດ້ຖືກລາຍງານ ເມື່ອຄັ້ງທຳອິດ ໃນວັນທີ
22 ເດືອນທັນວາຜ່ານມາ. ລັດຖະບານໄດ້ກ່າວຫາ ພວກກະບົດວ່າ ໃນການເຮັດໃຫ້ ແຫລ່ງນ້ຳ ທີ່ສະໜອງໃຫ້ແກ່ລັດຖະບານ ເປິເປື້ອນໂດຍການເທນ້ຳມັນກະຊວນໃສ່ ຊຶ່ງກົດດັນໃຫ້ເກີດການແຈກຢາຍນ້ຳ ຢູ່ໃນນະຄອນຫຼວງ Damacus ມີບັນຫາໜັກ
ແລະກໍ່ໃຫ້ເກີດມີຄວາມຮີບດ່ວນ ໂດຍລັດຖະບານ ທີ່ຈະຕ້ອງກວດລ້າງ ພວກກຳລັງ ກະບົດຢູ່ໃນຂົງເຂດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG