ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ John Kerry ເດີນທາງໄປ ລອນດອນ ເພື່ອການເຈລະຈາ ກ່ຽວກັບ ຊີເຣຍ

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ລົມໂທລະສັບຫຼັງຈາກການເຈລະຈາ ກ່ຽວກັບ ຊີເຣຍ ຮອບທຳອິດໃນເມືອງ ໂລຊານ, ສວິດເຊີແລນ. 15 ຕຸລາ, 2016.
ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ລົມໂທລະສັບຫຼັງຈາກການເຈລະຈາ ກ່ຽວກັບ ຊີເຣຍ ຮອບທຳອິດໃນເມືອງ ໂລຊານ, ສວິດເຊີແລນ. 15 ຕຸລາ, 2016.

ນັກການທູດຂັ້ນສູງຂອງ ສຫຣ ຈະພົບປະກັບພັນທະມິດຢູໂຣບຂອງ ວໍຊິງຕັນ ທີ່ນະຄອນ ຫຼວງ ລອນດອນ ໃນວັນອາທິດມື້ນີ້ ກ່ຽວກັບ ຊີເຣຍ. ທ່ານ John Kerry ຈະພົບປະກັບກຸ່ມ ດັ່ງກ່າວເພື່ອຫາລືກັນວ່າຈະເຮັດແນວໃດດີ ເພື່ອຍຸຕິສົງຄາມໃນ ຊີເຣຍ ທີ່ດຽວນີ້ມີມາໄດ້ 6 ປີແລ້ວນັ້ນ.

ທ່ານກ່າວວ່າ ຢູ່ໃນປະເທດ ສວິດເຊີແລນ ການພົບປະກັບຄູ່ຕໍ່າແໜ່ງຂອງທ່ານ ຄືທ່ານ ເຊິເກ ລາຣັອຟ ແລະພວກປະເທດຕາເວັນອອກກາງຫຼາຍໆປະເທດໃນວັນເສົາວານນີ້ ໄດ້ ກໍ່ໃຫ້ເກີດມີແນວຄິດຫຼາຍຢ່າງ ແຕ່ກໍຕ້ອງໄດ້ເອົາບາດກ້າວເພີ້ມຕື່ມຕໍ່ໄປທັນທີ ແລະ ທ່ານບໍ່ໄດ້ໃຫ້ລາຍລະອຽດຫຍັງຕື່ມ.

ການສົນທະນາກັນໃນ ໂລຊານ ໄດ້ໄຂຂຶ້ນໃນເວລາບໍ່ເຖິງສອງອາທິດ ລຸນຫຼັງການໂຈະ ການພົບປະກັນສອງຝ່າຍ ທີ່ນະຄອນຫຼວງວໍຊິງຕັນ ກັບມົສກູ ລຸນຫຼັງການສະຫຼາຍໂຕຂອງ ສັນຍາຢຸດຍິງທີ່ບໍ່ເປັນແກ່ນສານຢູ່ໃນເມືອງ ອາເລັບໂປ ທີ່ຖືກແບ່ງແຍກນັ້ນ. ທ່ານ ແຄຣີ ໄດ້ບອກພວກນັກຂ່າວວ່າ ພວກນັກເຈລະຈາກຳລັງ “ເຮັດວຽກໜັກ” ຢູ່ ເພື່ອໃຫ້ບັນລຸສັນ ຍາຢຸດຍິງຢູ່ໃນເມືອງທີ່ຖືກສົງຄາມຍໍ່າຍີນັ້ນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ທີສາມຈາກຊ້າຍ, ນັ່ງກັບບັນດາລັດຖະ ມົນຕີການຕ່າງປະເທດ ຈາກ ອີຈິບ, ຣັດເຊຍ, ຊາອູດີ ອາເຣເບຍ, ກາຕ້າ, ອີຣັກ, ອີຣ່ານ, ທູດພິເສດອົງ ການສະຫະປະຊາຊາດ, ເທີກີ ແລະ ຈໍແດັນ ໃນເມືອງ ລໍຊານ, ປະເທດ ສວິດເຊີແລນ, ໃນຂະນະທີ່ກຸ່ມ ດັ່ງກ່າວປຶກສາຫາລືແນວຄິດສຳລັບການແກ້ໄຂບັນຫາ.

ສະຫະລັດ ກັບພວກພາຄີທັງຫຼາຍກ່າວຫາ ລັດຖະບານ ຊີເຣຍ ຂອງປະທານາທິບໍດີ Bassha al-Assad ກັບພັນທະມິດ ຣັດເຊຍ ຂອງເຂົາວ່າຖິ້ມລະເບີດສັງຫານ ແລະ ບໍ່ເລືອກໜ້າ ໃສ່ເຂດຕາເວັນອອກຂອງ ອາເລັບໂປ ບ່ອນທີ່ພວກກະບົດຍຶດຄອງຢູ່ນັ້ນ.

ພວກຜູ້ຕິດຕາມເຫດການກ່າວວ່າ ການໂຈມຕີທາງອາກາດຂອງຣັດເຊຍ ແລະ ຊີເຣຍ ແລະ ການຍິງປືນໃຫຍ່ ໄດ້ສັງຫານພົນລະເຮືອນ ແລະ ຢູ່ໃນເມືອງ ທັງໄດ້ຕັດຂາດຜູ້ຄົນ ຫຼາຍກວ່າ 250 ພັນຄົນ ບໍ່ໃຫ້ໄດ້ຮັບການລຳລຽງທີ່ຈຳເປັນທີ່ສຸດມາຕັ້ງແຕ່ເດືອນກັນຍາ.

ສ່ວນນັກການທູດ ຣັດເຊຍ ແລ້ວ ພວກເພິ່ນຢໍ້າວ່າ ການຖິ້ມລະເບີດແມ່ນແນໃສ່ແຕ່ພວກ ຫົວຮຸນແຮງ. ພວກເພິ່ນຖິ້ມໂທດໃສ່ ວໍຊິງຕັນ ຊໍ້າແລ້ວຊໍ້າອີກວ່າ ບໍ່ສາມາດຈຳແນກອອກ ຈາກກັນໄດ້ວ່າໃຜເປັນພວກຫົວຮຸນແຮງ ແລະໃຜເປັນກຳລັງຂອງກະບົດ ແລະ ໃຜເປັນ ປະຊາຊົນຂອງເມືອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG